ຂປລ
ສຳນັກງານ ປ້ອງກັນ ແລະ ປາບປາມ ການຟອກເງິນ ຂອງໄທ ໄດ້ຈັດກອງປະຊຸມ ຖະແຫລງຂ່າວວ່າ: ໃນການເຄື່ອນໄຫວ ຫວ່າງມໍ່ໆມານີ້, ຍຶດໄດ້ ຊັບສິນ 10 ຕື້ກວ່າບາດ ຈາກກຸ່ມຫລອກລວງ ຂ້າມຊາດ 4 ແຫ່ງ
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 4 ທັນວານີ້, ສື່ມວນຊົນໄທ ລາຍງານວ່າ: ສຳນັກງານ ປ້ອງກັນ ແລະ ປາບປາມ ການຟອກເງິນ ຂອງໄທ ໄດ້ຈັດກອງປະຊຸມ ຖະແຫລງຂ່າວວ່າ: ໃນການເຄື່ອນໄຫວ ຫວ່າງມໍ່ໆມານີ້, ຍຶດໄດ້ ຊັບສິນ 10 ຕື້ກວ່າບາດ ຈາກກຸ່ມຫລອກລວງ ຂ້າມຊາດ 4 ແຫ່ງ, ລວມທັງ ລົດຫລູ, ກຳປັ່ນ, ບັນຊີ ທະນາຄານ ແລະ ທີ່ດິນ, ເຈົ້າໜ້າທີ່ ຕຳຫລວດ ຍັງໄດ້ອອກຄຳສັ່ງ ຈັບຕົວຜູ້ຕ້ອງຫາ 42 ຄົນ, ຈັບໄດ້ 29 ຄົນ, ໃນຈຳນວນນີ້ ຖືກຕັ້ງຂໍ້ຫາ ອາດຊະຍາກຳ ຫລອກລວງ, ຟອກເງິນ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL