ອົດສະຕຣາລີ ຈະໃຫ້ປະຊາຊົນ ໃຊ້ໄຟຟ້າພະລັງງານ ແສງຕາເວັນ ບໍ່ເສຍຄ່າ

08/11/2025 12:29
Email Print 104
ຂປລ ທ່ານ ຄຣີສ ໂບເວນ ລັດຖະມົນຕີ ກະຊວງ ພະລັງງານ ອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານ ກຽມສະເໜີແຜນໃຫ້ ຄົວເຮືອນ ຫລາຍລ້ານຫລັງຄາ ທົ່ວປະເທດ ສາມາດໃຊ້ ໄຟຟ້າ ຈາກ ພະລັງງານ ແສງຕາເວັນໄດ້ ໂດຍບໍ່ເສຍຄ່າ ເປັນເວລາ 3 ຊົ່ວໂມງຕໍ່ວັນ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ທ່ານ ຄຣີສ ໂບເວນ ລັດຖະມົນຕີ ກະຊວງ ພະລັງງານ ອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານ ກຽມສະເໜີແຜນໃຫ້ ຄົວເຮືອນ ຫລາຍລ້ານຫລັງຄາ ທົ່ວປະເທດ ສາມາດໃຊ້ ໄຟຟ້າ ຈາກ ພະລັງງານ ແສງຕາເວັນໄດ້ ໂດຍບໍ່ເສຍຄ່າ ເປັນເວລາ 3 ຊົ່ວໂມງຕໍ່ວັນ ເພື່ອດຶງດູດ ໃຫ້ປະຊາຊົນ ຫັນມາໃຊ້ ໄຟຟ້າ ໃນໄລຍະ ທີ່ຜະລິດ ໄຟຟ້າ ຈາກ ໂຊລາຣເຊລ ຢູ່ລະດັບສູງສຸດ ແລະ ເພື່ອສ້າງ ສະຖຽນ ລະພາບ ໃຫ້ກັບລະບົົບໄຟຟ້າຂອງປະເທດ, ໂດຍຄາດວ່າ ໂຄງການດັ່ງກ່າວ ຈະເລີ່ມມີ ຜົນບັງຄັບໃຊ້ ໃນປີ 2026.

ໂຄງການດັ່ງກ່າວ ມີຊື່ວ່າ: ໂຊລາຣແຊເຣີຣ (Solar Sharer) ເພື່ອຈະເປີດ ໂອກາດ ໃຫ້ຄົວເຮືອນ ດ້ວຍທຸກຮູບແບບ ສາມາດ ເຂົ້າຮ່ວມໄດ້ ບໍ່ວ່າຈະເປັນ ເຈົ້າຂອງເຮືອນ ຫລື ຜູ້ເຊົ່າ. ເຖິງແມ່ນວ່າ ຈະບໍ່ໄດ້ຕິດຕັ້ງ ແຝງໂຊລາຣເຊລເທິງຫລັງຄາຂອງຕົນກໍ່ຕາມ ໂດຍຈະເລີ່ມນໍາຮ່ອງ ໃນລັດນີວເຊົາເວສ, ລັດເຊົາເລຍ ແລະ ພື້ນທີ່ຕາເວັນອອກສຽງໃຕ້ ຂອງລັດຄວິນແລນ ກ່ອນຈະຂະຫຍາຍ ໄປຍັງ ພື້ນທີ່ອື່ນໆ ທົ່ວປະເທດໃນອະນາຄົດ./

 

KPL

ຂ່າວອື່ນໆ

ads
ads

Top