ຂປລ
ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ໄດ້ເຂົ້າຮ່ວມໃນພິທີເປີດ ສະໜາມບິນ ສາກົນ ເຕໂຊ (TIA) ຢ່າງເປັນທາງການ , ເຊິ່ງເປັນ ສະໜາມບິນ ແຫ່ງໃໝ່ ທີ່ໃຫຍ່ທີ່ສຸດ ຂອງ ກຳປູເຈຍ ປ່ຽນແທນ ສະໜາມບິນ ສາກົນ ພະນົມເປັນ ແຫ່ງເກົ່າ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 20 ຕຸລາ, ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ໄດ້ເຂົ້າຮ່ວມໃນພິທີເປີດ ສະໜາມບິນ ສາກົນ ເຕໂຊ (TIA) ຢ່າງເປັນທາງການ , ເຊິ່ງເປັນ ສະໜາມບິນ ແຫ່ງໃໝ່ ທີ່ໃຫຍ່ທີ່ສຸດ ຂອງ ກຳປູເຈຍ ປ່ຽນແທນ ສະໜາມບິນ ສາກົນ ພະນົມເປັນ ແຫ່ງເກົ່າ ຊຶ່ງປິດໃຫ້ບໍລິການແລ້ວ.
ສະໜາມບິນແຫ່ງນີ້ ຈະຊ່ວຍກະຕຸ້ນ ການເຕີບໂຕ ທາງເສດຖະກິດ ແລະ ການທ່ອງທ່ຽວ ຂອງກຳປູເຈຍ ເພື່ອ ຊ່ວຍດຶງດູດ ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ຫລາຍຂຶ້ນ. ນອກຈາກນີ້ ສະໜາມບິນ ແຫ່ງນີ້ ຍັງຊ່ວຍອຳນວຍຄວາມສະດວກ ໃນການ ເດີນທາງ ແລະ ການຂົນສົ່ງ ສິນຄ້າ ທາງອາກາດ , ໂດຍຈະເປັນ ສູນຫລັກ ສຳລັບ ການເດີນທາງ ຂອງຜູ້ໂດຍສານ ແລະ ສູນໂລຈິສະຕິກ ທີ່ສຳຄັນ ຂອງ ປະເທດ ອີກດ້ວຍ./
KPL