ຂປລ
CMG ໄດ້ປະກາດຄຳອະທິບາຍ “ຂໍ້ສະເໜີຂອງສູນກາງພັກກອມມູນິດຈີນ ກ່ຽວກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XV” ທີ່ກ່າວໂດຍສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ
ກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XV” ສະບັບພາສາລາວ
ເມື່ອວັນທີ 28 ຕຸລານີ້ CMG ໄດ້ປະກາດຄຳອະທິບາຍ “ຂໍ້ສະເໜີຂອງສູນກາງພັກກອມມູນິດຈີນ ກ່ຽວກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XV” ທີ່ກ່າວໂດຍສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ໂດຍໄດ້ຮັບການມອບໝາຍ ຈາກກົມການເມືອງສູນກາງພັກ ສະບັບພາສາລາວ ເຊິ່ງຄຳອະທິບາຍ ດັ່ງກ່າວ ໄດ້ແນະນຳຂັ້ນຕອນ ການຮ່າງຂໍ້ສະເໜີ ຂອງສູນກາງພັກກອມມູນິດຈີນ ກ່ຽວກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XV.
ການພິຈາລະນາຕົ້ນຕໍ ຂອງ ການຮ່າງຂໍ້ສະເໜີ ແລະເນື້ອໃນພື້ນຖານຂອງຂໍ້ສະເໜີ ແລະ ມີຫຼາຍບັນຫາສຳຄັນ ທີ່ຕ້ອງການອະທິບາຍ.
ອີງຕາມຄຳອະທິບາຍດັ່ງກ່າວ ເຫັນວ່າ ກ່ຽວກັບຂໍ້ສະເໜີ ການວາງແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ XV ຂອງ ຈີນ, ຄະນະຮ່າງຂໍ້ສະເໜີໄດ້ຄົ້ນຄວ້າຄຳເຫັນ ແລະ ຂໍ້ສະເໜີຢ່າງຈົດຈໍ່ ເພື່ອຮັບເອົາຄຳເຫັນ ໃຫ້ຫຼາຍເທົ່າທີ່ ຈະຫຼາຍໄດ້.
ໃນນັ້ນ, ໄດ້ເພີ່ມເນື້ອໃນ, ການປັບປຸງ ແລະ ສັບຊ້ອນເນື້ອໃນຂໍ້ສະເໜີ ກະທັດຮັດ ເຊິ່ງລວມມີ ທັງໝົດ 218 ຈຸດ ໂດຍກວມເອົາຄຳເຫັນແລະຂໍ້ສະເໜີຈາກຝ່າຍຕ່າງໆ 452 ຂໍ້.
ໃນໄລຍະເຮັດວຽກຮ່າງ “ຂໍ້ສະເໜີ”, ຄະນະປະຈຳ ກົມການເມືອງສູນກາງພັກໄດ້ຈັດກອງປະຊຸມຄົບຄະນະ 3 ຄັ້ງ, ກົມການເມືອງສູນກາງພັກ ໄດ້ຈັດກອງປະຊຸມ 2 ຄັ້ງ ເພື່ອຄົ້ນຄວ້າພິຈາລະນາ ແລະ ປັບປຸງ, ຫຼັງຈາກນັ້ນ ຈຶ່ງໄດ້ຮ່າງ “ຂໍ້ສະເໜີ” ອອກມາ ເພື່ອສະເໜີຕໍ່ ກອງປະຊຸມຄົບຄະນະໃນຄັ້ງນີ້ ກ່ຽວກັບການຄົ້ນຄວ້າພິຈາລະນາ.
ໂດຍສາມາດເວົ້າໄດ້ວ່າ: ວຽກງານການຮ່າງ “ຂໍ້ສະເໜີ” ຄັ້ງນີ້ ແມ່ນພຶດຕິກຳຕົວຈິງທີ່ມີຊີວິດຊີວາ ອີກຄັ້ງໜຶ່ງ ໃນການສົ່ງເສີມ ປະຊາທິປະໄຕພາຍໃນພັກ ແລະ ປະຊາທິປະໄຕ ປະຊາຊົນທົ່ວຂະບວນການ.
ໃນຄຳອະທິບາຍດັ່ງກ່າວ ຍັງໄດ້ມີການແນະນຳ ໂດຍຫຍໍ້ກ່ຽວກັບເຈັດບັນຫາສຳຄັນເຊັ່ນ: ຖານະບົດບາດສຳຄັນ ຂອງໄລຍະປະຕິບັດ “ແຜນພັດທະນາ 5 ປີ ຄັ້ງທີ XV”, ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມໃນໄລຍະ “ແຜນພັດທະນາ 5 ປີ ຄັ້ງທີ XV”,ການຖືເອົາ ການຊຸກຍູ້ການພັດທະນາ ດ້ວຍຄຸນນະພາບສູງເປັນຫົວຂໍ້ຫຼັກ,
ການສ້າງຮອບໝູນວຽນທາງເສດຖະກິດຢູ່ພາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ ທັງເຮັດໃຫ້ຮອບໝູນວຽນ ທາງເສດຖະກິດຢູ່ພາຍໃນປະເທດ ແລະ ສາກົນມີຄວາມລຸລ່ວງ, ກ່ຽວກັບ ການສ້າງຄວາມຮັ່ງມີຮ່ວມກັນ ຂອງປະຊາຊົນທຸກຖ້ວນໜ້າ ຢວ່ງບາດກ້າວທີ່ໜັກແໜ້ນ, ກ່ຽວກັບການວາງແຜນ ເປັນເອກະພາບກັນໃນດ້ານການພັດທະນາແລະຄວາມໝັ້ນຄົງ ແລະ ກ່ຽວກັບການຍຶດໝັ້ນການນຳພາຮອບດ້ານຂອງພັກຍຶດໝັ້ນ ແລະ ເພີ່ມທະວີການຮ່ວມມື ຮອບດ້ານ ຂອງພັກ ແມ່ນສິ່ງຄ້ຳປະກັນພື້ນຖານ ໃນການຊຸກຍູ້ ຄວາມທັນສະໄໝແບບຈີນ.
ສຸດທ້າຍ ຄຳອະທິບາຍດັ່ງ່ກາວ ສະຫຼຸບວ່າ, ການພິຈາລະນາຄົ້ນຄວ້າ ແລະ ຮັບຮອງຂໍ້ສະເໜີ ກ່ຽວກັບ “ແຜນພັດທະນາ 5 ປີ ຄັ້ງທີ XV” ແມ່ນໜ້າທີ່ຕົ້ນຕໍຂອງກອງປະຊຸມຄົບຄະນະຄັ້ງທີ 4 ຂອງ ຄະນະກຳມະການ ສູນກາງພັກກອມມູນິດຈີນ ສະໄໝທີ XX. ສະຫາຍສີຈິ້ນຜິງ ໄດ້ຮຽກຮ້ອງໃຫ້ທຸກສະຫາຍ ຕ້ອງຕັ້ງໜ້າຕັ້ງໃຈພິຈາລະນາ ແລະ ລົງເລິກປຶກສາຫາລືກັນ ເພື່ອປະກອບຄຳເຫັນ ແລະ ຂໍ້ສະເໜີ ທີ່ມີລັກສະນະສ້າງສັນ, ຮ່ວມກັນຈັດກອງປະຊຸມ ຄົບຄະນະຄັ້ງນີ້ໃຫ້ດີ ແລະ ການປັບປຸງຂໍ້ສະເໜີ ສະບັບຮ່າງນີ້ໃຫ້ດີ.
KPL