ຂປລ
ຂປລ. ເພື່ອເປັນການອະນຸ ລັກຮັກສາຮີດຄອງປະເພນີອັນດີງາມ ທີ່ຊາວພຸດໄດ້ສືບທອດກັນມາ. ໃນທ້າຍອາທິດຜ່ານມາທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ຈັດບຸນມະຫາກະຖິນສາມັກຄີ ປະຈຳປີ 2025 ຊຶ່ງກອງມະຫາກະຖິນສາມັກຄີ ໄດ້ຕັ້ງຢູ່ສູນການຄ້າບິກຊີ (ເຈົ້າພາບ) ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ບຸນມະຫາກະຖິນສາມັກຄີ ດັ່ງກ່າວ, ຕັ້ງຂຶ້ນ ໃນວັນທີ 31 ຕຸລາ 2025 ໂດຍມີກອງກະຖິນ 2 ກອງ ແລະ ຕົ້ນກາລະພຶກ ຈາກເຈົ້າພາບ ແລະ ພຸດທະສາສະນິກະຊົນທີ່ມີຈິດໃຈໃສສັດທາ ຊຶ່ງໃນວາລະພິທີການຕັ້ງກອງບຸນແມ່ນໄດ້ມີ ການຮັບໂມທະນາ, ສູດປະຣິຕະມຸງ ຄຸນ ແລະ ຟັງທຳມະເທສະໜາ. ສ່ວນໃນວັນທີ 1 ພະຈິກ 2025 ໄດ້ມີພິທີໃສ່ບາດຖວາຍສັງຄະທານ ແລະ ທອດຖວາຍກອງມະຫາກະຖິນສາມັກຄີ ຊຶ່ງໄດ້ແຫ່ກອງກະຖິນ ຈາກສູນການຄ້າບິກຊີ ໄປຖວາຍໃຫ້ສໍານັກວິປັດສະນາກຳມະຖານວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີພະເຖຣານຸເຖຣະ, ເຈົ້າພາບເຈົ້າສັດທາ ພ້ອມດ້ວຍຊາວພຸດທະສາຊະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມ. ນອກນີ້, ຍັງໄດ້ມີການຕໍ່ຍອດວັດຖຸປັດໄຈ ຈາກການຈັດຕັ້ງ, ບໍລິສັດ, ຫ້າງຮ້ານ ແລະ ພໍ່ແມ່ປະຊາຊົນ ກໍຄື ຊາວພຸດ ທີ່ເຂົ້າຮ່ວມພາຍໃນງານ ຊຶ່ງລວມວັດຖຸປັດໄຈ ທີ່ໄດ້ຮັບທັງໝົດ ຫລາຍກວ່າ 400 ລ້ານກີບ.

ການທອດກະຖິນສາມັກຄີຄັ້ງນີ້, ເປັນການລະດົມທຶນ, ວັດຖຸປັດໄຈ ສົມທົບຖວາຍເຂົ້າໃນການປັບປຸງບູລະນະປະຕິສັງຂອນວັດປ່ານາຄູນນ້ອຍ ໃຫ້ມີຄວາມຈະເລີນຮຸ່ງເຮືອງເຫລືອງເຫລື້ອມ ເພື່ອເປັນບ່ອນສັກກາລະບູຊາຂອງຊາວພຸດທັງຫລາຍ, ທັງເປັນການອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາວພຸດທະສາສະໜາ, ອີກດ້ານໜຶ່ງ ກໍເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໄດ້ມີໂອກາດມາເຮັດບຸນເຮັດທານຮ່ວມກັນ.
KPL