ອາຟຣິກາໃຕ້ ຈະສືບຕໍ່ເຂົ້າຮ່ວມວຽກງານຂອງ ຈີ 20 ຢ່າງຮອບດ້ານ ດ້ວຍທ່າທີທີ່ມີລັກສະນະສ້າງສັນ

03/12/2025 12:42
ຂປລ “ອາ​ຟ​ຣິ​ກາ​ໃຕ້​ ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ ທາງ​ການ​ຂອງ​ G20 ແລະ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມວຽກ​ງານ​ຂອງ​ G20 ຢ່າງ​ຮອບ​ດ້ານ ​ດ້ວຍ​ທ່າ​ທີ​ ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ”.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ມາ​ຕາ​ເມ​ລາ ​ຊີ​ຣິ​ລ ຣາ​ມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ ​ອາ​ຟ​ຣິກ​າ​ໃຕ້ ​ກ່າວ​ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ລະ​ດັບ​ຊາດ ເມື່ອບໍ່ດົນມານີ້ວ່າ: “ອາ​ຟ​ຣິ​ກາ​ໃຕ້​ ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ ທາງ​ການ​ຂອງ​ G20 ແລະ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມວຽກ​ງານ​ຂອງ​ G20 ຢ່າງ​ຮອບ​ດ້ານ ​ດ້ວຍ​ທ່າ​ທີ​ ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ”. ທ່ານ ມາ​ຕາ​ເມ​ລາ ​ຊີ​ຣິ​ລ ຣາ​ມາ​ໂຟ​ຊາ ກ່າວ​ເນັ້ນ​ໜັກ​ວ່າ: ອາ​ຟ​ຣິ​ກາ​ໃຕ້ ​ຍຶດ​ໝັ້ນ​ໃນ​ການແກ້​ໄຂ ​ຄວາມ​ຂັດ​ແຍ້ງ​ກັນ ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື ​ຢ່າງ​ສະ​​ເໝີ​ຕົ້ນ​ ສະ​ເໝີ​ປາຍ,ເດັດ​ດ່ຽວ​ ຄັດ​ຄ້ານ​​ອິດ​ທິກຳ​ລັງ​ພາຍນອກ​ໃດໆ​ ສວຍ​ໃຊ້​ເລື່ອງ​ທີ່​ບໍ່​ຖືກ​ຕ້ອງ​ມາ​ແຊກ​ແຊງ ວຽກ​ງານ​ພາຍ​ໃນ ແລະ ​ທຳລາຍ​ຄວາມ​ສາ​ມັກ​ຄີ​ ທາງ​ສັງ​ຄົມ ​ຂອງ​ອາ​ຟ​ຣິ​ກາ​ໃຕ້,“ບັນ​ຫາ​ຂອງ​ອາ​ຟ​ຣິ​ກາ​ໃຕ້ ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ ດ້ວຍ​ຄົນ​ອາ​ຟ​ຣິ​ກາ​ໃຕ້​ເອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top