ມີຜູ້ເສຍຊີວິດຫລາຍກ່ວາ 800 ຄົນ ຈາກພາຍຸ-ນ້ຳຖ້ວມ ຢູ່ອາຊີໃຕ້

04/12/2025 16:37
ຂປລ ເຈົ້າໜ້າທີ່ ຫລາຍປະເທດ ໃນອາຊີໃຕ້ ໃຫ້ຮູ້ວ່າ: ຍອດຈຳນວນ ຜູ້ເສຍຊີວິດ ຈາກພາຍຸນ້ຳຖ້ວມ ແລະ ດິນເຊາະເຈື່ອນ ໃນປັດຈຸບັນ ໄດ້ເພີ່ມຂຶ້ນຫລາຍກ່ວາ 800 ຄົນ.

ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ຫລາຍປະເທດ ໃນອາຊີໃຕ້ ໃຫ້ຮູ້ວ່າ: ຍອດຈຳນວນ ຜູ້ເສຍຊີວິດ ຈາກພາຍຸນ້ຳຖ້ວມ ແລະ ດິນເຊາະເຈື່ອນ ໃນປັດຈຸບັນ ໄດ້ເພີ່ມຂຶ້ນຫລາຍກ່ວາ 800 ຄົນ. ເຈົ້າໜ້າທີ່ກູ້ໄພ ໄດ້ພະຍາຍາມ ເລັ່ງຊ່ວຍເຫລືອ ປະຊາຊົນ ຢ່າງຫລວງຫລາຍ ເພື່ອໃຫ້ຍົກຍ້າຍ ໄປຍັງ ສະຖານທີ່ປອດໄພ ຢ່າງສຳເລັດ ໃນຊຸມທ້າຍອາທິດ.

ຕາມສະຖິຕິ ຂອງ ບັນດາ ເຈົ້າໜ້າທີ່ ຈາກປະເທດຕ່າງໆ ໃຫ້ຮູ້ວ່າ ຍອດຈຳນວນ ຜູ້ເສຍຊີວິດ ຢູ່ອິນໂດເນເຊຍລວມມີ 435 ຄົນ, ໄທ 170 ຄົນ ແລະ ມາເລເຊຍ 2 ຄົນ ພາຍຫລັງ ພາຍຸດັ່ງກ່າວ ໄດ້ສ້າງຄວາມເສຍຫາຍ ເປັນວົງກ້ວາງ ຢູ່ໃນສາມປະເທດນີ້ ໃນໄລຍະ 1 ອາທິດ ຜ່ານມາ. ນອກຈາກນັ້ນ ບັນດາ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ພະຍາຍາມ ໃນການເຂົ້າເຖິງ ເຂດທີ່ຖືກນ້ຳຖ້ວມ ຕັດແຍກ ເພື່ອກູ້ເອົາ ຊີວິດ ປະຊາຊົນ ແລະ ແກ້ໄຂຜົນຮ້າຍ ຢ້ອນຫລັງ ຈາກໄພທຳມະຊາດ./

KPL

ຂ່າວອື່ນໆ

ads
ads

Top