ສປຈີນ-ເອດີບີ ຊ່ວຍສີລັງກາ ຫລັງພາຍຸໄຕ້ຝຸ່ນດິດວາເສຍຊີວິດເກືອບ 500 ຄົນ

06/12/2025 08:45
ຂປລ ວັນທີ 4 ທັນວາ, ຍອດຜູ້ເສຍຊີວິດ ຈາກ ສະພາບອາກາດຮຸນແຮງ ເກີດຈາກ ພາຍຸໄຊໂຄລນ ດິດວາ (Ditwah) ໃນສີລັງກາ ເພີ່ມຂຶ້ນສູ່ ລະດັບ 479 ຄົນ, ຍັງມີຜູ້ສູນຫາຍອີກ 350 ຄົນ.

ຂປລ. ສຳນັກຂ່າວ ອິນໂຟວເຄວສ, ສູນຈັດການໄພພິບັດ (DMC) ຂອງ ສີລັງກາ ເປີດເຜີຍວ່າ: ວັນທີ 4 ທັນວາ, ຍອດຜູ້ເສຍຊີວິດ ຈາກ ສະພາບອາກາດຮຸນແຮງ ເກີດຈາກ ພາຍຸໄຊໂຄລນ ດິດວາ (Ditwah) ໃນສີລັງກາ ເພີ່ມຂຶ້ນສູ່ ລະດັບ 479 ຄົນ, ຍັງມີຜູ້ສູນຫາຍອີກ 350 ຄົນ. ໃນຂະນະທີ່ ປະຊາຊົນ ຫລາຍກວ່າ 1,6 ລ້ານຄົນ ຈາກ 455.405 ຄອບຄົວ ໄດ້ຮັບຜົນກະທົບ ທົ່ວປະເທດ, ໃນນັ້ນ ເຮືອນຊານ ຖືກທຳລາຍໄປແລ້ວ 1.289 ຫລັງ ແລະ ເບ່ເພ ເສຍຫາຍ ບາງສ່ວນ ອີກກວ່າ 44.500 ຫລັງ. ນອກຈາກນີ້, ຍັງມີຊັບສິນອື່ນໆເຊັ່ນ: ອ່າງເກັບນໍ້າ 1.777 ແຫ່ງ, ເຂື່ອນ 483 ແຫ່ງ, ຄອງ ລວມມີ 1.936 ແຫ່ງ, ພ້ອມກັນນັ້ນ ຖະໜົນຫົນທາງ ເພື່ອກະສິກຳ 328 ສາຍ ທີ່ຢູ່ພາຍໃຕ້ ການກຳກັບດູແລ ຂອງ ກົມບໍລິການ ກະສິກຳ ໄດ້ຮັບ ຄວາມເສຍຫາຍ.

ສ່ວນ ສປຈີນ ໄດ້ມອບຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ສຸກເສີນ, ລວມເຖິງ ບ້ວງເງິນ ຊ່ວຍເຫລືອ ສຸກເສີນ ແລະ ສິ່ງຂອງບັນເທົາທຸກ ເຊັ່ນ: ເສື້ອຊູຊີບ, ເຕັ້ນ, ຜ້າຫົ່ມ ແລະ ຜ້າປູ ຕາມຄຳຮຽກຮ້ອງຂອງ ສີລັງກາ. ຂະນະດຽວກັນທະນາຄານ ເພື່ອການພັດທະນາ ອາຊີ ກໍ່ໄດ້ອະນຸມັດ ເງິນຊ່ວຍເຫລືອ ບັນເທົາທຸກໄພພິບັດ ມູນຄ່າ 3 ລ້ານໂດລາສີລັງກາ, ເພື່ອສະໜັບສະໜູນ ປະຕິບັດການ ສຸກເສີນ ພາຍຫລັງພາຍຸໄຊໂຄລນ ດິດວາ ຖະຫລົ່ມ./

KPL

ຂ່າວອື່ນໆ

ads
ads

Top