ສປຈີນ ຈະຂຶ້ນພາສີຖົງຢາງອະນາໄມ ຫວັງເພີ່ມອັດຕາການເກີດໃນປະເທດ

06/12/2025 08:49
ຂປລ ຈີນຈະຈັດເກັບພາສີ ມູນຄ່າເພີ່ມ ສຳລັບ ຢາ ແລະ ອຸປະກອນຄຸມກຳເນີດ ລວມເຖິງ ຖົງຢາງອະນາໄມ ເປັນຄັ້ງທຳອິດ ໃນຮອບ 3 ທົດສະວັດ ຜ່ານມາ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ປັກກິງ ປະເທດຈີນ ເມື່ອວັນທີ 3 ທັນວາ: ຈີນຈະຈັດເກັບພາສີ ມູນຄ່າເພີ່ມ ສຳລັບ ຢາ ແລະ ອຸປະກອນຄຸມກຳເນີດ ລວມເຖິງ ຖົງຢາງອະນາໄມ ເປັນຄັ້ງທຳອິດ ໃນຮອບ 3 ທົດສະວັດ ຜ່ານມາ. ນີ້ຖືເປັນ ຄວາມພະຍາຍາມ ຫລ້າສຸດ ເພື່ອແກ້ໄຂ ອັດຕາ ການເກີດ ທີ່ຫລຸດລົງຢ່າງວ່ອງໄວ ແລະ ອາດຈະສົ່ງຜົນ ໃຫ້ເສດຖະກິດຢຸດຈຶ້ງ.

ພາຍໃຕ້ ກົດໝາຍພາສີມູນຄ່າເພີ່ມ  (VAT) ສະບັບ ປັບປຸງໃໝ່, ຜູ້ບໍລິໂພກ ຈະຕ້ອງເສຍພາສີ 13% ສຳລັບສິນຄ້າ ທີ່ໄດ້ຮັບການ ຍົກເວັ້ນພາສີ ມູນຄ່າເພີ່ມ ຕັ້ງແຕ່ປີ 1993 ຊຶ່ງເປັນ ໄລຍະທີ່ ຈີນ ບັງຄັບໃຊ້ ນະໂຍບາຍ ລູກຄົນດຽວ ຢ່າງເຂັ້ມງວດ ແລະ ສົ່ງເສີມ ການຄຸມກຳເນີດ ຢ່າງຈິງຈັງ. ຂະນະດຽວກັນ ການແກ້ໄຂກົດໝາຍ ດັ່ງກ່າວ ຍັງສ້າງແຮງດຶງດູດໃໝ່ໆ ໃຫ້ແກ່ຜູ້ທີ່ຈະເປັນພໍ່ແມ່ ດ້ວຍການຍົກເວັ້ນ ຄ່າບໍລິການ ດູແລເດັກ ຕັ້ງແຕ່ ສະຖານທີ່ຮັບລ້ຽງເດັກໄປຈົນເຖິງ ໂຮງຮຽນອະນຸບານ, ລວມເຖິງ ສະຖານ ຮັບລ້ຽງ ຜູ້ສູງອາຍຸ, ຜູ້ໃຫ້ບໍລິການ ດ້ານຄົນພິການ ແລະ ບໍລິການທີ່ກ່ຽວຂ້ອງ ກັບ ການແຕ່ງດອງ ໂດຍການປ່ຽນແປງນີ້ ຈະມີຜົນບັງຄັບໃຊ້ ໃນເດືອນມັງກອນປີ 2026./

KPL

ຂ່າວອື່ນໆ

ads
ads

Top