ມັກຊິກ ອະນຸມັດເກັບພາສີ ສິນຄ້ານຳເຂົ້າ ຈາກອາຊີ

13/12/2025 12:02
Email Print 210
ຂປລ ວຸດທິສະພາ ເມັກຊິກ ໄດ້ລົງມະຕິ ຮັບຮອງ ຮ່າງກົດໝາຍ ເພື່ອເກັບພາສີ ສິນຄ້າ ນຳເຂົ້າ ຕັ້ງແຕ່ 5-50% ຈາກ ປະເທດຕ່າງໆ ໃນອາຊີ ທີ່ບໍ່ມີຂໍ້ຕົກລົງ ການຄ້າ ກັບ ເມັກຊິກ , ໂດຍແນໃສ່ ສິນຄ້າ ຈີນ ເປັນຫລັກ ເພື່ອປົກປ້ອງ ອຸດສາຫະກຳ ພາຍໃນປະເທດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ວຸດທິສະພາ ເມັກຊິກ ໄດ້ລົງມະຕິ ຮັບຮອງ ຮ່າງກົດໝາຍ ເພື່ອເກັບພາສີ ສິນຄ້າ ນຳເຂົ້າ ຕັ້ງແຕ່ 5-50% ຈາກ ປະເທດຕ່າງໆ ໃນອາຊີ ທີ່ບໍ່ມີຂໍ້ຕົກລົງ ການຄ້າ ກັບ ເມັກຊິກ , ໂດຍແນໃສ່ ສິນຄ້າ ຈີນ ເປັນຫລັກ ເພື່ອປົກປ້ອງ ອຸດສາຫະກຳ ພາຍໃນປະເທດ.

ຮ່າງກົດໝາຍ ດັ່ງກ່າວ ໄດ້ຮັບຄະແນນເຫັນດີ 76 ສຽງ, ຄັດຄ້ານ 5 ສຽງ ແລະ ງົດອອກສຽງ 35 ສຽງ . ໂດຍອັດຕາ ພາສີໃໝ່ ຈະເລີ່ມມີ ຜົນບັງຄັບໃຊ້ ຕັ່ງແຕ່ປີໜ້າ ເປັນຕົ້ນໄປ ແລະ ຈະຄວບຄຸມ ຜະລິດ ຕະພັນກວ່າ 1.400 ລາຍການ ຕັ້ງແຕ່ ເສື້ອຜ້າ, ເຄື່ອງແຕ່ງກາຍ ໄປຈົນເຖິງໂລຫະ , ຊິ້ນສ່ວຍນຍານພາຫະນະ.

ພາຍໃຕ້ກົດໝາຍ ດັ່ງກ່າວ ລົດໃຫຍ່ທີ່ນຳເຂົ້າ ຈາກ ຈີນ ຈະຜະເຊີນກັບ ອັດຕາພາສີສູງສຸດ ເຖິງ 50% , ໂດຍປັດຈຸບັນ ຍານພາຫະນະຂອງ ຈີນ ກວມເອົາສ່ວນແບ່ງ ຕະຫລາດ ເມັກຊິກ ເຖິງ 20% , ເພີ່ມຂຶ້ນ ຢ່າງຫລວງຫລາຍ ຈາກ ປະລິມານ ການນໍາເຂົ້າລົດໃຫຍ່ ພຽງເລັກນ້ອຍ ເມື່ອທຽຍໃສ່ໄລຍະ 6 ປີທີ່ຜ່ານມາ./

KPL

ຂ່າວອື່ນໆ

ads
ads

Top