ຂປລ
ຂປລ. ການສະແດງປະຫລັດຕື້ ເປັນວັດທະນະທຳ ເອກກະລັກພື້ນບ້ານ, ພື້ນເມືອງທີ່ສືບທອດມາຫລາຍກວ່າ 200 ປີ ຢູ່ພາກໃຕ້ຂອງລາວ ໂດຍສະເພາະ ຢູ່ເມືອງຈຳປາສັກ ແລະ ເມືອງອື່ນໆ ແຂວງຈໍາປາສັກ ຊຶ່ງປັດຈຸບັນ ໄດ້ຮັບຄວາມນິຍົມຢ່າງຫລວງຫລາຍ ຈາກຄົນລາວ ແລະ ຄົນຕ່າງປະເທດ.

ຂປລ. ການສະແດງປະຫລັດຕື້ ເປັນວັດທະນະທຳ ເອກກະລັກພື້ນບ້ານ, ພື້ນເມືອງທີ່ສືບທອດມາຫລາຍກວ່າ 200 ປີ ຢູ່ພາກໃຕ້ຂອງລາວ ໂດຍສະເພາະ ຢູ່ເມືອງຈຳປາສັກ ແລະ ເມືອງອື່ນໆ ແຂວງຈໍາປາສັກ ຊຶ່ງປັດຈຸບັນ ໄດ້ຮັບຄວາມນິຍົມຢ່າງຫລວງຫລາຍ ຈາກຄົນລາວ ແລະ ຄົນຕ່າງປະເທດ.
ທ່ານ ນົມ ວຽງພູມີ ປະທານສະມາຄົມປະຫລັດຕື້ເມືອງຈຳປາສັກ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງຈໍາປາສັກ ເມື່ອບໍ່ດົນມານີ້ວ່າ: ລະຄອນປະຫລັດຕື້ ແມ່ນມີມາແຕ່ດົນນານ ຊຶ່ງເປັນການສະແດງສືບຕໍ່ກັນມາແຕ່ສະໄໝ ປູ່ຍ່າຕາຍາຍ ສືບຕໍ່ກັນມາຮຸ່ນຕໍ່ຮຸ່ນ ຈາກຮຸ່ນພໍ່ຕໍ່ມາຫາຮຸ່ນລູກ ເປັນເວລາຍາວນານ ຢູ່ພາກໃຕ້ຂອງລາວ ໂດຍສະເພາະ ຢູ່ເມືອງຈຳປາສັກ ແລະ ເມືອງອື່ນໆ ແຂວງຈໍາປາສັກ. ອາຈານ ສົມພອນ ວົງສຸວັນ ໄດ້ເລົ່າວ່າ: ເພິ່ນໄດ້ສືບສານມາຈາກພໍ່ເຖົ້າຄໍາ ແລະ ພໍ່ເຖົ້າດວນ ໃນເມື່ອກ່ອນ ແຕ່ຕອນເພິ່ນຍັງເປັນເດັກນ້ອຍ ຊຶ່ງແຕ່ກ່ອນເພິ່ນໄດ້ໃຊ້ຕະກຽງ ຫລື ກະບອງ, ໂຄມໄຟ ທີ່ສາມາດອອກແສງ ຕໍ່ມາຈຶ່ງໄດ້ໃຊ້ຕະກຽງມົງຊົງ. ຫລັງຈາກພໍ່ເຖົ້າຄໍາ ແລະ ພໍ່ເຖົ້າດວນ ໄດ້ເສຍຊີວິດແລ້ວ ອາຈານ ສົມພອນ ວົງສຸວັນ ຈຶ່ງໄດ້ເອົາໂຕບັກຕື້ມາມ້ຽນໄວ້ທີ່ວັດລະຄອນ ເມືອງຈໍາປາສັກ ໃນເມື່ອວັດພູຈຳປາສັກ ໄດ້ເປັນມໍລະດົກໂລກແລ້ວ ເພິ່ນຈຶ່ງໄດ້ຄົ້ນພົບວັດຖຸດັ່ງກ່າວຄືນມາ ເຫັນວ່າມັນເປັນສິ່ງທີ່ເກົ່າແກ່ ເພິ່ນຈຶ່ງໄດ້ໃຫ້ທຶນລິເລີ່ມສ້າງຕັ້ງຟື້ນຟູຄືນໃໝ່ ໃຫ້ເປັນຈຸໜ່ວຍເຄື່ອນໄຫວຕາມໝູ່ບ້ານຕ່າງໆ ຊຶ່ງໄດ້ຮັບຄວາມນິຍົມຢ່າງຫລວງຫລາຍ ຈາກຄົນລາວ ແລະ ຄົນປະເທດ ດ້ວຍເຫດນັ້ນ ເພິ່ນໄດ້ຂະຫຍາຍອອກເປັນສາມະຄົມປະຫລັດຕື້ເທົ່າທຸກວັນນີ້.

ທ່ານ ນົມ ວຽງພູມີ ກ່າວຕື່ມວ່າ: ປັດຈຸບັນ ທາງສະມາຄົມ ໄດ້ມີການຈັດສະແດງ ໃຫ້ບັນດານັກທ່ອງທ່ຽວ ແລະ ມວນຊົນພາຍໃນໄດ້ເບິ່ງໄດ້ຊົມ ເປັນຕົ້ນ ອາທິດໜຶ່ງ 4 ວັນ ຄື: ວັນອັງຄານ ແລະ ວັນສຸກ ແມ່ນສະແດງໜັງປະ
ຫລັດຕື້ ສ່ວນວັນພຸດກັບວັນເສົາ ແມ່ນສາຍຮູບເງົາ (ຮູບເງົາສະໄໝກ່ອນ) ຊຶ່ງເລີ່ມແຕ່ເວລາ 20:00 ໂມງ-22:00 ໂມງ ແຕ່ລະມື້ແມ່ນຈະຜັດປ່ຽນເປັນແຕ່ລະເລື່ອງ ສ່ວນຫລາຍຈະເປັນນິທານພື້ນບ້ານ ປະສານກັບດົນຕີພື້ນເມືອງ ໂດຍສະເພາະ ເລື່ອງພະລັກພະລາມ ເນື່ອງຈາກກ່ຽວກັບວັດພູ, ຈາກນັ້ນແມ່ນເລື່ອງຄັດທະນາມ ແລະ ເລື່ອງຈຳປາສີ່ຕົ້ນ ຊຶ່ງເຫັນວ່າໃນແຕ່ລະອາທິດທາງສະມາຄົມແມ່ນເຮັດຢ່າງເປັນປົກກະຕິ ແລະ ເຫັນວ່ານັກທ່ອງທ່ຽວ ໃຫ້ຄວາມສົນໃຈຫລາຍ ໂດຍສະເພາະ ນັກທ່ອງທ່ຽວຕ່າງປະເທດ, ນອກຈາກສະແດງຢູ່ກັບເມືອງຈຳປາສັກແລ້ວ ທາງສະມາຄົມຍັງໄດ້ຮັບກຽດໄປສະແດງໃນງານຕ່າງໆທີ່ສຳຄັນ ຂອງແຂວງຈັດຂຶ້ນແຕ່ລະຄັ້ງອີກດ້ວຍ.

ເນື່ອງໃນໂອກາດທີ່ທົ່ວພັກ-ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນສ້າງຜົນງານ, ສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ທີ່ຈະມາເຖິງນີ້, ຕາງໜ້າໃຫ້ສະມາຄົມປະຫລັດຕື້ເມືອງຈຳປາສັກ ສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດທຸກຂັ້ນ ທີ່ຍາມໃດກໍໄດ້ຊຸກຍູ້ສົ່ງເສີມ ການສະແດງປະຫລັດຕື້ ໃຫ້ຄົງຢູ່ຄູ່ຄົນລາວ ເນື່ອງຈາກເປັນວັດທະນະທຳ ກໍຄືເອກກະລັກພື້ນບ້ານ, ພື້ນເມືອງທີ່ສືບທອດມາຫລາຍກວ່າ 200 ປີ, ສະນັ້ນ, ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ໝູນວຽນມາອີກວາລະໜຶ່ງ ຂໍຕາງໜ້າໃຫ້ແກ່ຄະນະ ລະຄອນປະຫລັດຕື້ເມືອງຈຳປາສັກ ອວຍພອນໄຊມາຍັງຜູ້ນຳພັກ-ລັດທຸກຂັ້ນ ຈົ່ງມີແຕ່ຄວາມສຸກສົມຫວັງສືບຕໍ່ນຳພາ-ຊີ້ນຳວຽກງານທຸກດ້ານ ໃຫ້ຈະເລີນຮຸ່ງເຮືອງຂຶ້ນກວ່າເກົ່າ ໂດຍສະເພາະ ການສະແດງລະຄອນປະຫລັດຕື້ ໃຫ້ໄດ້ເຄື່ອນໄຫວສະແດງຮັບໃຊ້ສັງຄົມ ແລະ ໃຫ້ມີການພັດທະນາຕໍ່ໄປເລື້ອຍໆ.
ໂດຍ: ປະພິດ ສີສົມບູນ, ພາບ: ຈັນທະວີສັກ ເຊັນສຸດໃຈ
KPL