ແບນຊິກ ກຽມເກັບກ່ຽວມັນຝຣັ່ງ ຢ່າງຫລວງຫລາຍ ເປັນປະຫວັດສາດ

02/11/2025 10:58
Email Print 118
ຂປລ ແບນຊິກ ກຽມເກັບກ່ຽວຜົນຜະລິດມັນຝຣັ່ງ ຢ່າງຫລວງຫລາຍ ເປັນປະຫວັດສາດ ໃນປີນີ້. ໂດຍກຸ່ມກະສິກຳ ເບລໂປເຕໂຕ ລະບຸວ່າ : ແບນຊິກ ໄດ້ຕັ້ງເປົ້າໝາຍ ທີ່ ຈະຜະລິດ ຫົວມັນຝຣັ່ງ ໃຫ້ໄດ້ປະມານ 5 ລ້ານໂຕນ , ເພີ່ມຂຶ້ນ 11% ເມື່ອທຽບໃສ່ ປີ 2024.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ເກຍ ປະເທດ ແບນຊິກ ວ່າ: ແບນຊິກ ກຽມເກັບກ່ຽວຜົນຜະລິດມັນຝຣັ່ງ ຢ່າງຫລວງຫລາຍ ເປັນປະຫວັດສາດ ໃນປີນີ້. ໂດຍກຸ່ມກະສິກຳ ເບລໂປເຕໂຕ ລະບຸວ່າ : ແບນຊິກ ໄດ້ຕັ້ງເປົ້າໝາຍ ທີ່ ຈະຜະລິດ ຫົວມັນຝຣັ່ງ ໃຫ້ໄດ້ປະມານ 5 ລ້ານໂຕນ , ເພີ່ມຂຶ້ນ 11% ເມື່ອທຽບໃສ່ ປີ 2024.

ຄວາມສຳເລັດໃນຄັ້ງນີ້ ເກີດຂຶ້ນ ຈາກການເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຂອງ ພື້ນທີ່ ປູກມັນຝຣັ່ງ ເນື່ອງຈາກ ອຸດສາຫະກຳມັນຝຣັ່ງທອດ ແຊ່ແຂງຂອງປະເທດ ທີ່ພວມກ້ວຂຶ້ນ ມາເປັນ ຜູ້ນຳລະດັບໂລກ, ແຕ່ກົງກັນຂ້າມ ແບນຊິກ ພວມໄດ້ຮັບ ຜົນກະທົບ ຈາກມາດຕະການພາສີ ຂອງ ສ.ອາເມລິກາ ແລະ ການແຂ່ງຂັນ ເພີ່ມທະວີຄວາມຮຸນແຮງ ຂຶ້ນຈາກອາຊີ. ອຸດສາຫະກຳດັ່ງກ່າວ ໄດ້ຂະຫຍາຍຕົວ ຢ່າງວອງໄວ ໃນທົດສະຫວັດ ທີ່ຜ່ານມາ. ປັດຈຸບັນ ແບນຊິກ ໄດ້ກາຍເປັນ ຜູ້ຜະລິດມັນຝຣັ່ງທອດ ລາຍໃຫຍ່ທີ່ສຸດ ຂອງເອີຣົບ ແລະ ຂອງໂລກ./

KPL

ຂ່າວອື່ນໆ

ads
ads

Top