ຂປລ
ອົງການປະເທດ ຜູ້ສົ່ງອອກ ນ້ຳມັນເຊື້ອໄຟ ຫລື ໂອເປັກ ໄດ້ອອກຖະແຫລງການວ່າ: ປະເທດຜະລິດ ນ້ຳມັນເຊື້ອໄຟລາຍໃຫຍ່ ທີ່ເປັນສະມາຊິກ ໂອເປັກ ແລະ ນອກໂອເປັກ ທັງໝົດ 8 ປະເທດໄດ້ຕົກລົງວ່າ: ຈະຮັກສາ ແຜນການປະລິມານ ການຜະລິດ ທີ່ຖືກກຳນົດໄວ້ ໃນຕົ້ນເດືອນພະຈິກປີນີ້, ໂຈະການເພີ່ມຜະລິດໃນ 3 ເດືອນຕົ້ນປີ 2026
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍດົນມານີ້, ອົງການປະເທດ ຜູ້ສົ່ງອອກ ນ້ຳມັນເຊື້ອໄຟ ຫລື ໂອເປັກ ໄດ້ອອກຖະແຫລງການວ່າ: ປະເທດຜະລິດ ນ້ຳມັນເຊື້ອໄຟລາຍໃຫຍ່ ທີ່ເປັນສະມາຊິກ ໂອເປັກ ແລະ ນອກໂອເປັກ ທັງໝົດ 8 ປະເທດໄດ້ຕົກລົງວ່າ: ຈະຮັກສາ ແຜນການປະລິມານ ການຜະລິດ ທີ່ຖືກກຳນົດໄວ້ ໃນຕົ້ນເດືອນພະຈິກປີນີ້, ໂຈະການເພີ່ມຜະລິດໃນ 3 ເດືອນຕົ້ນປີ 2026, ເຊິ່ງຈະຮັກສາ ປະລິມານ ການຜະລິດເທົ່າກັນກັບ ເດືອນທັນວາປີ 2025. ຂະນະທີ່ ຜູ້ຕາງໜ້າຂອງ ອາຣັບບີ ຊາອູດິດ, ຣັດເຊຍ, ອີຣັກ, ສະຫະລັດ ອາຣັບ ເອມີເຣດ, ກູເວດ, ກາຊັກສະຖານ,ອານເຊຣີ ແລະ ໂອມັນ ໄດ້ຈັດກອງປະຊຸມ ທາງອອນລາຍ ເພື່ອປຶກສາຫາລື ກ່ຽວກັບ ສະຖານະການ ແລະ ອະນາຄົດ ຂອງຕະຫລາດ ນ້ຳມັນເຊື້ອໄຟສາກົນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL