ສປ ຈີນ ຮຽກຮ້ອງໃຫ້ປະຊາຄົມໂລກສະໜັບສະໜູນ ອີຣັກ ຕ້ານການກໍ່ການຮ້າຍ

03/12/2025 12:45
ຂປລ ໃນ​ກອງ​ປະ​ຊຸມ ​ເປີດ​ກວ້າງ ກ່ຽວ​ກັບ​ ບັນ​ຫາ​ ອີ​ຣັກ​ ຂອງ​ສະ​ພາ​ ຄວາມ​ໝັ້ນ​ຄົງ​ ສະ​ຫະ​ ປະ​ຊາ​ຊາດ, ທ່ານ​ ຊຸ່ນ​ເຫລີຍ ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ ​ປະ​ຈຳ ​ອົງ​ການ ສະ​ຫະ ​ປະ​ຊາ​ຊາດ ກ່າວ​ວ່າ: ປະ​ຊາ​ຄົມ​ໂລກ ​ຄວນ​ເດັດ​ດ່ຽວ ​ສະ​ໜັບ​ສະ​ໜູນ​ ອີ​ຣັກ ​ເພີ່ມ​ທະ​ວີ​ ການ​ສ້າງ​ຄວາມ​ສາ​ມາດ ​ໃນການ​ຕ້ານ​ການ​ກໍ່​ການ​ຮ້າຍ, ໃຊ້​ມາດ​ຕະ​ການ ​ທີ່​ເຂັ້ມ​ແຂງ, ປາບ​ປາມ​ ອິດ​ທິ​ກຳ​ລັງ​ ຂອງລັດ​ທິ ​ກໍ່​ການ​ຮ້າຍ ​ທີ່​ຍັງ​ມີ​ຢູ່

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 2 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມ ​ເປີດ​ກວ້າງ ກ່ຽວ​ກັບ​ ບັນ​ຫາ​ ອີ​ຣັກ​ ຂອງ​ສະ​ພາ​ ຄວາມ​ໝັ້ນ​ຄົງ​ ສະ​ຫະ​ ປະ​ຊາ​ຊາດ, ທ່ານ​ ຊຸ່ນ​ເຫລີຍ ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ ​ປະ​ຈຳ ​ອົງ​ການ ສະ​ຫະ ​ປະ​ຊາ​ຊາດ ກ່າວ​ວ່າ: ປະ​ຊາ​ຄົມ​ໂລກ ​ຄວນ​ເດັດ​ດ່ຽວ ​ສະ​ໜັບ​ສະ​ໜູນ​ ອີ​ຣັກ ​ເພີ່ມ​ທະ​ວີ​ ການ​ສ້າງ​ຄວາມ​ສາ​ມາດ ​ໃນການ​ຕ້ານ​ການ​ກໍ່​ການ​ຮ້າຍ, ໃຊ້​ມາດ​ຕະ​ການ ​ທີ່​ເຂັ້ມ​ແຂງ, ປາບ​ປາມ​ ອິດ​ທິ​ກຳ​ລັງ​ ຂອງລັດ​ທິ ​ກໍ່​ການ​ຮ້າຍ ​ທີ່​ຍັງ​ມີ​ຢູ່, ​ເສີມ​ຂະ​ຫຍາຍ​ໝາກ​ຜົນ ​ແຫ່ງ​ການ​ຕ້ານ​ ການ​ກໍ່​ການ​ຮ້າຍ​ ທີ່​ບໍ່​ງ່າຍ​ກ່ອນ​ຈະ​ໄດ້​ມາ, ຮັກ​ສາ​​ສະ​ຖຽນ​ລະ​ພາບ ​ແລະ​ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ. ​ຝ່າຍ​ຕ່າງໆ​ພາຍ​ໃນອີ​ຣັກ ​ເພີ່ມ​ທະ​ວີ​ ຄວາມ​ສາ​ມັກ​ຄີ, ບັນ​ລຸ​ຄວາມ​ປອງດອງ​ກັນ, ສອດ​ຄ່ອງ​ກັບ ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ອີ​ຣັກ. ສປ ຈີນ ​ສະ​ໜັບ​ສະ​ໜູນ ​​ອີ​ຣັກ​ ເສີມຂະ​ຫຍາຍ​ສາຍ​ພົວ​ພັນ ​ຄູ່​ຮ່ວມ​ມື ຖານ​ບ້ານ​ໃກ້​ເຮືອນ​ຄຽງກັບ ​ປະ​ເທດ​ຕ່າງໆ​ ໃນ​ພາກ​ພື້ນ, ສືບ​ຕໍ່​ເສີມ​ຂະ​ຫ​ຍາຍ ​ບົດ​ບາດ​ສຳ​ຄັນ ​ເຂົ້າ​ໃນ​ການ​ຊຸກ​ຍູ້​ ຄວາມ​ສາ​ມັກ​ຄີ​ ຂອງ​ພາກ​ພື້ນ​ ກໍ່​ຄື​ການ​ຮັກ​ສາ ​ຄວາມ​ໝັ້ນ​ຄົງ​ ຂອງ​ພາກ​ພື້ນ. ອະ​ທິ​ປະ​ໄຕ, ເອ​ກະ​ລາດ​ ແລະ​ ຜືນ​ແຜ່ນ​ດິນ ​ອັນ​ຄົບ​ຖ້ວນ ​ຂອງ​ອີ​ຣັກ​ ຄວນ​ໄດ້​ຮັບ​ຄວາມ​ເຄົາ​ລົບ ​ແລະ ​ການ​ປົກ​ປັກ​ຮັກ​ສາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top