ຟີລິບປິນ ປະກາດພາວະໄພພິບັດ ລະດັບຊາດ ຈາກພາຍຸໄຕ້ຝຸ່ນຄັລແມກິ

08/11/2025 12:29
Email Print 115
ຂປລ ວັນທີ 6 ພະຈິກ, ທ່ານ ເຟີຣດີນານ ມາຣກໍສ ຈູເນຍຣ ປະທານາທິບໍດີ ຂອງຟີລິບປິນ ປະກາດພາວະໄພພິບັດ ລະດັບຊາດ ເນື່ອງຈາກຜົນກະທົບ ຂອງພາຍຸ ໄຕ້ຝຸ່ນ ຄັລແມກິ (Kalmaegi) ແລະ ເພື່ອກຽມຮັບມືກັບ .

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ທາງການຈີນ ລາຍງານວ່າ: ວັນທີ 6 ພະຈິກ, ທ່ານ ເຟີຣດີນານ ມາຣກໍສ ຈູເນຍຣ ປະທານາທິບໍດີ ຂອງຟີລິບປິນ ປະກາດພາວະໄພພິບັດ ລະດັບຊາດ ເນື່ອງຈາກຜົນກະທົບ ຂອງພາຍຸ ໄຕ້ຝຸ່ນ ຄັລແມກິ (Kalmaegi) ແລະ ເພື່ອກຽມຮັບມືກັບ . ປັດຈຸບັນ, ພາຍຸລູກໃໝ່ນີ້ ພວມເຄື່ອນຕົວເຂົ້າມາ.

ດ້ວຍລະດັບ ຄວາມເສຍຫາຍ ຂອງ ພື້ນທີ່ ທີ່ໄດ້ຮັບຜົນກະທົບ ຈາກ ພາຍຸໄຕ້ຝຸ່ນ ຄັລແມກິ ແລະ ທ່າອຽງຜົນກະທົບ ຈາກພາຍຸ ໄຕ້ຝຸ່ນຟົງວອງ (Fung-Wong) , ຄະນະກຳມະການຈັດການ ແລະ ຫລຸດຄວາມສ່ຽງ ໄພພິບັດແຫ່ງຊາດ ປະກາດສະຖານະການໄພພິບັດ ລະດັບຊາດ ຊຶ່ງໄດ້ຮັບການອະນຸມັດແລ້ວ. ຄັລແມກິ ເປັນພາຍຸໄຕ້ ຝຸ່ນລູກທີ 20 ທີ່ພັດຖະຫລົ່ມ ຟີລິບປິນ ໃນປີ 2025 , ໄດ້ເຄື່ອນຕົວອອກຈາກ ປະເທດແລ້ວ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 140 ຄົນ ແລະ ສູນຫາຍ 127 ຄົນ. ນອກຈາກນີ້ ຍັງສົ່ງຜົນກະທົບ ຕໍ່ຄອບຄົວຫລາຍກວ່າ 5 ແສນຄົວເຮືອນ ຫລື ປະຊາຊົນຫລາຍກວ່າ 1,9ລ້ານຄົນ./

 

KPL

ຂ່າວອື່ນໆ

ads
ads

Top