ຂປລ
ຈີນ ປະກາດສືບຕໍ່ການຮ່ວມມືກັບ ສະຫະນະຄອນ ເອເມເຣັດ ອາຣັບ (ຢູເອອີ) ໃນຫລາຍດ້ານ ເຊັ່ນ: ດ້ານການລົງທຶນ, ພະລັງງານນໍ້າມັນ ແລະ ແກັສ ລວມເຖິງ ພື້ນຖານໂຄງລ່າງ, ຫລັງຈາກ ລັດຖະມົນຕີ ຕ່າງປະເທດ ຂອງທັງສອງປະເທດ ພົບປະຫາລືກັນ.
ຂປລ.ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້ ກະຊວງ ການຕ່າງປະເທດ ຈີນ ເປີດເຜີຍວ່າ: ຈີນ ປະກາດສືບຕໍ່ການຮ່ວມມືກັບ ສະຫະນະຄອນ ເອເມເຣັດ ອາຣັບ (ຢູເອອີ) ໃນຫລາຍດ້ານ ເຊັ່ນ: ດ້ານການລົງທຶນ, ພະລັງງານນໍ້າມັນ ແລະ ແກັສ ລວມເຖິງ ພື້ນຖານໂຄງລ່າງ, ຫລັງຈາກ ລັດຖະມົນຕີ ຕ່າງປະເທດ ຂອງທັງສອງປະເທດ ພົບປະຫາລືກັນ.
ໂດຍທ່ານ ຫວັງ ອີ້ ລັດຖະມົນຕີ ກະຊວງການຕ່າງປະເທດ ຈີນ ໄດ້ພົບປະຫາລືກັບ ທ່ານ ຊິດ ອັບດຸລລາ ບິນ ຊາເຢດ ລັດຖະມົນຕີ ການຕ່າງປະເທດ ຢູເອອີ ຢູ່ນະຄອນຫລວງ ອາບູດາບີ ໃນລະຫວ່າງ ການເດີນທາງ ຢ້ຽມຢາມ ຕາເວັນອອກກາງ ຂອງ 3 ປະເທດ. ທ່ານ ຫວັງ ອີ້ ລະບຸວ່າ: ຈີນມີຄວາມພ້ອມ ທີ່ຈະເສີມສ້າງ ການແລກປ່ຽນ ລະດັບສູງກັບ ຢູເອອີ ໄປຄຽງຄູ່ກັບ ການຍົກລະດັບ ຄວາມໄວ້ວາງໃຈ ທາງດ້ານການເມືອງ ລະຫວ່າງ ສອງຝ່າຍ , ພ້ອມດ້ວຍການຍົກລະດັບ ຄວາມສຳພັນ ທະວີພາຄີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ./
KPL