ຄວາມເປັນມາ ແລະ ຮີດຄອງປະເພນີຂອງຊົນເຜົ່າສາມຕ່າວ

11/11/2025 10:50
ຂປລ ຂປລ. ຊົນເຜົ່າສາມຕ່າວ ມີຕົ້ນກຳເນີດມາຈາກດິນຕອນໃຕ້ຂອງປະເທດຈີນ ເຂດສິບສອງພັນນາ ແລະ ເຂດຊຽງຮຸ່ງ ນຳໂດຍເຈົ້າຫລວງອົງແສງຄຳ ຕໍ່ມາພະຍາວົງ ແລະ ເຈ້ົາແສງ ເປັນຜູ້ສືບທອດ, ສາເຫດຂອງການເຄື່ອນຍ້າຍເນ່ືອງຈາກການປະລາໄຊເສິກສິບສອງພັນນາ ຈຶ່ງໄດ້ຍົກຍ້າຍບ້ານເມືອງມາຢູ່ເມືອງສາມພູປາງ ຊາຍແດນຂອງປະເທດ ມຽນມາ,

           

ຂປລ. ຊົນເຜົ່າສາມຕ່າວ ມີຕົ້ນກຳເນີດມາຈາກດິນຕອນໃຕ້ຂອງປະເທດຈີນ ເຂດສິບສອງພັນນາ ແລະ ເຂດຊຽງຮຸ່ງ ນຳໂດຍເຈົ້າຫລວງອົງແສງຄຳ ຕໍ່ມາພະຍາວົງ ແລະ ເຈ້ົາແສງ ເປັນຜູ້ສືບທອດ, ສາເຫດຂອງການເຄື່ອນຍ້າຍເນ່ືອງຈາກການປະລາໄຊເສິກສິບສອງພັນນາ ຈຶ່ງໄດ້ຍົກຍ້າຍບ້ານເມືອງມາຢູ່ເມືອງສາມພູປາງ ຊາຍແດນຂອງປະເທດ ມຽນມາ, ຈາກນັ້ນ ເຂົາເຈົ້າເຄື່ອນຍ້າຍເຂົ້າມາຕັ້ງພູມລຳເນົາ ຢູ່ປະເທດລາວໄລຍະດຽວກັນກັບຊົນເຜົ່າກຶມມຸ, ບິດ ແລະ ລະເມດ. ຊົນເຜົ່ານີ້ເອີ້ນຕົນເອງວ່າ: “ສາມຕ່າວ”  ແລະ ຊື່ນຳໃຊ້ທາງລັດຖະການໃນປັດຈຸບັນ ກໍແມ່ນຊົນເຜົ່າ “ສາມຕ່າວ”.

        ຕາມປ້ຶມປະຫວັດສາດແຂວງຜົ້ງສາລີ ໄດ້ໃຫ້ຮູ້ວ່າ:​  “ສາມຕ່າວ”  ແມ່ນຊື່ສາມກົກ (ສາມເຈົ້າ) ຂອງສາມອາຈາຈັກນ້ອຍ ໃນະສໄໝສີ່ແສນ ອານມ້າ (ສະໄໝສັກດີນາ ພະມ້າເຂົ້າມາຮຸກຮານປະເທດລາວ) ແລະ ຍັງມີປະຫວັດເລົ່າສືບຕໍ່ກັນມາວ່າ: ແຕ່ກ່ອນເປັນເຜົ່າດຽວກັບຊົນເຜົ່າກຶມມຸ, ມີເຂດໜຶ່ງຂອງຊົນເຜົ່າກຶມມຸ ທີ່ມີຄວາມຈະເລີນກວ່າ, ມີໂຕອັກສອນຂອງຕົນ. ພວກເຈົ້າກົກ, ເຈົ້າເຫລົ່າ ໄດ້ເອົາໂຕອັກສອນຂອງເຜົ່າຕົນໄປຂາຍໃຫ້ເຜົ່າອື່ນ.  ຕໍ່ມາ ກໍເກີດມີການຜິດຖຽງກັບເຜົ່າດັ່ງກ່າວ, ຈຳເປັນໄດ້ກັບມາຢູ່ກັບຊົນເຜົ່າຕົນ, ແຕ່ປະຊາຊົນບໍ່ຮັບເອົາເຂົາເຈົ້າອີກ,​ຈຶ່ງໜີໄປຢູ່ຕ່າງຫາກ, ປະພາສາ,​ ປະຮີດຄອງຂອງຊົນເຜົ່າຕົນ, ລອກແບບເອົາຂອງຊົນເຜົ່າອື່ນ ເຊັ່ນ: ຈາກຖືຜີ ມາຖືພາມ, ຈາກສາສະໜາພາມ ມາຖືສາສະໜາພຸດ. ຊົນເຜົ່າ ສາມຕ່າວ ປະກອບມີໜຶ່ງແຊກຄື “ດອຍ”.

        ຊົນເຜົ່າສາມຕ່າວ ສ່ວນຫລາຍປະກອບອາຊີບດ້ານກະສິກຳ ຄື: ການເຮັດໄຮ່, ເຮັດນາປູກເຂົ້າ ແລະ ລ້ຽງສັດ. ນອກນີ້ ພວກເຂົາຍັງປູກພືດຜັກຕ່າງໆ ເພື່ອຮັບໃຊ້ຊີວິດປະຈຳວັນຂອງຄອບຄົວ. ຜູ້ຊາຍ ມີມູນເຊື້ອໃນວິຊາຫັດຖະກຳຈັກສານ, ຕີເຫລັກ ເພື່ອເຮັດເຄື່ອງໃຊ້ໃນຄອບຄົວ, ເຄື່ອງມືການຜະລິດ ແລະ ແມ່ຍິງມີມູນເຊື້ອໃນການຕ່ຳຫູກທໍໄໝ ເພື່ອເຮັດເຄື່ອງນຸ່ງຫົ່ມ. ພ້ອມນັ້ນ ເຂົາເຈົ້າມີຄວາມນິຍົມຢູ່ເຮືອນຮ້ານ, ການປຸກສ້າງເຮືອນຈະມີຊານ, ມີເຊຍ,​ເຮັດເປັນຫ້ອງ ແລະ ຂັ້ນໄດ ແມ່ນລູກຄີກຄື: 3, 5, 7, 9 ຂັ້ນ ແລະ ການຈັດຫ້ອງຢູ່ໃນເຮືອນແມ່ນຄ້າຍຄືກັນກັບຊົນເຜົ່າລື້.

        ເຖິງແນວໃດກໍຕາມ, ຊົນເຜົ່ານີ້ ຍັງມີຮີດຄອງປະເພນີກ່ຽວກັບຂ້ໍຫ້າມ ແລະ ການຄະລຳຢູ່ໃນເຮືອນແມ່ນບໍ່ໃຫ້ຄົນນອກລ່ວງເຂົ້າຫ້ອງນອນ. ສ່ວນການນຸ່ງຖືຂອງຊົນເຜົ່າ ສາມຕ່າວ ແມ່ຍິງແມ່ນນຸ່ງເສືອປ້າຍ ແລະ ມີລວດລາຍຢູ່ບ່ອນປາຍ ແລະ ຕີນເສື້ອ, ແຂນເສື້ອມີແຄບລາຍ,​ ສິ້ນ ເປັນລາຍດອກຫລາຍສີປົນກັນ ແລະ ກໍມີຜ້າຄຽນຫົວເປັນສີຟ້າ. ສຳລັບຜູ້ຊາຍແມ່ນນຸ່ງເສື້ອຄໍເຊີດມີລວດລາຍຢູ່ຄໍ ແລະ ປາກຖົງໂສ້ງສີດຳຂາຍາວ. ຄຽງຄູ່ກັນນັ້ນ, ຍ້ອນມີການດຳລົງຊີວິດຢູ່ສະຫລັບສັບຫວ່າງກັບຊົນເຜົ່າອື່ນໆ ເຮັດໃຫ້ເຂົາເຈົ້າເຊື່ອຖືສາສະໜາພຸດ, ພາມ ແລະ ຜີ, ມີວັດທະນະທຳ ລັກສະນະປະສົມປະສານກັບຊົນເຜົ່າອື່ນໆທີ່ຢູ່ໃກ້ຄຽງເຊັ່ນ: ຢູ່ບ້ານຂອງເຂົາເຈົ້າຈະມີວັດວາອາຮາມ ແລະ ມີພະສົງສຳມະເນນ. ພ້ອມນັ້ນ ຍັງມີຄວາມເຊື່ອຖືທາງໄສຍະສາດ, ເລື່ອງຜີ ເຊັ່ນ:​ຜີພໍ່ຜີແມ່, ຜີເຮືອນ, ຜີບ້ານ,ຜີເມືອງ, ຜີແມ່ນ້ຳລຳເຊ, ຜີປ່າ ແລະ ຄວາມເຊື່ອເລື່ອງຈິດວິນຍານອື່ນໆ.

        ໃນປີໜຶ່ງ ຊົນເຜົ່າສາມຕ່າວມີການເຮັດບຸນຕາມແຕ່ລະເດືອນເຊັ່ນ: ບຸນສູ່ຂວັນເຂົ້າ, ບຸນເຂົ້າຈີ່, ບຸນພະເຫວດ, ບຸນປີໃໝ່, ບຸນເຂົ້າພັນສາ, ບຸນເຂົ້າປະດັບດິນ, ບຸນເຂົ້າສະຫລາກ ແລະ ບຸນອອກພັນສາ (ການອອກຄອງຂອງພະສົງສຳມະເນນ) ຕາມຮອບວຽນຂອງປະຕິທິນລາວໃນແຕ່ລະເດືອນ. ສຳລັບສິລະປະວັນນະຄະດີຂອງຊົນເຜົ່ານີ້ແມ່ນປະກອບມີກອນຂັບ, ການລຳ, ເພງຮ້ອງ,​ ມີຄຳກອນ, ຄຳຜະຫຍາ,​ ສຸພາສຸດ, ນິທານ, ພື້ນສືບ ທີ່ສ່ອງແສງເຖິງສັງຄົມຂອງແຕ່ລະຍຸກສະໄໝ ແລະ ເຄື່ອງດົນຕີເຊັ່ນ: ກອງ, ປີ່, ຊໍ່, ຄ້ອງ, ຄຸຍ ແລະ ອື່ນໆ.

KPL

ຂ່າວອື່ນໆ

ads
ads

Top