ລົງນາມເອກະສານຮ່ວມມືຫັນເປັນທັນສະໄໝແບບດີຈິຕອນ

09/12/2025 14:54
Email Print 182
ຂປລ ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນການພັດທະນາວຽກງານຂອງກະຊວງການຕ່າງປະເທດເປັນທັນສະໄໝແບບດີຈິຕອນ ລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຂຶ້ນໃນວັນທີ 5 ທັນວາ 2025.

      ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນການພັດທະນາວຽກງານຂອງກະຊວງການຕ່າງປະເທດເປັນທັນສະໄໝແບບດີຈິຕອນ ລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຂຶ້ນໃນວັນທີ 5 ທັນວາ 2025 ຜ່ານມາ ໂດຍການຮ່ວມລົງນາມລະຫວ່າງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ  ທ່ານ ບ່ໍວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ຄະນະກົມ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍເຂ້ົາຮ່ວມເປັນສັກຂີພິຍານ. 

       ໃນໂອກາດດ່ັງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ເນ້ັນເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວວ່າການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານທ່ີທັນສະໄໝເປັນປັດໄຈທີ່ສໍາຄັນໃນການພັດທະນາທຸກຂົງເຂດວຽກງານ ແລະ ມີຄວາມຈໍາເປັນສໍາ ລັບ ສປປ ລາວ ຊຶ່ງກະຊວງການຕ່າງປະເທດຖືເອົາການຫັນເປັນທັນສະໄໝແບບດີຈິຕອນ ເປັນວຽກບຸລິມະສິດທີ່ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດີຈິຕອນແຫ່ງຊາດໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດໄລຍະ 10 ປີ (2021- 2030), ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ແຜນແມ່ບົດດີຈິຕອນອາຊຽນ 2025, ລວມທັງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງການຕ່າງປະເທດ ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”.

    ນອກຈາກນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນໃນການນໍາໃຊ້ລະບົບເຕັກໂນໂລຊີດີຈິຕອນ ເຂົ້າມາຮັບໃຊ້ໃນວຽກງານຕ່າງໆຂອງພາກລັດເພື່ອເຮັດໃຫ້ການບໍລິຫານວຽກງານຕ່າງໆມີປະສິດທິພາບຍິ່ງຂຶ້ນ ແລະ ໄດ້ເນັ້ນໃຫ້ກັບພະນັກງານເຖິງການຮຽນຮູ້ການນຳໃຊ້ລະບົບເຕັກໂນໂລຊີ ແລະ ໂປແກຣມຕ່າງໆທີ່ຈຳເປັນ ເຊັ່ນ: ປັນຍາປະດິດ ຫລື AI ທີ່ກຳລັງ ມີບົດບາດສຳຄັນໃນປັດຈຸບັນ.

     ບົດບັນທຶກຄວາມເຂົ້າໃຈສະບັບນີ້, ຈະເປັນພື້ນຖານສໍາຄັນໃນການເຊື່ອມສານຍຸດທະສາດລວມແຫ່ງຊາດ ກ່ຽວກັບວຽກງານການຫັນເປັນທັນສະໄໝແບບດີຈິຕອນ ເຂົ້າໃນວຽກຕົວຈິງຂອງກະຊວງການຕ່າງປະເທດ ເປັນຕົ້ນລະບົບການບໍລິການ ແລະ ບໍລິຫານລັດແບບດີຈິຕອນ (E-Office, G-Chat, G-Drive...), ການຮ່ວມມືສະໜັບສະໜູນປັບປຸງພື້ນຖານໂຄງລ່າງການຫັນເປັນທັນສະໄໝແບບດີຈິຕອນ ໂດຍຈະເປັນກົນໄກ ແລະ ເຄື່ອງມືທີ່ສຳຄັນ ເພື່ອເຮັດໃຫ້ລະບົບການບໍລິການ-ການບໍລິຫານຂອງລັດຢູ່ໃນກະຊວງການຕ່າງປະເທດມີປະສິດທິພາບສູງ, ວ່ອງໄວ, ມີຄຸນນະພາບ, ປະຢັດ, ປອດໄພສູງ ແລະ ເຊື່ອຖືໄດ້ ຊຶ່ງມີຄວາມສໍາຄັນໃນການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງ ສປປ ລາວ ເພື່ອເປັນກໍາລັງແຮງຊຸກຍູ້ໃຫ້ການທູດດ້ານການເມືອງສະໜັບສະໜູນຢ່າງຕັ້ງໜ້າ ເພື່ອບຸກທະລຸການທູດເສດຖະກິດ.                 

KPL

ຂ່າວອື່ນໆ

ads
ads

Top