ຟີລິບປິນ ຜະເຊີນກັບການແພ່ລະບາດ ພະຍາດເອຊໄອວີ ເພີ່ມຂຶ້ນໄວທີ່ສຸດໃນອາຊີປາຊີຟິກ

13/12/2025 12:02
Email Print 209
ຂປລ , ຟີລິບປິນ ພວມຜະເຊີນກັບ ການແພ່ລະບາດ ຂອງ ພະຍາດ ເອຊໄອວີ ເພີ່ມຂຶ້ນຢ່າງວ່ອງໄວ ໃນພາກພື້ນ ອາຊີ ປາຊີຟິກ, ຫລັງຈາກ ມີຊາວຟີລິບປິນ ໄດ້ຮັບການ ວິນິໄສວ່າ ຕິດເຊື້ອ ໃນປີ 2025 ສະເລ່ຍ 61 ຄົນຕໍ່ວັນ,

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ມານິລາ ປະເທດ ຟີລິບປິນ ເມື່ອບໍ່ດົນມານີ້, ຟີລິບປິນ ພວມຜະເຊີນກັບ ການແພ່ລະບາດ ຂອງ ພະຍາດ ເອຊໄອວີ ເພີ່ມຂຶ້ນຢ່າງວ່ອງໄວ ໃນພາກພື້ນ ອາຊີ ປາຊີຟິກ, ຫລັງຈາກ ມີຊາວຟີລິບປິນ ໄດ້ຮັບການ ວິນິໄສວ່າ ຕິດເຊື້ອ ໃນປີ 2025 ສະເລ່ຍ 61 ຄົນຕໍ່ວັນ, ເພີ່ມຂຶ້ນ 22% ຈາກປີ 2023 ເຮັດໃຫ້ເກີດກະແສ ຮຽກຮ້ອງ ການດຳເນີນ ການຄວບຄຸມ ສະຖານະການ ຢ່າງເຂັ້ມງວດ.

ກ່ອນໜ້ານີ້ ອົງການ ອະນາໄມໂລກ (ດັບເບີລຢູ ເອຊໂອ) ລະບຸວ່າ: ຟີລິບປິນ ແລະ ປາປົວນີວກີນີ ເປັນກຸ່ມປະເທດ ອາຊີ-ປາຊີຟິກ ທີ່ມີການຕິດເຊື້ອ ພະຍາດ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ແລະ ພວມປະສົບກັບ ພາວະອັດຕາການຕິດເຊື້ອໃໝ່ສູງທີ່ສຸດ ເປັນອັນດັບຕົ້ນ ຂອງພາກພື້ນ.

ດັບເບີລຢູເອຊໂອ ເປີດເຜີຍວ່າ: ຟີຈິ ມີຜູ້ຕິດເຊື້ອ ພະຍາດ ເອຊໄອວີ ເພີ່ມຂຶ້ນ 10 ເທົ່າ ໃນທົດສະວັດ ທີ່ຜ່ານມາ ຊຶ່ງສາເຫດຫລັກ ເກີດມາຈາກ ການໃຊ້ເຂັມ ສັກຢາ ເສບຕິດ. ຂະນະທີ່ ປາປົວນີວກິນີ ໄດ້ປະກາດ ໃຫ້ເຊື້ອພະຍາດ ເອຊໄອວີ ເປັນວິກິດ ລະດັບຊາດ ເມື່ອເດືອນມິຖຸນາ ທີ່ຜ່ານມາ , ຫລັງຈາກ ມີການແພ່ລະບາດ ເພີ່ມຂຶ້ນ ໃນກຸ່ມແມ່ຍິງໄວຈະເລີນພັນ ແລະ ເດັກນ້ອຍ.

ສຳລັບ ຟີລິບປິນ ມີຜູ້ຕິດເຊື້ອພະຍາດ ເອຊໄອວີ ເພີ່ມຂຶ້ນ 6 ເທົ່າ ໃນລະຫວ່າງ ປີ 2010-2024 . ໂດຍດັບເບີລຢູເອຊໂອ ປະເມີນວ່າ ມີຜູ້ຕິດເຊື້ອ ເພີ່ມຂຶ້ນ 550% ຈາກ 4.400 ຄົນ ເມື່ອປີ 2010 ເປັນ 29.000 ຄົນ ເມື່ອປີ 2024 ຊຶ່ງກຸ່ມ ທີ່ໄດ້ຮັບ ຜົນກະທົບ ສູງສຸດ ຍັງຄົນເປັນຜູ້ຊາຍ ໄວໜຸ່ມ ທີ່ມີ ເພດສຳພັນ ກັບ ຜູ້ຊາຍດ້ວຍກັນ. /

KPL

ຂ່າວອື່ນໆ

ads
ads

Top