ທະນາຄານໂລກ ໃຫ້ ຟີລິບປິນ ກູ້ຢືມຟື້ນຟູປະເທດຈາກໄຕ້ຝຸ່ນ ຄັລແມກິ 500 ລ້ານໂດລາ

03/12/2025 09:40
ຂປລ ທະນາຄານໂລກ (ເວີລດແບງ) ໄດ້ອະນຸມັດເງິນກູ້ຢືມຈຳນວນ 500 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການຟື້ນຟູ ແລະ ການກໍ່ສ້າງໃໝ່ ໃນພື້ນທີ່ ຊຶ່ງໄດ້ຮັບຜົນກະທົບ ຢ່າງຮຸນແຮງ ຈາກພາຍຸໄຕ້ຝຸ່ນ ຄັລແມກິ ໃນຟີລິບປິນ.

ຂປລ.ສຳນັກຂ່າວ ຊິນຮວາ ລາຍງານຈາກນະຄອນຫລວງ ມານີລາ ປະເທດ ຟີລິບປິນ ເມື່ອວັນທີ 29 ພະຈິກວ່າ ທະນາຄານໂລກ (ເວີລດແບງ) ໄດ້ອະນຸມັດເງິນກູ້ຢືມຈຳນວນ 500 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການຟື້ນຟູ ແລະ ການກໍ່ສ້າງໃໝ່ ໃນພື້ນທີ່ ຊຶ່ງໄດ້ຮັບຜົນກະທົບ ຢ່າງຮຸນແຮງ ຈາກພາຍຸໄຕ້ຝຸ່ນ ຄັລແມກິ ໃນຟີລິບປິນ.ເວີລດແບງ ອ້າງຕາມ ຂໍ້ມູນຈາກຄະນະກຳມະການຈັດການ ແລະ ຫລຸດຜ່ອນ ຄວາມສ່ຽງໄພພິບັດ ແຫ່ງຊາດຟີລິບປິນ ວ່າ: ພະຍຸລູກດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ຫລາຍກວ່າ 5 ລ້ານຄົນ ໃນເທດສະບານ ແລະ ເມືອງກວ່າ 400 ແຫ່ງທົ່ວປະເທດ, ເຮັດໃຫ້ມີຜູ້ບາດເຈັບ , ເສຍຊີວິດ ແລະ ເກີດຄວາມເສຍຫາຍ ເປັນວົງກວ້າງ ຕໍ່ເຮືອນຊານ , ຂົງເຂດກະສິກຳ ແລະ ພື້ນຖານໂຄງລ່າງ ສຳຄັນເຊັ່ນ ຖະໜົນ, ຂົວ, ທ່າກຳປັ່ນ ແລະ ສະໜາມບີນອື່ນໆ.

ບ້ວງເງິນ ກູ້ຢືມ ໃນຄັ້ງນີ້ ຈະຊ່ວຍລັດຖະບານ ຟີລິບປິນ ໃນການຍົກລະດັບ ປະຕິບັດການ ບັນເທົາທຸກ, ສ້ອມແປງພື້ນຖານໂຄງລ່າງ ທີ່ເສຍຫາຍ ແລະ ຟື້ນຟູບໍລິການພື້ນຖານ ທີ່ໄດ້ຮັບຜົນກະທົບ ຢ່າງໜັກທີ່ສຸດ. /

 

KPL

ຂ່າວອື່ນໆ

ads
ads

Top