ຂປລ
ຂປລ. ໂຄງການ “ສົ່ງເສີມການປູກເຂົ້າແບບຍືນຍົງ” ຂອງບໍລິສັດເບຍລາວ ຢູ່ບ້ານໜອງພົງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ສ້າງໂອກາດໃໝ່ ໃຫ້ແກ່ຊາວນາໃນການຜະລິດເຂົ້າສຳລັບເປັນວັດຖຸດິບໃນການຜະລິດເບຍ ພ້ອມທັງຊ່ວຍເພີ່ມລາຍຮັບ ແລະ ສ້າງຕະຫລາດຮັບຊື້ທີ່ໝັ້ງຄົງ.

ຂປລ. ໂຄງການ “ສົ່ງເສີມການປູກເຂົ້າແບບຍືນຍົງ” ຂອງບໍລິສັດເບຍລາວ ຢູ່ບ້ານໜອງພົງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ສ້າງໂອກາດໃໝ່ ໃຫ້ແກ່ຊາວນາໃນການຜະລິດເຂົ້າສຳລັບເປັນວັດຖຸດິບໃນການຜະລິດເບຍ ພ້ອມທັງຊ່ວຍເພີ່ມລາຍຮັບ ແລະ ສ້າງຕະຫລາດຮັບຊື້ທີ່ໝັ້ງຄົງ. ໂຄງການດັ່ງກ່າວເລີ່ມຕົ້ນຈາກກຸ່ມຂະໜາດນ້ອຍມີພຽງ 10 ກວ່າຄອບຄົວເທົ່ານັ້ນ ແຕ່ຍ້ອນເຫັນວ່າເປັນອີກທາງເລືອກໜຶ່ງທີ່ສາມາດສ້າງລາຍຮັບ ແລະ ມີຕະຫລາດຮອງຮັບທີ່ແນ່ນອນ ຈຶ່ງເຮັດໃຫ້ປັດຈຸບັນມີສະມາຊິກເຂົ້າຮ່ວມຫລາຍກວ່າ 30 ຄອບຄົວ ໂດຍແຕ່ລະຄອບຄົວສາມາດສ້າງລາຍຮັບຫລາຍລ້ານກີບຕໍ່ປີ.
ທ່ານ ບຸນກອງ ບຸນມານາວົງ ຕົວແທນຊາວນາທີ່ເຂົ້າຮ່ວມໂຄງການ “ສົ່ງເສີມການປູກເຂົ້າແບບຍືນຍົງ” ຂອງບໍລິສັດເບຍລາວໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງການເຂົ້າຮ່ວມໂຄງການ ຍ້ອນມີທີມງານຈາກບໍລິສັດເບຍລາວ ລົງຮາກຖານ ແລະ ຈັດກອງປະຊຸມຮ່ວມກັບຊາວບ້ານ ເພື່ອສະເໜີແນວທາງການຜະລິດເຂົ້າສຳລັບເບຍລາວ. ເນື່ອງຈາກຊາວກະສິກອນສ່ວນໃຫຍ່ຍັງຂາດຕົ້ນທຶນ ທາງໂຄງການຈຶ່ງສະໜອງແນວພັນ ແລະ ປຸ໋ຍໃຫ້ກ່ອນ ໂດຍບໍ່ໄດ້ເກັບເງິນລ່ວງໜ້າ ແລ້ວຈຶ່ງຫັກຄືນພາຍຫລັງ ຈາກເກັບກ່ຽວຜົນຜະລິດແລ້ວ. ນອກຈາກການສະໜອງ ປັດໄຈການຜະລິດແລ້ວ, ທາງໂຄງການຍັງມີວິຊາການ ລົງແນະນຳ ເຕັກນິກການປູກ-ການຫວ່ານ, ການໃສ່ປຸ໋ຍ, ການບຳລຸງຮັກສາ ແລະ ການເບິ່ງແຍງໃນແຕ່ລະໄລຍະ ເຊັ່ນ: ການໃສ່ປຸ໋ຍໃນໄລຍະ 12-13 ວັນ ແລະ ການເບິ່ງແຍງເຂົ້າໃນໄລຍະເປັນອອກດອກ ແລະ ໃຫ້ເມັດ ເຮັດໃຫ້ຊາວນາມີຄວາມຮູ້ຄວາມຊຳນານດ້ານການຜະລິດຫລາຍຂຶ້ນ. ສຳລັບດ້ານລາຄາ, ປັດຈຸບັນບໍລິສັດຮັບຊື້ ເຂົ້າເປືອກສຳລັບເບຍລາວ ໃນລາຄາ 7.500 ກີບຕໍ່ກິໂລ.ໃນຂະນະທີ່ເຂົ້າໜຽວທົ່ວໄປມີລາຄາ 5.000 ກວ່າກີບຕໍ່ກິໂລ. ດັ່ງນັ້ນ, ການປູກເຂົ້າໃນໂຄງການຈຶ່ງເປັນອີກຊ່ອງທາງໜຶ່ງໃນການເພີ່ມລາຍຮັບ. ໂດຍຊາວກະສິກອນທີ່ມີເນື້ອທີ່ປູກ 10 ກວ່າໄລ່ ສາມາດສ້າງລາຍຮັບໄດ້ເຖິງ 30 ກວ່າລ້ານກີບຕໍ່ລະດູການ.

ທ່ານ ບຸນກອງ ເວົ້າເສີມວ່າ: ພາຍຫລັງທີ່ ເຂົ້າຮ່ວມໂຄງການ “ສົ່ງເສີມການປູກເຂົ້າແບບຍືນຍົງ” ຂອງບໍລິສັດ ເບຍລາວ ຊາວນາ ໄດ້ຮັບຄວາມສະດວກຫລາຍຂຶ້ນໂດຍບໍລິສັດມີທີມງາມລົງເກັບຊື້ຜົນຜະລິດເຖິງທີ່ ແລະ ໂອນເງິນເຂົ້າບັນຊີທະນາຄານຂອງຊາວນາໂດຍກົງ, ເຮັດໃຫ້ບໍ່ມີບັນຫາເລື່ອງການກົດລາຄາ. ລະບົບດັ່ງກ່າວຊ່ວຍໃຫ້ການຊື້-ຂາຍມີຄວາມສະດວກ, ໂປ່ງໃສ ແລະ ຊາວນາມີຕະຫລາດຮອງຮັບຜົນຜະລິດທີ່ແນ່ນອນ. ຈາກຜົນທີ່ໄດ້ຮັບ, ກຸ່ມຜະລິດເຂົ້າ ບ້ານໜອງພົງ ກໍຈະສືບຕໍ່ເອົາໃຈໃສ່ພັດທະນາການຜະລິດ ເພື່ອຍົກຜົນຜະລິດ ແລະ ຄຸນນະພາບເຂົ້າໃຫ້ດີຂຶ້ນ ສ້າງຄວາມຍືນຍົງໃຫ້ໂຄງການ ພ້ອມທັງເປັນອີກທາງເລືອກໃນການສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງຄອບຄົວຊາວນາໃຫ້ດີຂຶ້ນເລື້້ອຍໆ.
ໂດຍ:ມາລີດາ
KPL