ເມັກຊິກ-ອັງກິດສັ່ງຫ້າມນໍາເຂົ້າຊິ້ນໝູຈາກແອັດສະປາຍຫລັງພົບພະຍາດອະຫິວາລະບາດ

03/12/2025 09:40
ຂປລ ກະຊວງກະສິກຳ ເມັກຊິກ ໄດ້ອອກຖະແຫລງການ ໂດຍລະບຸວ່າ: ເມັກຊິກຢຸດຕິການນຳເຂົ້າ ຜະລິດຕະພັນຊິ້ນໝູຈາກ ແອັດສະປາຍ ຫລັງຈາກເກີດການລະບາດຂອງພະຍາດອະຫິວາ ອາຟຣິກາ ໃນໝູ(African swine fever – ASF),

ຂປລ.ສຳນັກຂ່າວ ອິນໂຟເຄວສ:ເມື່ອບໍ່ດົນມານີ້: ກະຊວງກະສິກຳ ເມັກຊິກ ໄດ້ອອກຖະແຫລງການ ໂດຍລະບຸວ່າ: ເມັກຊິກຢຸດຕິການນຳເຂົ້າ ຜະລິດຕະພັນຊິ້ນໝູຈາກ ແອັດສະ ປາຍ ຫລັງຈາກເກີດການລະບາດ ຂອງພະຍາດອະຫິວາ ອາຟຣິກາ ໃນໝູ(African swine fever – ASF), ໂດຍມາດຕະການນີ້ ເປັນໄປຕາມ ມາດຕະຖານ ສາກົນ ເພື່ອປົກປ້ອງ ການ ຜະລິດຊິ້ນໝູ ພາຍໃນປະເທດ ຈາກຄວາມສ່ຽງ ດ້ານສຸຂະພາບສັດ. ຂໍ້ຈຳກັດດ້ານການຄ້າດັ່ງກ່າວ ໄດ້ຄວບຄຸມການນໍາເຂົ້າ ເຊິງການຄ້າ ແລະ ຜະລິດຕະພັນຊິ້ນໝູ ທີ່ນັກເດີນທາງ ນໍາເຂົ້າ ປະເທດ.

ນອກຈາກນີ້ ອັງກິດ ກໍໄດ້ສັ່ງຫ້າມການນໍາເຂົ້າ ຊິ້ນໝູຈາກບາງພື້ນທີ່ ຂອງແອັດສະປາຍ ເປັນການຊົ່ວຄາວ, ຫລັງພົບ ການແຜ່ລະບາດຂອງ ພະຍາດອະຫິວາອາຟຣິກາ ໃນໝູ, ໂດຍ ສິນຄ້າປະເພດໝູສົດ ແລະ ຜະລິດຕະພັນ ທີ່ໄດ້ຮັບຜົນກະທົບ ທັງໝົດ ຈະຖືກກັກໄວ້ ຢູ່ຈຸດກວດກາ ຕາມຊາຍແດນ. ໃນຂະນະທີ່ ກະຊວງສິ່ງແວດລ້ອມ ຂອງອັງກິດ(DEFRA) ຍັງຄົງ ຕິດຕາມ ສະຖານະການຢ່າງໃກ້ສິດ ແລະ ຈະທົບທວນມາດຕະການ ປ້ອງກັນທັງໝົດ ຢ່າງຕໍ່ເນື່ອງ./.

KPL

ຂ່າວອື່ນໆ

ads
ads

Top