ການາດາ ຍົກເວັ້ນພາສີນຳເຂົ້າເຫລັກ-ອະລູມິນຽມບາງລາຍການ ຈາກ ຈີນ-ສ.ອາເມລິກາ

21/10/2025 21:30
Email Print 133
ຂປລ ການາດາ ໄດ້ສະເໜີຍົກເວັ້ນພາສີ ນຳເຂົ້າເຫລັກ ແລະ ອາລູມີນຽມບາງລາຍການ ຈາກ ຈີນ ແລະ ສ.ອາເມລິກາ ເພື່ອພະຍາຍາມຊ່ວຍເຫລືອ ທຸລະກິດໃນປະເທດ ທີ່ໄດ້ຮັບຜົນກະທົບຈາກສົງຄາມ ການຄ້າ ລະຫວ່າງ ສອງປະເທດ ມະຫາອຳນາດ.

       ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ການາດາ ໄດ້ສະເໜີຍົກເວັ້ນພາສີ ນຳເຂົ້າເຫລັກ ແລະ ອະລູມິນຽມບາງລາຍການ ຈາກ ຈີນ ແລະ ສ.ອາເມລິກາ ເພື່ອພະຍາຍາມຊ່ວຍເຫລືອ ທຸລະກິດໃນປະເທດ ທີ່ໄດ້ຮັບຜົນກະທົບຈາກສົງຄາມ ການຄ້າ ລະຫວ່າງ ສອງປະເທດ ມະຫາອຳນາດ.

ໂດຍເອກະສານ ທີ່ເຜີຍແພ່ລະບຸວ່າ: ກະຊວງ ການເງິນ ໄດ້ແກ້ໄຂຄຳສັ່ງ ຍົກເວັ້ນພາສີເພີ່ມເຕີມປີ 2024 ສຳລັບ ການນໍາເຂົ້າ ສິນຄ້າ ຈາກຈີນ, ຊຶ່ງອະນຸມັດໃຫ້ ຍົກເວັ້ນພາສີ ນໍາເຂົ້າເຫລັກ ແລະ ອະລູມິນຽມ ບາງລາຍການຈາກຈີນ ທີ່ບໍ່ໄດ້ຜະລິດ ໃນການາດາ. ໂດຍຄຳສັ່ງດັ່ງກ່າວ ມີຜົນຕັ້ງແຕ່ວັນທີ 15 ຕຸລທີ່ຜ່ານມາ ແລະ ຈະມີການເປີດເຜີຍ ລາຍລະອຽດ ເພີ່ມເຕີມ ໃນວັນທີ 5 ພະຈິກນີ້. ນອກນັ້ນ ກະຊວງການເງິນ ຍັງໄດ້ ຍົກເວັ້ນ ພາສີນຳເຂົ້າເຫລັກ ແລະ ອະລູມິນຽມ ບາງລາຍການ ຈາກ ສ.ອາເມລິກາ ໃນສ່ວນ ຈຳເປັນຕໍ່ພາກ ສາທາລະນະສຸກ, ຄວາມໝັ້ນຄົງ ແຫ່ງຊາດ, ການຜະລິດ, ການກະສິກຳ ແລະອາຫານອື່ນໆອີກ./.

KPL

ຂ່າວອື່ນໆ

ads
ads

Top