CMG ປະກາດ “ຂໍ້ສະເໜີຂອງສູນກາງພັກ ກອມມູນິດຈີນ ກ່ຽວກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XV” ສະບັບພາສາລາວ

28/10/2025 21:41
ຂປລ CMGໄດ້ປະກາດ “ຂໍ້ສະເໜີຂອງສູນກາງ ພັກກອມມູນິດຈີນ ກ່ຽວກັບ ການວາງແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XV” ສະບັບພາສາລາວ. ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງ ຄະນະກຳມະການສູນກາງ ພັກຄອມມູນິດຈີນ ສະໄໝທີ XX ໄດ້ວິເຄາະສະພາບການທັງພາຍໃນ ແລະ ຕ່າງປະເທດຢ່າງເລິກເຊິ່ງ ແລະ ສະເໜີຂໍ້ສະເໜີ ກ່ຽວກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XV .

ວັນທີ 28 ຕຸລານີ້ CMGໄດ້ປະກາດຂໍ້ສະເໜີຂອງສູນກາງ ພັກກອມມູນິດຈີນ ກ່ຽວກັບ ກາວາງແຜ ພັດທະນາເສດຖະກິດ-​ສັງຄົແຫ່ງຊາດ 5 ປີຄັ້ງທີ XV” ສະບັບພາສາລາວ. ກອງປະຊຸມຄົບຄະນະຄັ້ງທີ 4 ຂອງ ຄະນະກຳມະການສູນກາງ ພັກຄອມມູນິດຈີນ ສະໄໝທີ XX ໄດ້ວິເຄາະ​​ສະພາບການທັງພາຍໃນແລະຕ່າງປະເທດຢ່າງເລິກເຊິ່ງ ແລະ ສະເໜີຂໍ້ສະເໜີ ກ່ຽວກັບການວາງແຜ ພັດທະນາເສດຖະກິດ​-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XV .

ຂໍ້ສະເໜີ​” ​​ໄດ້ແບ່ງອອກເປັນ 15 ພາກ ໂດຍມີ ເນື້ອໃນກວມເອົາ 3 ດ້ານຄື:ເນື້ອໃນດ້ານທີ 1: ເປັນຂໍ້ບັນຍາຍ ໂດຍປະກອບມີພາກທີ 1 ແລະ ພາກທີ 2, 3 ເຊິ່ງຕົ້ນຕໍແມ່ນ ໄດ້ບັນຍາຍ​​ກ່ຽວກັບເນື້ອໃນຕ່າງໆ ເຊັ່ນ: ຜົນານອັນສຳຄັນເປັນຢ່າງຍິ່ງ ໃນການພັດທະນາ​​ປະເທດຈີນ ໃນໄລຍະແຜນພັດທະນາ 5 ປີຄັ້ງທີ XIV”,

ຖານະ​​ບົດບາດສຳຄັນ ທີ່ເປັນການສືບທອດອັນເກົ່າ ແລະ ບຸກເບີກໄປສູ່ອັນໃໝ່ ຂອງໄລຍະ “​ແຜນພັດທະນາ 5 ປີຄັ້ງທີ XV” ​ໃນຂະບວນການ ບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ, ການປ່ຽນແປງທີ່ເລິກເຊິ່ງ ແລະສັບສົນໃນສະພາບແວດລ້ອມ ການພັທະນາຂອງຈີນ ທີ່ຈະຜະເຊີນໃນໄລຍະ “​ແຜນພັດທະນາ 5 ປີຄັ້ງທີ XV”, ​ແນວຄິດຊີ້ນຳ, ຫຼັກການ ແລະ ເປົ້າໝາຍຕົ້ນຕໍ ແຫ່ງການພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີຕໍ່ໜ້າ.

 ເນື້ອໃນດ້ານທີ 2 ມີ 12 ພາກ ຄື: ​ພາກທີ 2 ຫາ ພາກທີ 14 ເປັນຂໍ້ບັນຍາຍຍ່ອຍ ເຊິ່ງຕົ້ນຕໍໄດ້​​ສຸມໃສ່ບັນຫາສຳຄັນທີ່ພົວພັນເຖິງ ສະພາບການລວມເປັນໄລຍະຍາວ, ຈັດວາງໜ້າທີ່ຍຸດທະສາດ ແລະ ມາດຕະການອັນສຳຄັນຍິ່ງ ໃນໄລຍະ​ “ແຜນພັດທະນາ 5 ປີ ຄັ້ງທີ XV” ຕາມຂົງເຂດ, ກຳນົດແນວຄວາມຄິດ ແລະ ວຽກງານຈຸດສຸມໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາອຸດສາຫະກຳ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ຕະຫຼາດພາຍໃນ, ໂຄງປະກອບເສດຖະກິດ, ການເປີດປະຕູສູ່ພາຍນອກ, ການພັດທະນາຊົນນະບົດ ໃຫ້ຈະເລີນ ແລະ ການພັດທະນາ ຂອງເຂດແຄ້ວນ ຕະຫຼອດຮອດການສ້າງສາດ້ານວັດທະນະທຳ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ, ການພັດທະນາຕາມທິດສີຂຽວ, ການພັດທະນາຢ່າງມີຄວາມໝັ້ນຄົງ, ການສ້າງສາດ້ານການປ້ອງກັນປະເທດແລະ ອື່ນໆ.

ເນື້ອໃນດ້ານທີ 3 ແມ່ນພາກທີ 15 ແລະ ບົດບັນຍັດສຸດທ້າຍ ເຊິ່ງຕົ້ນຕໍ​​ ໄດ້ຈັດວາງໜ້າທີ່ຕ່າງໆ ເຊັ່ນ​: ການຍຶດໝັ້ນ ແລະ ເພີ່ມທະວີການນຳພາ ແບບລວມສູນເປັນເອກະພາບ ຂອງ​​ສູນກາງພັກ, ຊຸກຍູ້ການສ້າ​​ສາປະຊາທິປະໄຕ ແລະການປົກຄອງຕາມກົດໝາຍ ສັງຄົມນິຍົມ, ວຽກງານຮົງກົງ, ມາເກົາ ແລະ ໄຕ້ຫວັນ, ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຂອງ ມວນມະນຸດ ແລະ ປຸກລະດົມຄວາມຫ້າວຫັນ, ຄວາມເປັນເຈົ້າການ,  ຫົວຄິດປະດິດສ້າງ ຂອງທົ່ວສັງຄົມ ຢ່າງເຕັມທີ່ ແລະ ອື່ນໆ.

KPL

ຂ່າວອື່ນໆ

ads
ads

Top