ຂປລ
ນັບມາຮອດ ວັນທີ 2 ທັນວານີ້, ເສັ້ນທາງລົດໄຟລາວ-ຈີນ ເປີດບໍລິການຄົບຮອບ 4 ປີ, ນັບລວມແລ້ວ ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 62 ລ້ານກວ່າເທື່ອຄົນ, ຂົນສົ່ງສິນຄ້າຫລາຍກວ່າ 72 ລ້ານກວ່າໂຕນ, ໄດ້ສະແດງໃຫ້ເຫັນເຖິງ ປະສິດທິພາບຢ່າງຕໍ່ເນື່ອງ.ນັບແຕ່ ເສັ້ນທາງລົດໄຟລາວ-ຈີນໄດ້ ເປີດບໍລິການ ໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍດົນມານີ້, ນັກຂ່າວ ໄດ້ຮັບຂໍ້ມູນຈາກ ກຸ່ມບໍລິສັດ ທາງລົດໄຟຈີນວ່າ: ນັບມາຮອດ ວັນທີ 2 ທັນວານີ້, ເສັ້ນທາງລົດໄຟລາວ-ຈີນ ເປີດບໍລິການຄົບຮອບ 4 ປີ, ນັບລວມແລ້ວ ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 62 ລ້ານກວ່າເທື່ອຄົນ, ຂົນສົ່ງສິນຄ້າຫລາຍກວ່າ 72 ລ້ານກວ່າໂຕນ, ໄດ້ສະແດງໃຫ້ເຫັນເຖິງ ປະສິດທິພາບຢ່າງຕໍ່ເນື່ອງ.ນັບແຕ່ ເສັ້ນທາງລົດໄຟລາວ-ຈີນໄດ້ ເປີດບໍລິການ ໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ເບື້ອງປະເທດຈີນ, ຈຳນວນຖ້ຽວລົດໂດຍສານ ສະເລ່ຍຕໍ່ມື້, ຈາກ 8 ຖ້ຽວ ໃນໄລຍະເປີດບໍລິການເບື້ອງຕົ້ນ ໄດ້ເພີ່ມຂຶ້ນເປັນສູງສຸດ 86 ຖ້ຽວ, ນັບລວມແລ້ວ ໄດ້ຂົນສົ່ງຜູ້ໂດຍສານ ຫລາຍກວ່າ 51 ລ້ານເທື່ອຄົນ; ສ່ວນເບື້ອງປະເທດລາວ, ຈຳນວນຖ້ຽວລົດໂດຍສານ ສະເລ່ຍຕໍ່ວັນຈາກ 4 ຖ້ຽວ ໃນໄລຍະເປີດບໍລິການ ເບື້ອງຕົ້ນ ໄດ້ເພີ່ມຂຶ້ນ ເປັນສູງສຸດ 18 ຖ້ຽວ, ນັບລວມແລ້ວ ໄດ້ຂົນສົ່ງຜູ້ໂດຍສານ 11 ລ້ານກວ່າເທື່ອຄົນ. ທ່ານ ນາງ ຫລີວສີ ຫົວໜ້າຄວບຄຸມ ຂະບວນລົດ ຂອງທາງລົດໄຟລາວ-ຈີນ ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາຄຸ່ນໝິງກ່າວວ່າ: ປະລິມານການຂົນສົ່ງ ຜ່ານທາງລົດໄຟລາວ-ຈີນ ມີທ່າອ່ຽງ ເພີ່ມຂຶ້ນທຸກປີ, ຈຳນວນຂົນສົ່ງ ຜູ້ໂດຍສານ ຕໍ່ເດືອນ ໄດ້ເພີ່ມຂຶ້ນຈາກ6 ແສນເທື່ອຄົນ ໃນໄລຍະເປີດບໍລິການເບື້ອງຕົ້ນ ເປັນສູງສຸດ 2 ລ້ານກວ່າເທື່ອຄົນ, ຈຳນວນຄົນເຂົ້າ-ອອກເມືອງໄດ້ເພີ່ມຂຶ້ນຈາກ 300 ເທື່ອຄົນຕໍ່ມື້ ເປັນສູງສຸດ 1.400 ເທື່ອຄົນ. ນັບລວມແລ້ວ ໄດ້ຂົນສົ່ງສິນຄ້າຂ້າມຊາຍແດນ ຫລາຍກວ່າ 16 ລ້ານໂຕນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL