ຂປລ
ບົດຮຽນ ການບໍລິຫານ ປະເທດຂອງ ສປ ຈີນ ເປັນທີ່ຍອມຮັບ ໃນລະດັບສູງ ຈາກປະຊາຄົມໂລກ.ໃນການສຳຫລວດ ຄວາມເຫັນ ເປັນເວລາ3ປີ ຕິດຕໍ່ກັນມານີ້

ຂປລ. ອີງຕາມ ຜົນການສຳຫລວດ ຄວາມຄິດເຫັນ ຂອງປະຊາຊົນ ໂດຍໂທລະພາບ ສາກົນຈີນ ຫລື CGTN ຂອງວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໄດ້ແຈກຢາຍ ແບບສອບຖາມ ໃຫ້ຊາວເນັດ 47.000 ຄົນຈາກ 46 ປະເທດທົ່ວໂລກ ໃນໄລຍະ 3 ປີຜ່ານມານັ້ນ ສະແດງໃຫ້ເຫັນວ່າ: ບົດຮຽນ ການບໍລິຫານ ປະເທດຂອງ ສປ ຈີນ ເປັນທີ່ຍອມຮັບ ໃນລະດັບສູງ ຈາກປະຊາຄົມໂລກ.ໃນການສຳຫລວດ ຄວາມເຫັນ ເປັນເວລາ3ປີ ຕິດຕໍ່ກັນມານີ້, ອັດຕາສ່ວນ ຂອງຜູ້ຕອບແບບສອບຖາມ ທີ່ເຫັນວ່າ “ສປ ຈີນ ເປັນປະເທດ ທີ່ໄດ້ຮັບຜົນສຳເລັດ” ໄດ້ຮັກສາ ຢູ່ໃນລະດັບສູງກວ່າ 84%, ຂະນະທີ່ ອັດຕາສ່ວນ ຂອງຜູ້ຕອບແບບສອບຖາມ ຈາກປະເທດ ຢູ່ເຂດໂລກໃຕ້ ມີຄວາມເຫັນດີເຫັນ ພ້ອມນັ້ນ ໄດ້ຮັກສາ ຢູ່ໃນລະດັບສູງກວ່າ 92%. ຜົນການສຳຫລວດ ສະແດງໃຫ້ເຫັນວ່າ: ສປ ຈີນ ໄດ້ຮັບຜົນສຳເລັດ ອັນພົ້ນເດັ່ນ ໃນດ້ານການປັບປຸງ ພື້ນຖານໂຄງລ່າງ, ການຍົກສູງ ລະດັບການສຶກສາ ແລະ ລາຍຮັບ ຂອງປະຊາຊົນ ເຊິ່ງໄດ້ຮັບ ການຕີລາຄາສູງ ຈາກຜູ້ຕອບແບບສອບຖາມ ໃນທົ່ວໂລກ ຫລາຍກວ່າ 70%. ນອກນີ້, ຜູ້ຕອບແບບສອບຖາມ 89,3% ໄດ້ຍ້ອງຍໍ ຊົມເຊີຍ ເສດຖະກິດຈີນ ມີທ່າອ່ຽງ ຂະຫຍາຍຕົວ ຢ່າງວ່ອງໄວ; ຜູ້ຕອບແບບສອບຖາມ 86,4% ໄດ້ສະແດງຄວາມຊົມເຊີຍ ຢ່າງເຕັມທີ່ ຕໍ່ການປະກອບສ່ວນ ອັນສຳຄັນ ຂອງເສດຖະກິດຈີນ ທີ່ມີຕໍ່ ເສດຖະກິດໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL