ຂປລ
ສປ ຈີນ ໄດ້ປະກາດຫລັກໝັ້ນກ່ຽວກັບບົດລາຍງານສະບັບຫລ້າສຸດ ກ່ຽວກັບ ການຕິດຕາມຄຸ້ມຄອງ ມາດຕະການການຄ້າຂອງສະມາຊິກ, ໂດຍຮຽກຮ້ອງ ໃຫ້ສະມາຊິກຕ່າງໆ ຈົ່ງປະຕິບັດ ພັນທະທີ່ໄດ້ແຈ້ງມາດຕະການ ການຄ້າຂອງຕົນ, ເພີ່ມທະວີຄວາມໂປ່ງໃສຂອງນະໂຍບາຍການຄ້າ ແລະປົກປັກຮັກສາລະບົບການຄ້າຫຼາຍຝ່າຍໃຫ້ດຳເນີນໄປຢ່າງໝັ້ນທ່ຽງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນກອງປະຊຸມທາງການ ຂອງຄະນະກຳມະການ ພິຈາລະນາ ນະໂຍບາຍ ການຄ້າ ຂອງອົງການການຄ້າໂລກ ຫລື WTO ທີ່ຈັດຂຶ້ນວັນທີ 2 ທັນວານີ້, ສປ ຈີນ ໄດ້ປະກາດຫລັກໝັ້ນ ກ່ຽວກັບ ບົດລາຍງານ ສະບັບຫລ້າສຸດ ກ່ຽວກັບ ການຕິດຕາມຄຸ້ມຄອງ ມາດຕະການ ການຄ້າຂອງສະມາຊິກ, ໂດຍຮຽກຮ້ອງ ໃຫ້ສະມາຊິກຕ່າງໆ ຈົ່ງປະຕິບັດພັນທະ ທີ່ໄດ້ແຈ້ງມາດຕະການ ການຄ້າຂອງຕົນ, ເພີ່ມທະວີຄວາມໂປ່ງໃສ ຂອງນະໂຍບາຍການຄ້າ ແລະ ປົກປັກຮັກສາ ລະບົບການຄ້າ ຫລາຍຝ່າຍ ໃຫ້ດຳເນີນໄປ ຢ່າງໝັ້ນທ່ຽງ. ທ່ານ ເອັນໂກຊີ ໂອຄອນໂຈ ອີວີລາ ຜູ້ອຳນວຍການໃຫຍ່ WTO ໄດ້ເຂົ້າຮ່ວມ ກອງປະຊຸມ ພ້ອມທັງ ກ່າວຄຳປາໄສ, ໂດຍຍົກໃຫ້ເຫັນວ່າ: ລະບົບການຄ້າທົ່ວໂລກ ພວມປະສົບກັບ ຄວາມປັ່ນປ່ວນ ໜັກໜ່ວງທີ່ສຸດ ໃນຮອບ 80 ປີມານີ້, ມາດຕະການພາສີ ແຕ່ຝ່າຍດຽວໄດ້ເພີ່ມຂຶ້ນ ຢ່າງຂະໜາດໃຫຍ່, ຄວາມເຄັ່ງຕຶງ ດ້ານພູມສາດ ການເມືອງ ແລະ ຄວາມຂັດແຍ້ງກັນ ໃນພາກພື້ນ ເພີ່ມຂຶ້ນ. ພ້ອມກັນນັ້ນ, ການຄ້າປະມານ 72% ຍັງດຳເນີນໄປ ຕາມຫລັກການ ປະເທດ ບູລິມະສິດ. WTO ຈະຕິດຕາມສະພາບການດ້ານພາສີຢ່າງໃກ້ຊິດ ແລະ ຈະດຳເນີນການປະເມີນ ອັດຕາສ່ວນ ຂອງການຄ້າປະເທດ ບູລິມະສິດອີກເທື່ອໜຶ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL