ຂປລ
ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 (GMS2) ຊຶ່ງເປັນທຶນຊ່ວຍເຫລືອຂອງທະນາຄານພັດທະນາອາຊີ ຫລື (ADB) ເປັນໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ - ທຶນເພີ່ມ (NRI-AF); ຫລັງຈາກໂຄງການ ເອດີບີ ໄດ້ມາພັດທະນາກໍ່ສ້າງເສັ້ນທາງເບຕົງ, ກໍ່ສ້າງສະໂມສອນຢູ່ບ້ານຫາດຍາວ

ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 (GMS2) ຊຶ່ງເປັນທຶນຊ່ວຍເຫລືອຂອງທະນາຄານພັດທະນາອາຊີ ຫລື (ADB) ເປັນໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ - ທຶນເພີ່ມ (NRI-AF); ຫລັງຈາກໂຄງການ ເອດີບີ ໄດ້ມາພັດທະນາກໍ່ສ້າງເສັ້ນທາງເບຕົງ, ກໍ່ສ້າງສະໂມສອນຢູ່ບ້ານຫາດຍາວ ເຮັດໃຫ້ປະຊາຊົນມີຄວາມສະດວກສະບາຍຫລາຍດ້ານ, ການໄປມາຫາສູ່ກັນ, ການຂົນສົ່ງສິນຄ້າ (ຢາງພາລາ) ກໍສະດວກ, ປະຊາຊົນໄດ້ນໍາໃຊ້ສະໂມສອນເປັນບ່ອນຝາກເງິນຂອງກອງທຶນບ້ານ, ໃຊ້ເປັນບ່ອນຈັດງານລ້ຽງປີໃໝ່ ຫລື ບຸນກິນຈຽງ, ສ້າງຄວາມສະດວກໂດຍບໍ່ໄດ້ໄປເຊົາພັດຕະຄານບ່ອນອື່ນອີກ.

ທ່ານ ເກັ່ງເຮີ ເລຂາກອງທຶນ ບ້ານຫາດຍາວ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ຂ້າພະເຈົ້າຮັບຜິດຊອບກອງທຶນຂອງບ້ານຫາດຍາວ, ເວົ້າເຖິງການເຄື່ອນໄຫວວຽກງານກອງທຶນບ້ານຫາດຍາວ ສ້າງຕັ້ງຂຶ້ນ ເມື່ອວັນທີ 6 ຕຸລາ 2016, ທໍາອິດເລີ່ມຕົ້ນກອງທຶນນີ້ ມີສະມາຊິກມາຝາກເງິນ 164 ຄົນ, ຍິງ 63 ຄົນ. ຈໍານວນເງິນກອງທຶນທໍາອິດມີ 14 ລ້ານກວ່າກີບ, ເລີ່ມເປີດກອງທຶນມາຫລາຍປີ ເຮັດໃຫ້ມີສະມາຊິກເພີ່ມຂຶ້ນ, ມາຮອດປັດຈຸບັນປີ 2025 ນີ້, ກອງທຶນມີສະມາຊິກທັງໝົດ 1.488 ຄົນ, ຍິງ 893 ຄົນ, ມີເງິນທັງໝົດ 10 ຕື້ກວ່າກີບ. ສະຫລຸບໄດ້ດອກເບ້ຍ 1 ຕື້ກວ່າກີບ. ຄະນະຮັບຜິດຊອບພວກເຮົາໄດ້ແບ່ງປັນໃຫ້ສະມາຊິກທັງໝົດທີ່ມາຝາກ 70%, ຈາກ 30% ຈະຕັດເຂົ້າຄັງເງິນ, ມີຄັງເງິນບໍລິຫານ 3%, ຄັງສະສົມ 4% ຕາມຈໍານວນເງິນມາຝາກ.

ຫລັງຈາກສ້າງຕັ້ງກອງທຶນມາ ກໍເຫັນວ່າບ້ານຫາດຍາວມີການພັດທະນາຂຶ້ນເລື້ອຍໆເປັນຕົ້ນຊີວິດການເປັນຢູ່, ເຮືອນຊານບ້ານຊ່ອງມີການສ້ອມແປງ ປຸກເຮືອນຢູ່ຖາວອນ, ຖະໜົນຫົນທາງເປ່ເພ ກໍມີການສ້ອມແປງຄືນ ໂດຍໃຊ້ເງິນກອງທຶນດັ່ງກ່າວ. ໃນນັ້ນ, ຖ້າຫົນທາງເປ່ເພຫລາຍ ກໍໄດ້ເກັບເງິນນໍາປະຊາຊົນມາຕື່ມເລັກໆໜ້ອຍໆ. ແຕ່ກ່ອນທາງເປ່ເພແມ່ນເກັບເງິນປະຊາຊົນມາສ້ອມແປງ, ມາດຽວນີ້ ພວກເຮົາມີກອງທຶນແລ້ວ ໃຊ້ເງິນກອງທຶນຈັດງານປີໃໝ່ ຫລື ບຸນກິນຈຽງກໍແມ່ນໃຊ້ເງິນດັ່ງກ່າວ ໂດຍບໍ່ໄດ້ເກັບເງິນປະຊາຊົນ. ຜູ້ມາຝາກສາມາດຢືນເງິນກອງທຶນໄປສ້າງເສດຖະກິດຄອບຄົວໃນການປູກ-ການລ້ຽງ ຫລື ປູກຢາງພາລາ ກໍສາມາດມາຢືມໄດ້.
ທ່ານ ຝົ້ງ ປະຊາຊົນ ບ້ານຫາດຍາວໃຫ້ຮູ້ວ່າ: ເມື່ອເຂົ້າເປັນສະມາຊິກກອງທຶນບ້ານແລ້ວເວລາຕ້ອງການເງິນ ໄປຢືມເງິນມັນກໍງ່າຍແດ່, ຢືມເທົ່າໃດກະໄດ້ ບໍ່ມີແນວຄໍ້າປະກັນ. ການຝາກເງິນ, ມີຫລາຍຝາກຫລາຍ, ມີໜ້ອຍຝາກໜ້ອຍ ນັບແຕ່ 20.000 ກີບຂຶ້ນໄປຈົນເຖິງ 1 ລ້ານກີບ ຫລື ຫລາຍກວ່ານັ້ນ. ການຝາກເງິນແມ່ນເປີດວັນທີ 1 - 2 ຂອງທຸກໆເດືອນ. ສຳລັບຕົນເອງແມ່ນໄດ້ເລີ່ມຝາກມາເປັນເວລາເກືອບ 6 ປີແລ້ວ. ແນວໃດກໍດີເມື່ອທຽບໃສ່ໄລຍະທີ່ຍັງບໍ່ທັນຝາກ ແລະ ເວລາທີ່ຝາກມານີ້, ກໍເຮັດໃຫ້ຄອບຄົວມີເງິນທ້ອນ ແລະ ສາມາດຢືມເງິນກອງທຶນມາພັດທະນາຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ.
ໂດຍ: ຄັດທະນາມ
KPL