ຂປລ
*ຄັນທຸງແຫ່ງການຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດ ໄດ້ກາຍເປັນທວນໄຟອັນແຮງກ້ານໍາພາການຕໍ່ສູ້ປົດ ປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ເພື່ອປົດປ່ອຍອອກຈາກແອກຄອບຄອງຂອງຕ່າງຊາດ.
(ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ)
ຂປລ. ຄັນທຸງແຫ່ງການຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດ ໄດ້ກາຍເປັນທວນໄຟອັນແຮງກ້າ ນໍາພາການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນລາວບັນດາເຜົ່າ ເພື່ອປົດປ່ອຍອອກຈາກແອກ ຄອບຄອງຂອງຕ່າງຊາດ. ຜ່ານການຕໍ່ສູ້ຢ່າງລະອິດລະອ້ຽວ ລະຫົດອົດທົນ ແລະ ການເສຍສະລະເລືອດເນື້ອ ປະສົມປະສານ ລະຫວ່າງການນໍາໃຊ້ກໍາລັງອາວຸດ ກັບການຕໍ່ສູ້ທາງການທູດ, ຈຶ່ງສາມາດປະ ກາດເອກະລາດໃນວັນທີ 12 ຕຸລາ 1945 ແລະ ກາຍເປັນເຫດການທາງການເມືອງ ທີ່ມີຄວາມສໍາຄັນໃນປະຫວັດສາດ ແລະ ເປັນມູນເຊື້ອ ໃນການປຸກລະດົມນໍ້າໃຈຮັກຊາດ, ເພື່ອສ້າງກໍາລັງແຮງ ໃນການ ດໍາເນີນວຽກງານປະຕິວັດຊາດ ແລະ ປະຊາທິປະໄຕ. ໂດຍແນໃສ່ໃຫ້ການຕໍ່ສູ້ ມີຄວາມລະມັດລະວັງ ແລະ ຮັດກຸມ ພ້ອມທັງມີຫລັກປະກັນ ທາງການການເມືອງ ຄຽງຄູ່ກັບການນໍາໃຊ້ ກໍາລັງປະກອບອາ ວຸດ, ລັດຖະບານລາວອິດສະຫລະ ໄດ້ນໍາໃຊ້ວິທີທາງການທູດຢ່າງຕັ້ງໜ້າ ຜ່ານການໄກ່ເກ່ຍເຈລະຈາ ແລະ ອາໃສປັດໄຈທີ່ເອື້ອອໍານວຍ ຈາກພາຍນອກ ຊຶ່ງມີບົດບາດສໍາຄັນ ໃນການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູ ໃນໄລຍະນັ້ນ. ເຖິງວ່າພາລະກິດປະຕິວັດຊາດ ໃນເວລານັ້ນ ຈະປະສົບຜົນສໍາເລັດຜົນໃນໄລຍະອັນສັ້ນ ເນື່ອງຈາກການກັບຄືນມາ ຂອງຜູ້ຮຸກຮານ ກໍຄື ລ່າເມືອງຂຶ້ນຝຣັ່ງ, ແຕ່ ມັນໄດ້ກາຍເປັນພື້ນຖານໄຊຊະນະ ທາງປະຫວັດສາດອັນຍິ່ງໃຫຍ່ ຂອງປວງຊົນລາວທັງຊາດ.
ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ກຽດຕິຄຸນອັນຍິ່ງໃຫຍ່ ຂອງການເຄື່ອນໄຫວທາງການທູດ ຂອງການປະຕິວັດຊາດ, ໃນວັນທີ 19 ມິຖຸນາ 2013 ຄະນະກົມການເມືອງສູນກາງພັກ ໄດ້ມີ ມະຕິຕົກລົງຮັບຮອງ ແລະ ກໍານົດໃຫ້ວັນທີ 12 ຕຸລາ ຂອງທຸກປີ ເປັນ “ວັນການທູດລາວ”. ຕະຫລອດໄລຍະ 80 ປີ ແຫ່ງການປົກປັກຮັກສາ ແລະ ການເຕີບໃຫຍ່ຂະຫຍາຍຕົວ, ໂດຍສືບຕໍ່ມູນເຊື້ອອັນດີ ງາມຂອງບັນພະບູລຸດ ແລະ ນັກປະຕິວັດຮຸ່ນກ່ອນ, ການທູດລາວໄດ້ຍຶດໝັ້ນຢ່າງໜ່ຽວແໜ້ນ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະ ໄດ້ປະກອບສ່ວນສໍາຄັນ ຕໍ່ການສ້າງສາພັດທະນາປະເທດ ຊາດ, ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະເທດ ແລະ ປະຊາຊົນລາວບັນດາເຜົ່າ.
ເມື່ອຫວນກັບຄືນອະດີດພາຍຫລັງປະເທດຊາດໄດ້ຮັບເອກກະລາດໃນປີ 1945, ປະເທດລາວໄດ້ຜະເຊີນໜ້າ ກັບສິ່ງທ້າທາຍອັນໃຫຍ່ຫລວງ ທັງພາຍໃນ ແລະ ພາຍນອກ, ໂດຍສະເພາະ ຄວາມ ຫຍຸ້ງຍາກໃນການປັບປຸງກົງຈັກ ການປົກຄອງແບບໃໝ່ ທັງຍັງຕ້ອງໄດ້ປັບປຸງການຈັດຕັ້ງແບບເກົ່າ ຕັ້ງແຕ່ສະໄໝຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດຝຣັ່ງ ບວກໃສ່ຄວາມຂາດແຄນທາງດ້ານງົບປະມານ ແລະ ການຮັບຮູ້ຂອງສາກົນ ຕໍ່ຄວາມເປັນເອກະລາດຂອງລາວ ກໍຍັງມີໜ້ອຍ. ໃນເວລານັ້ນ, ການເຄື່ອນໄຫວການທູດ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ໃນການຂົນຂວາຍການສະໜັບສະໜູນຈາກສາກົນ ໂດຍສະ ເພາະຈາກລັດຖະບານຫວຽດນາມເໜືອ ເພື່ອປ້ອງກັນເອກະລາດຂອງຊາດ ແລະ ລັດຖະບານລາວອິດສະຫລະທີ່ຫາກໍຖືກໍາເນີດ. ພາຍຫລັງການປະລາໄຊຢ່າງສົມ ບູນຂອງຝ່າຍຟາດຊິດໃນຕົ້ນເດືອນກັນຍາປີ 1945, ໄດ້ສ້າງເງື່ອນໄຂໃໝ່ໃຫ້ຈັກກະພັດຝຣັ່ງມີໂອກາດກັບຄືນມາຟື້ນຟູອໍານາດລ່າເມືອງຂຶ້ນຂອງຕົນໃນແຫລມອິນໂດຈີນ. ລັດຖະບານລາວອິດສະຫລະ ທີ່ຫາກໍຕັ້ງຂຶ້ນ ກໍໄດ້ຖືກບັ່ນທອນອໍານາດຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດກໍໄດ້ຖືກບີບບັງຄັບໃຫ້ສະລາຍຕົວຈາກການເຂົ້າຮຸກຮານຂອງຈັກກະພັດຝຣັ່ງຢ່າງດຸເດືອດ ຈາກຫລາຍທິດທາງ ພ້ອມທັງໄດ້ນໍາໃຊ້ກໍາລັງຢຶດຄອງຕົວເມືອງຕ່າງໆຢ່າງລຽນຕິດ. ໂດຍໜຶ່ງໃນເຫດການທີ່ຖືກຈາລຶກໄວ້ໃນປະຫວັດສາດທີ່ປະຊາຊົນລາວທົ່ວທັງຊາດບໍ່ມີວັນລືມ ກໍແມ່ນການຍົກກໍາລັງເຂົ້າບຸກໂຈມຕີຕົວເມືອງທ່າແຂກ ໃນວັນທີ 21 ມີນາ 1946 ຊຶ່ງເປັນຈຸດໜຶ່ງທີ່ມີຄວາມໝາຍດ້ານຍຸດທະສາດຂອງກອງກໍາລັງຮັກຊາດ.
ເມື່ອກ້າວເຂົ້າສູ່ການຕໍ່ສູ້ກັບຈັກກະພັດຝຣັ່ງອີກຄັ້ງ, ພາລະກິດຫລັກຂອງການທູດລາວໃນເວລານັ້ນ ແມ່ນໄດ້ດໍາເນີນການທູດແບບຫລາຍທິດຫລາຍທາງ ລວມທັງການທູດປະຊາຊົນ ເພື່ອຊ່ວຍໃຫ້ປະເທດຫລຸດພົ້ນອອກຈາກການຮຸກຮານ. ການທູດ ໄດ້ມີບົດບາດໃນການປຸກລະດົມຂົນຂວາຍ ແລະ ຍາດແຍ່ງການສະໜັບສະໜູນຈາກພາຍໃນ ແລະ ພາຍນອກ ເພື່ອຊ່ວຍໜູນ ແລະ ເສີມຂະຫຍາຍຄວາມເຂັ້ມແຂງໃຫ້ແນວຮົບທາງການທະຫານ. ການທູດໄດ້ເຄື່ອນໄຫວຢ່າງຫ້າວຫັນໄປຄຽງຄູ່ກັບກໍາລັງແຮງຂອງປວງຊົນລາວ ແລະ ເພື່ອນມິດຫວຽດນາມ ໃນການສ້າງພື້ນຖານກໍາລັງຕໍ່ຕ້ານຕາມຈຸດຍຸດທະສາດຕ່າງໆໃນຂອບເຂດທົ່ວປະເທດ ເພື່ອຮັບມືກັບການຕໍ່ສູ້ທີ່ຍືດເຍື້ອຍາວນານ. ນອກນີ້, ການທູດ ກໍຍັງໄດ້ສ້າງສາຍພົວພັນອັນດີກັບປະເທດເພື່ອນບ້ານໃກ້ຄຽງ ເຊັ່ນ ໄທ ຊຶ່ງໄດ້ສ້າງເງື່ອນໄຂໃຫ້ລັດຖະບານລາວພັດຖິ່ນ ສາມາດເຄື່ອນໄຫວຢູ່ດິນແດນຂອງປະເທດໄທ ໃນໄລຍະຂອງລັດຖະບານ ປຣີດີ ພະນົມຍົງ, ເພື່ອເຄື່ອນໄຫວຕໍ່ສູ້ກັບການປົກຄອງຂອງຈັກກະພັດຝຣັ່ງຢູ່ລາວ. ຄຽງຄູ່ກັນນັ້ນ, ກໍໄດ້ຊຸກຍູ້ໃຫ້ສະຫະພາບໂຊວຽດ, ຈີນ ແລະ ຂະບວນການກ້າວໜ້າໃນພາກພື້ນຕ່າງໆຂອງໂລກ ສະໜັບສະໜູນການຕໍ່ສູ້ຍາດເອົາເອກະລາດຢ່າງຊອບທໍາຂອງລາວ ພ້ອມກັບຫວຽດນາມ ແລະ ກໍາປູເຈຍ ໃນນາມ “ການຮ່ວມສໍາພັນສູ້ຮົບຂອງສາມຊາດໃນອິນໂດຈີນ”. ຂະບວນການຮ່ວມສໍາພັນນີ້ ແມ່ນການສ້າງກອງຫລັງທີ່ເຂັ້ມແຂງໃຫ້ແກ່ແນວຮົບ, ເຊື່ອມໂຍງການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວ ເຂົ້າກັບການປົດປ່ອຍຊາດຂອງສາກົນ ແລະ ນໍາມາສູ່ການຊ່ວຍເຫລືອທີ່ສໍາຄັນໃຫ້ແກ່ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ. ເວົ້າລວມແລ້ວ, ການທູດໄດ້ມີບົດບາດ ແລະ ເຄື່ອນໄຫວໄປຄຽງຄູ່ກັບການຕໍ່ສູ້ທາງກໍາລັງອາວຸດ, ໂດຍໝູນໃຊ້ໄຊຊະນະທີ່ຍາດມາໄດ້ໃນແຕ່ລະສະໜາມຮົບທັງພາຍໃນ ແລະ ສາກົນ ເພື່ອເສີມກໍາລັງໃຫ້ແກ່ການເຈລະຈາ. ພາຍຫລັງໄຊຊະນະອັນຍິ່ງໃຫຍ່ທີ່ດຽນບຽນຟູ ທີ່ກາຍເປັນສັນຍະລັກແຫ່ງໄຊຊະນະການຕໍ່ສູ້ຂອງຫວຽດນາມ, ຈົນເຮັດໃຫ້ຈັກກະພັດຝຣັ່ງ ຕ້ອງຍອມເຊັນສັນຍາເຊີແນວ ໃນປີ 1954 ວ່າດ້ວຍ ການຢຸດຕິການສູ້ຮົບ ແລະ ຟື້ນຟູສັນຕິພາບໃນອິນດູຈີນ. ໄຊຊະນະຄັ້ງນີ້ ໄດ້ລົບລ້າງການປົກຄອງລ່າເມືອງຂຶ້ນແບບເກົ່າຢ່າງສົມບູນຂອງຈັກກະພັດຝຣັ່ງ ແລະ ເຮັດໃຫ້ເອກະລາດຂອງ ລາວ, ຫວຽດນາມ ແລະ ກໍາປູເຈຍ ໄດ້ຖືກຮັບຮູ້ຢ່າງເປັນທາງການ ແລະ ຖືວ່າເປັນການສິ້ນສຸດຂອງຍຸກລ່າເມືອງຂຶ້ນໃນອະນຸພາກພື້ນນີ້.
ເຖິງຢ່າງໃດກໍດີ, ເມື່ອກ້າວເຂົ້າສູ່ກາງຊຸມປີ 1950, ພວກເຮົາກໍຕ້ອງຕົກເຂົ້າສູ່ວົງຈອນສົງຄາມອີກຄັ້ງໜຶ່ງ ໂດຍໃນຄັ້ງນີ້ເປັນການຮຸກຮານທີ່ຮ້າຍແຮງຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ - ສະຫະລັດອາເມລິກາ. ເປັນອີກຄັ້ງໜຶ່ງທີ່ ປະຫວັດສາດໄດ້ມອບໝາຍໃຫ້ການເຄື່ອນໄຫວການທູດ ມີພາລະກິດສຳຄັນໃນການຮ່ວມຕໍ່ສູ້ຄຽງບ່າຄຽງໄຫລ່ກັບກຳລັງປະຕິວັດຂະບວນການອື່ນໆ ເພື່ອຍາດເອົາໄຊຊະນະຕໍ່ສັດຕູຜູ້ທີ່ມີກໍາລັງເຄື່ອງມືທັນສະໄໝກວ່າຫລາຍພັນເທົ່າ. ເມື່ອເຫັນວ່າການຕໍ່ສູ້ກູ້ຊາດຈະຍືດເຍື້ອຍາວນານ, ບັນດາຜູ້ນໍາປະຕິວັດຂອງພວກເຮົາ ໄດ້ຕັດສິນໃຈຈັດຕັ້ງພັກການເມືອງຂອງຕົນເອງຄື “ພັກປະຊາຊົນລາວ” ໃນວັນທີ 22 ມີນາ 1955 ໂດຍກ່ອນໜ້ານັ້ນ ແມ່ນຕໍ່ສູ້ຮ່ວມກັນພາຍໃຕ້ພັກກອມມູນິດອິນດູຈີນ. ການຈັດຕັ້ງພັກໃໝ່ນີ້ ມີເປົ້າໝາຍເພື່ອໃຫ້ການນໍາພາການຕໍ່ສູ້ຂອງຊາດລາວ ດໍາເນີນໄປຢ່າງເອກະລາດ ກໍຄື ມີເອກະລັກສະເພາະທີ່ສອດຄ່ອງກັບເງື່ອນໄຂພາຍໃນປະເທດ. ໃນບົດລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທໍາອິດຂອງພັກ ໄດ້ກໍານົດໂຄງການທາງການເມືອງ 12 ຂໍ້, ໃນນັ້ນ ຂໍ້ທີ 10 ໄດ້ກໍານົດແນວທາງການຕ່າງປະເທດຢ່າງຈະແຈ້ງວ່າ: “ຜູກມິດກັບທຸກໆປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດເຮົາ, ຜູກສໍາພັນໃນທຸກດ້ານ ລະຫວ່າງ ປະເທດເຮົາກັບບັນດາປະເທດອື່ນໆ ບົນຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”./
ຕັ້ງແຕ່ນັ້ນເປັນຕົ້ນມາ, ການທູດໄດ້ເຄື່ອນໄຫວຢ່າງມີຈຸດມຸ່ງໝາຍ ແລະ ຫລັກການຫລາຍຂຶ້ນ ໂດຍອີງໃສ່ທ່າແຮງພື້ນຖານອັນຖືກຕ້ອງຕາມກົດໝາຍ ແລະ ຄວາມຊອບທໍາ. ບໍ່ວ່າຈະໃນນາມພັກ ຫລື ໃນນາມແນວລາວຮັກຊາດທີ່ຖືກສ້າງຕັ້ງຂຶ້ນ ກໍໄດ້ອອກມາເປັນກະບອກສຽງຕອບໂຕ້ຢ່າງທັນການ ແລະ ກ່າວໂຈມຕີ ຈັກກະພັດອາເມລິກາ ທີ່ເຂົ້າມາແຊກແຊງ ແລະ ລະເມີດເນື້ອໃນຈິດໃຈຂອງສັນຍາເຊີແນວ 1954 ໃຫ້ແກ່ສາກົນໄດ້ຮັບຊາບ. ພ້ອມກັນນັ້ນ, ຍັງໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບເພື່ອນມິດຫວຽດນາມ, ຈີນ, ສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມອື່ນໆ ເພື່ອຊຸກຍູ້ຂະບວນການຮັກຫອມສັນຕິພາບ ແລະ ຄວາມເປັນທໍາໃນໂລກ. ບົນພື້ນຖານນະໂຍບາຍການຕ່າງປະເທດ, ການທູດໄດ້ເຄື່ອນໄຫວຢ່າງມີພິກໄຫວ ແລະ ຄ່ອງແຄ້ວ ແນໃສ່ຕ້ານການແຊກແຊງຂອງຈັກກະພັດອາເມລິກາ ແລະ ສ້າງສາຍພົວພັນການທູດກັບປະເທດຕ່າງໆ ໂດຍບໍ່ຈໍາແນກລະບອບການເມືອງ ຕາມຫລັກການຢູ່ຮ່ວມກັນໂດຍສັນຕິ. ນະໂຍບາຍນີ້ ໄດ້ເປັນເຄື່ອງມືສໍາຄັນໃນການຍາດແຍ່ງເອົາຄວາມເຫັນໃຈ ແລະ ການສະໜັບສະໜູນຈາກເພື່ອນມິດສາກົນ ຄຽງຄູ່ກັບການປັບປຸງສ້າງຄວາມເຂັ້ມແຂງທາງການເມືອງພາຍໃນປະເທດ ຊຶ່ງນໍາມາຜົນສໍາເລັດຫລາຍດ້ານ.
ຕະຫລອດໄລຍະແຫ່ງການຕໍ່ສູ້ກູ້ຊາດຕ້ານຈັດກະພັດອາເມລິກາ, ນະໂຍບາຍການຕ່າງປະເທດໄດ້ມີການປັບປ່ຽນໃຫ້ສອດຄ່ອງກັບສະພາບການໃໝ່, ໃນຕົ້ນເດືອນສິງຫາ 1968, ກອງປະຊຸມຄົບຄະນະຄັ້ງທີ 16 ຂອງສູນກາງພັກປະຊາຊົນລາວ ໄດ້ກໍານົດພາລະໜ້າທີ່ໃນໄລຍະໃໝ່ຂອງການປະຕິວັດ ໂດຍເນັ້ນໜັກຄວາມສໍາຄັນຂອງການຕໍ່ສູ້ສາມດ້ານ: “ການທະຫານ, ການເມືອງ ແລະ ການຕ່າງປະເທດ”, ເພື່ອຮັກສາໄຊຊະນະທີ່ຍາດມາໄດ້ ແລະ ສ້າງເງື່ອນໄຂໃຫ້ກ້າວໄປສູ່ໄຊຊະນະທີ່ມີລັກສະນະຕັດສິນຊີ້ຂາດ. ປະທານ ໄກສອນ ພົມວິຫານ ໄດ້ເນັ້ນວ່າ: ການຕໍ່ສູ້ທາງດ້ານການເມືອງ, ນອກຈາກປົກປັກຮັກສາເຂດປົດປ່ອຍໃຫ້ໝັ້ນຄົງແລ້ວ, ຍັງຈໍາເປັນຕ້ອງປຸກລະດົມປະຊາຊົນໃນເຂດປົກຄອງຂອງສັດຕູໃຫ້ລຸກຮືຂຶ້ນ ເພື່ອສ້າງທ່າແຮງທາງການເມືອງໃໝ່. ພ້ອມກັນນັ້ນ, ກໍເພີ່ມທະວີການເຄື່ອນໄຫວການທູດຢ່າງແຂງແຮງ ເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫລືອຈາກສາກົນ ແລະ ຮ່ວມແຮງເປັນອັນໜຶ່ງດຽວກັບຂະບວນການປະຕິວັດໃນອິນດູຈີນ, ລວມທັງໄດ້ນໍາໃຊ້ການໂຄສະນາຂົນຂວາຍ ເພື່ອປຸກລະດົມການສະໜັບສະໜູນຈາກປະຊາຊົນທົ່ວໂລກ ກໍຄື ປະຊາຊົນອາເມລິກາ ເພື່ອກົດດັນໃຫ້ລັດຖະບານຂອງຕົນ ເຫັນເຖິງການກະທໍາອັນບໍ່ຊອບທໍາ ແລະ ຢຸດຕິສົງຄາມໃນອິນດູຈີນ ກໍຄືຢູ່ລາວໂດຍໄວ. ອັນພິເສດ, ການທູດລາວໄດ້ຮ່ວມມືຄຽງບ່າຄຽງໄຫລ່ກັບຫວຽດນາມ ໃນການປະສານສົມທົບກໍາລັງທະຫານ ແລະ ການເມືອງ, ຈົນໃນທີ່ສຸດ ກໍສາມາດຍາດເອົາໄຊຊະນະເໜືອຈັກກະພັດອາເມລິກາ ແລະ ຈໍາຍອມເຊັນສັນຍາປາຣີ ໃນວັນທີ 27 ມັງກອນ 1973, ຢຸດຕິສົງຄາມໃນອິນດູຈີນ ແລະ ເຄົາລົບເອກະລາດອະທິປະໄຕ ຂອງສາມຊາດອິນດູຈີນ. ຕໍ່ມາບໍ່ພຽງເທົ່າໃດມື້, ຝ່າຍລັດຖະບານວຽງຈັນ (ທີ່ມີອາເມລິກາສະໜັບສະໜູນ) ຈໍາຕ້ອງຍອມເຈລະຈາ ແລະ ລົງນາມສັນຍາວຽງຈັນ ກັບຝ່າຍກໍາລັງຮັກຊາດ ວ່າດ້ວຍ ການຟື້ນຟູສັນຕິພາບ ແລະ ຄວາມຖືກຕ້ອງປອງດອງຊາດໃນລາວ ໃນວັນທີ 21 ກຸມພາ 1973 ຊຶ່ງຖືເປັນໝາກຜົນສໍາຄັນຂອງການເຈລະຈາ ທີ່ຝ່າຍລັດຖະບານວຽງຈັນ ຈໍາຕ້ອງຍອມຮັບເງື່ອນໄຂເກືອບທັງໝົດຕາມຂໍ້ສະເໜີຂອງຝ່າຍກໍາລັງຮັກຊາດ.
ເວົ້າລວມແລ້ວ, ໃນໄລຍະການຕໍ່ສູ້ປະຕິວັດ, ການທູດສາມາດລະດົມຂົນຂວາຍການສະໜັບສະໜູນຈາກເພື່ອນມິດ ແລະ ປະຊາຄົມໂລກ ບໍ່ວ່າຈະເປັນທາງດ້ານຈິດໃຈ, ກໍາລັງແຮງ ກໍຄືທາງດ້ານວັດຖຸ ເປັນຈໍານວນຫລວງຫລາຍ. ພ້ອມນີ້, ກໍມີສ່ວນຮ່ວມສໍາຄັນໃນການຂະບວນການເຄື່ອນໄຫວສາກົນ ເພື່ອສະໜັບສະໜູນການຕໍ່ສູ້ອັນຊອບທໍາຂອງປະຊາຊົນລາວ, ຈົນສາມາດປະສານແຮງກົດດັນຮ່ວມກັບຫວຽດນາມ ແລະ ກໍາປູເຈຍ ໃນການຕໍ່ຕ້ານສົງຄາມຂອງຈັກກະພັດອາເມລິກາໃນລາວ ແລະ ທົ່ວອິນດູຈີນ. ການດໍາເນີນການທູດຂັ້ນສູງ ຄຽງຄູ່ໄປກັບການຕໍ່ສູ້ທາງການເມືອງ ແລະ ການທະຫານ ຜ່ານການເຈລະຈາ ແລະ ການນໍາໃຊ້ແນວທາງສັນຕິວິທີ ໄປພ້ອມກັບຍຸດທະວິທີທາງການທະຫານ ໄດ້ຢືນຢັນໃຫ້ເຫັນເຖິງຜົນສໍາເລັດຂອງການຕໍ່ສູ້. ເຖິງວ່າປະເທດລາວເຮົາ ຈະເປັນປະເທດນ້ອຍ, ແຕ່ກໍສາມາດປະຕິບັດການຕໍ່ສູ້ຢ່າງມີຫລັກການ ແລະ ມີຍຸດໂທບາຍທີ່ສອດຄ່ອງກັບຂະບວນການເຄື່ອນໄຫວຂອງສາກົນ ຊ່ຶງໄດ້ຊ່ວຍນໍາພາໃຫ້ປະຊາຊົນລາວ ບັນລຸໄຊຊະນະທີ່ຍິ່ງໃຫຍ່ ທັງໃນສະໜາມຮົບ ແລະ ເວທີການເມືອງ ຊຶ່ງໄດ້ເປັນພື້ນຖານສໍາຄັນໃຫ້ແກ່ການບັນລຸໄຊຊະນະສຸດທ້າຍໃນການປົດປ່ອຍປະເທດໃນທ້າຍປີ 1975.
ຫລັງຈາກປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາລະບອບໃໝ່ “ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ” ໃນວັນທີ 2 ທັນວາ 1975, ການທູດກໍໄດ້ສືບຕໍ່ພາລະກິດຂອງຕົນໃນການປະກອບສ່ອນສ້າງສາ ປະເທດ, ປົກປ້ອງຊາຍແດນ ແລະ ອະທິປະໄຕແຫ່ງຊາດ. ໃນໄລຍະຮໍາບາດແຜຫລັງສົງຄາມ ພ້ອມກັບການຕົກຢູ່ໃນສະພາບຖືກປິດລ້ອມໂດດດ່ຽວທາງເສດຖະກິດ-ການເມືອງຈາກການບີບບັງຄັບຂອງປະເທດຕາເວັນຕົກທີ່ນໍາໂດຍ ສະຫະລັດອາເມລິກາ, ການທູດກໍໄດ້ສະແຫວງຫາໂອກາດສ້າງສາຍພົວພັນກັບບັນດາປະເທດພາຍໃຕ້ລະບອບສັງຄົມນິຍົມ ເພື່ອປົກປ້ອງ ແລະ ຮັກສາຜົນປະໂຫຍດລວມຂອງຊາດ. ໃນໄລຍະນີ້, ສປປ ລາວ ໄດ້ຂະຫຍາຍການພົວພັນກັບຕ່າງປະເທດ, ໂດຍໄດ້ພະຍາຍາມເຂົ້າເປັນສະມາຊິກອົງການຈັດຕັ້ງສາກົນຕ່າງໆ ແລະ ຫ້າວຫັນໃນການເຂົ້າຮ່ວມກອງປະຊຸມຫລາຍຝ່າຍ ເຊັ່ນ: ຂະບວນການບໍ່ຮ່ວມກຸ່ມ ແລະ ອົງການສະຫະປະຊາຊາດ, ພາຍໃຕ້ແນວທາງການຕ່າງປະເທດ “ເພີ່ມມິດ-ຫລຸດຜ່ອນສັດຕູ”. ດັ່ງທີ່ ປະທານ ໄກສອນ ພົມວິຫານ ເນັ້ນໜັກວ່າ: ການຕໍ່ສູ້ກູ້ຊາດເພື່ອໃຫ້ໄດ້ຮັບໄຊຊະນະ ຈໍາເປັນຕ້ອງອາໃສການສະໜັບສະໜູນຊ່ວຍເຫລືອຈາກບັນດາປະເທດເພື່ອນມິດສະຫາຍ ແລະ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່ ຍິ່ງຕ້ອງການເພື່ອນມິດສະຫາຍຫລາຍກວ່າເກົ່າ”. ການທູດ ຈຶ່ງມີບົດບາດສໍາຄັນໃນການເປີດເສັ້ນທາງໃໝ່ໃນພາລະກິດການຕ່າງປະເທດ ແລະ ປູທາງໃຫ້ແກ່ການຂະຫຍາຍການຮ່ວມມືໃນໄລຍະຈິນຕະນາການໃໝ່ ກໍຄື ການເຊື່ອມໂຍງກັບສາກົນ.
ທ່າມກາງການປ່ຽນແປງໃໝ່ຂອງສະພາບສາກົນ, ສປປ ລາວ ກໍໄດ້ກ້າວເຂົ້າສູ່ໄລຍະດໍາເນີນນະໂຍບາຍ “ຈິນຕະນາການໃໝ່ ຫລື ການປ່ຽນແປງໃໝ່” ໃນປີ 1986,ພາລະກິດສຳຄັນທີ່ສຸດຂອງການທູດລາວໃນເວລານັ້ນ ກໍຄືການທຳລາຍວົງປິດລ້ອມໂດດດ່ຽວຂອງບາງກຸ່ມປະເທດທີ່ໄດ້ວາງມາດຕະການຂວໍ້າບາດລາວເຮົາ, ໄປພ້ອມກັບການຟື້ນຟູປົວແປງປະເທດຊາດ ແລະ ການສ້າງການພົວພັນທາງການທູດໃຫ້ເປັນປົກກະຕິກັບປະເທດຕ່າງໆ. ດ້ວຍແນວຄິດໃໝ່ ແລະ ການດໍາເນີນນະໂຍບາຍການຕ່າງປະເທດທີ່ມີພິບໄຫວ, ສປປ ລາວ ໄດ້ຂະຫຍາຍສາຍພົວພັນກັບທຸກປະເທດໃນໂລກ ໂດຍບໍ່ຈຳແນກລະບອບການເມືອງ ແລະ ສັງຄົມທີ່ແຕກຕ່າງກັນ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນ ແນໃສ່ສ້າງເງື່ອນໄຂທີ່ເອື້ອອໍານວຍຕໍ່ການປະຕິບັດສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ການສ້າງສາປະເທດຊາດ. ພາຍໃນໄລຍະບໍ່ເຖິງໜຶ່ງທົດສະວັດນັບແຕ່ການເລີ່ມຕົ້ນຈິນຕະນາການໃໝ່, ສະພາບການເຄື່ອນໄຫວການທູດຂອງລາວ ໄດ້ມີບາດກ້າວໂສມໜ້າໃໝ່ ຈາກການຜະເຊີນໜ້າມາເປັນການຮ່ວມມື, ຈາກການປິດລ້ອມມາເປັນການພົວພັນຫລາຍທິດທາງກັບປະເທດໃຫຍ່ ແລະ ປະເທດທີ່ມີລະບອບການເມືອງແຕກຕ່າງກັນ, ໄດ້ຟື້ນຟູສາຍພົວພັນການທູດແບບປົກກະຕິກັບສະຫະລັດອາເມລິກາ ໃນປີ 1992, ສ. ເກົາຫລີ ໃນປີ 1995 ແລະ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997. ຈາກຜົນສຳເລັດຂອງຈິນຕະນາການໃໝ່, ການທູດລາວໄດ້ກ້າວເຂົ້າສູ່ໄລຍະໃໝ່ ດ້ວຍນະໂຍບາຍເປັນເພື່ອນມິດກັບທຸກປະເທດ ແລະ ພົວພັນຫລາຍທິດຫລາຍຝ່າຍ ຊຶ່ງໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫລວງ ໂດຍໄດ້ສະແດງອອກຢ່າງຈະແຈ້ງຈາກຈໍານວນການສ້າງສາຍພົວພັນການທູດກັບບັນດາປະເທດ ຈາກບໍ່ເຖິງ 70 ປະເທດ ກ່ອນປີ 1986 ມາເປັນ 151 ປະເທດໃນປີ 2025. ສາຍພົວພັນທາງການທູດຂອງລາວ ໄດ້ຂະຫຍາຍເຂົ້າສູ່ລ່ວງເລິກ ແລະ ມີຄວາມຍືນຍົງຫລາຍຂຶ້ນ, ໂດຍມີຂອບການພົວພັນຮ່ວມມືສໍາຄັນກັບ 12 ປະເທດ, ໃນນີ້, ຄູ່ຮ່ວມມືຍຸດທະສາດຮອບດ້ານ 4 ປະເທດ (ຫວຽດນາມ, ຈີນ, ຍີ່ປຸ່ນ, ກໍາປູເຈຍ), ຄູ່ຮ່ວມມືຍຸດທະສາດ 3 ປະເທດ (ຣັດເຊຍ, ຮົງກາລີ, ສ ເກົາຫລີ; ໃນນີ້ ຣັດເຊຍ ແລະ ສ ເກົາຫລີ ກໍາລັງກຽມຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ), ຄູ່ຮ່ວມມືຍຸດທະສາດຮ່ວມອຸດົມການ 1 ປະເທດ (ກູບາ) ແລະ ເພື່ອນມິດຮ່ວມອຸດົມການອັນດຽວກັນ 1 ປະເທດ (ສປປ ເກົາຫລີ), ຄູ່ຮ່ວມມືຮອບດ້ານ 2 ປະເທດ (ໄທ, ອົດສະຕຣາລີ) ແລະ ຄູ່ຮ່ວມມືແບບກວມລວມ 1 ປະເທດ (ອາເມລິກາ). ຕະຫລອດໄລຍະເກືອບ 4 ທົດສະວັດ (1986-2025), ສປປ ລາວ ໄດ້ສ້າງສາຍພົວພັນການທູດທີ່ເປີດກວ້າງ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍຫລາຍຂຶ້ນ, ວາງຮາກຖານໃຫ້ແກ່ການສ້າງສາພັດ ທະນາປະເທດຊາດໃຫ້ມີຄວາມໝັ້ນຄົງຂະໜົງແກ່ນຍິ່ງຂຶ້ນ.
ໃນຍຸກແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ, ການທູດລາວໄດ້ປະສານງານ ແລະ ພົວພັນຢ່າງໃກ້ຊິດກັບພາລະກິດປ້ອງກັນຊາດ ແລະ ການຮັກສາຄວາມສະຫງົບ ເພື່ອສ້າງສັນຕິພາບ ແລະ ມິດຕະພາບຕາມແນວຊາຍແດນຮ່ວມກັບປະເທດເພື່ອນບ້ານ. ສປປ ລາວ ເປັນປະເທດທີ່ບໍ່ມີທະເລໂດຍມີຊາຍແດນຕິດກັບ 5 ປະເທດຄື: ຫວຽດນາມ, ຈີນ, ກໍາປູເຈຍ, ມຽນມາ ແລະ ໄທ. ການສ້າງຄວາມໝັ້ນຄົງຕາມແນວຊາຍແດນ ແມ່ນບັນຫາທີ່ມີຄວາມຈໍາເປັນ ແລະ ສໍາຄັນ ຕໍ່ອະທິປະໄຕ, ສະຖຽນລະພາບ ແລະ ການພັດທະນາປະເທດຊາດ. ສປປ ລາວ ໄດ້ສໍາເລັດການປັກໝາຍເສັ້ນຊາຍແດນກັບ ຫວຽດນາມ, ຈີນ ແລະ ມຽນມາ, ແລະ ບັນລຸຜົນສໍາເລັດທີ່ໜ້າເພິ່ງພໍໃຈໃນການກຳນົດເສັ້ນຊາຍແດນກັບ ໄທ ແລະ ກໍາປູເຈຍ. ສຳລັບບັນຫາຊາຍແດນທີ່ຍັງສັບຊ້ອນ ຫລື ຍັງຕົກລົງກັນບໍ່ໄດ້, ສປປ ລາວ ກໍໄດ້ດໍາເນີນຢ່າງໝັ້ນຄົງໃນການປົກປ້ອງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ຄຽງຄູ່ກັບການຍຶດໝັ້ນໃນຫລັກການຮ່ວມມື ແລະ ສັນຕິພາບ ໂດຍອາໃສການປຶກສາຫາລື ແລະ ໄກ່ເກ່ຍເຈລະຈາ ທີ່ອີງໃສ່ເອກະສານກົດໝາຍທີ່ເຊື່ອຖືໄດ້ ແລະ ມີຜົນປະໂຫຍດຕໍ່ປະເທດຊາດ. ດ້ວຍຄວາມພະຍາຍາມເຫລົ່ານີ້, ສປປ ລາວ ໄດ້ສ້າງຕັ້ງກົນໄກການຮ່ວມມືສອງຝ່າຍຮ່ວມກັບປະເທດເພື່ອນບ້ານໃກ້ຄຽງ ເພື່ອແກ້ໄຂບັນຫາຕາມແນວຊາຍແດນຢ່າງຍືນຍົງ.
ສປປ ລາວ ໄດ້ຕັ້ງໜ້າເຊື່ອມໂຍງກັບສາກົນຢ່າງເປັນຂັ້ນເປັນຕອນ, ຈາກການເຊື່ອມໂຍງທີ່ເນັ້ນໜັກດ້ານເສດຖະກິດ ຄ່ອຍໆຂະຫຍາຍໄປສູ່ການເຊື່ອມໂຍງຮອບດ້ານ ແລະ ກ້າວເຂົ້າສູ່ລ່ວງເລິກຫລາຍຂຶ້ນໃນທຸກຂະແໜງ, ເປັນຕົ້ນແມ່ນການເຂົ້າເປັນສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ໃນປີ 1997, ເປັນສະມາຊິກຂອງສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຫລື RCEP ໃນປີ 2012, ເປັນສະມາຊິກຂອງອົງການການຄ້າໂລກ ຫລື WTO ໃນປີ 2013. ການເຊື່ອມໂຍງເຊື່ອມຈອດ ໄດ້ອາໃສສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ການເຂົ້າເຖິງແຫລ່ງທຶນຈາກພາຍນອກ, ຊ່ວຍໃຫ້ປະເທດທີ່ເຄີຍຖືກປິດລ້ອມໂດດດ່ຽວ, ກ້າວສູ່ເສດຖະກິດທີ່ຂະຫຍາຍຕົວໄວ ແລະ ມີບົດບາດຫລາຍຂຶ້ນໃນການເຊື່ອມໂຍງເຊື່ອມຈອດເສດຖະກິດພາກພື້ນ, ໂດຍໄດ້ຂະຫຍາຍຄູ່ການຄ້າຫລາຍກວ່າ 100 ປະເທດທົ່ວໂລກ. ໃນປີ 2024, ມູນຄ່າການນຳເຂົ້າ-ສົ່ງອອກລວມກັນສູງເຖິງ 16,3 ພັນລ້ານໂດລາສະຫະລັດ, ເພີ່ມຂຶ້ນປະມານ 5% ຈາກປີ 2023. ການເຕີບໂຕນີ້ ໄດ້ເປັນຕົວຊີ້ວັດໃຫ້ເຫັນທ່າອ່ຽງການເຕີບໂຕຂອງການພັດທະນາປະເທດ ກໍຄື ເປົ້າໝາຍຂອງການນໍາພາປະເທດໃຫ້ກາຍເປັນສູນກາງທາງການຄ້າ ແລະ ການລົງທຶນໃນພາກພື້ນ. ເສັ້ນທາງລົດໄຟ ລາວ-ຈີນ ແລະ ເຂດເສດຖະກິດພິເສດ 12 ແຫ່ງ ໄດ້ເປັນປັດໄຈໜຶ່ງທີ່ສໍາຄັນ ໃນການເພີ່ມທະວີຂີດຄວາມສາມາດການແຂ່ງຂັນ ແລະ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ. ພາຍໃຕ້ຂອບຂໍ້ຕົກລົງການຄ້າເສລີ 8 ສະບັບ ລວມທັງສັນຍາສອງຝ່າຍ ແລະ ຫລາຍຝ່າຍ ຫລາຍກວ່າຮ້ອຍສະບັບ, ສປປ ລາວ ໄດ້ເຊື່ອມໂຍງເຂົ້າຕ່ອງໂສ້ການຜະລິດພາກພື້ນຢ່າງເຂັ້ມແຂງຫລາຍຂຶ້ນ. ນອກຈາກນີ້, ການເຄື່ອນໄຫວການທູດຢ່າງຕໍ່ເນື່ອງ ໄດ້ຍົກລະດັບສະຖານະ ແລະ ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໂດຍເຂົ້າຮ່ວມອົງການຈັດຕັ້ງສາກົນ ຫລາຍກວ່າ 141 ອົງການ, ແລະ ລົງນາມສົນທິສັນຍາ ແລະ ສັນຍາສາກົນຫລາຍກວ່າ 2.400 ກວ່າສະບັບ (ສອງຝ່າຍປະມານ 1.500 ແລະ ຫລາຍຝ່າຍ 900). ພ້ອມກັນນີ້, ກໍໄດ້ມີບົດບາດເພີ່ມຂຶ້ນໃນກົນໄກຮ່ວມມືຫລາຍຝ່າຍ ເຊັ່ນ: ອົງການສະຫະປະຊາຊາດ, ອາຊຽນ, ອາເຊັມ, ແລະ ເມື່ອບໍ່ດົນມານີ້ ກໍໄດ້ເຂົ້າເປັນຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້.
ການທູດຫລາຍຝ່າຍຂອງ ສປປ ລາວ ໄດ້ຜ່ານການປ່ຽນແປງໄປຢ່າງມີຂັ້ນຕອນ ແລະ ຜ່ານຂະບວນວິວັດ ທະນາການ, ຈາກການເຂົ້າຮ່ວມສັງເກດການໃນໄລຍະເລີ່ມຕົ້ນ ສູ່ການມີສ່ວນຮ່ວມຢ່າງເຕັມເມັດເຕັມໜ່ວຍ ແລະ ປັດ ຈຸບັນ ໄດ້ເພີ່ມບົດບາດຂອງຕົນໃນຫລາຍກົນໄກສາກົນ. ສປປ ລາວ ໄດ້ເຂົ້າຮ່ວມເປັນຜູ້ຮ່ວມກໍ່ຕັ້ງ ແລະ ຮ່ວມມືໃນຂອບການຮ່ວມມືຫລາຍອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ ຂອບການຮ່ວມມືຂອງອົງການສະຫະປະຊາຊາດ, ຂອບການຮ່ວມມືໃນອົງການຟຣັງໂກໂຟນີ (Francophonie), ຂອບການຮ່ວມມືອາເຊັມ (ASEM), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ແລະ ຂອບການຮ່ວມມືອື່ນໆໃນພາກພື້ນ. ນອກນີ້, ກໍຍັງໄດ້ສໍາເລັດ ແລະ ກໍາລັງສິ້ນສຸດພາລະບົດບາດຂອງຕົນໃນເວທີສາກົນ ເຊັ່ນ: ການເປັນເຈົ້າພາບຈັດກອງປະຊຸມລະດັບລັດຖະມົນຕີ ຟຣັງໂກໂຟນີ ຄັ້ງທີ 23 ໃນປີ 2007, ເປັນເຈົ້າພາບຈັດກອງປະຊຸມລັດພາຄີຄັ້ງປະຖົມມະລືກ ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນປີ 2010, ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ໃນປີ 2012, ການເປັນຮອງປະທານສະມັດຊາໃຫຍ່ ສະໄໝທີ 76 ຂອງອົງການສະຫະປະຊາຊາດ, ການເປັນສະມາຊິກສະພາເສດຖະກິດ-ສັງຄົມ (2023-2025), ການເຂົ້າເປັນສະມາຊິກຄະນະບໍລິຫານງານຂອງກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ, ພ້ອມທັງການປະຕິບັດໜ້າທີ່ເປັນປະທານໝູນວຽນອາຊຽນ ໃນປີ 2004, 2016, 2024. ນອກນີ້, ໃນປີ 2026 ຈະມາເຖິງນີ້, ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມທົບທວນຮອບວຽນທີສາມ ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ທີ່ນະຄອນຫລວງວຽງຈັນ.
ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions) ແມ່ນມີຄວາມຈໍາເປັນຫລາຍ ຕໍ່ ສປປ ລາວ, ເນື່ອງຈາກມີບົດບາດສໍາຄັນໃນການແກ້ໄຂບັນຫາ “ລູກລະເບີດບໍ່ທັນແຕກ” ທີ່ຕົກຄ້າງຢູ່ບໍລິເວນຕ່າງໆຂອງປະເທດ, ໂດຍຄາດວ່າມີຫລາຍກວ່າ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກໃນແຜ່ນດິນຂອງປະເທດ. ບັນຫານີ້ ໄດ້ສືບຕໍ່ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດ ແລະ ຄວາມປອດໄພຂອງປະຊາຊົນລາວ ພ້ອມທັງເປັນອຸປະສັກຕໍ່ການພັດທະນາຂອງຊາດ. ສົນທິສັນຍານີ້ ໄດ້ຊຸກຍູ້ຄວາມຄືບໜ້າຢ່າງເປັນຮູບປະທໍາໃນຫລາຍດ້ານ ເຊັ່ນ: ການສໍາຫລວດ-ເກັບກູ້ລະເບີດ, ການເຕືອນໄພຄວາມສ່ຽງ ແລະ ການຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບ. ເວົ້າສະເພາະ, ສົນທິສັນຍານີ້ ໄດ້ຊຸກຍູ້ການສ້າງ ແລະ ຈັດຕັ້ງແຜນດໍາເນີນງານຕາມຍຸດທະສາດ: “ເສັ້ນທາງສູ່ຄວາມປອດໄພ (2021-2030) ຂອງວຽກງານລູກຫວ່ານລະເບີດທີ່ບໍ່ທັນແຕກ ຫລື UXO” ແລະ ສົ່ງເສີມການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ (ເປົ້າໝາຍທີ 18: ຊີວິດປອດໄຟຈາກ UXO) ໃຫ້ເປັນຮູບປະທໍາຢ່າງແທ້ຈິງ. ເວົ້າລວມແລ້ວ, ກອງປະຊຸມຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີໜ້ານີ້ ບໍ່ພຽງແຕ່ມີຄວາມສໍາຄັນ ຕໍ່ການຊຸກຍູ້ແຜນວຽກຂອງ UXO ແລະ ການພັດທະນາເສດຖະກິດ-ສັງຄົມ, ແຕ່ຍັງເປັນໂອກາດສໍາຄັນໃນການຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນຜ່ານສັນຕິພາບ ແລະ ການຮ່ວມມືສາກົນ. ໃນດ້ານການຮ່ວມມືເພື່ອການພັດທະນາ, ສປປ ລາວ ໄດ້ຍາດແຍ່ງການຊ່ວຍເຫລືອຫລ້າຈາກຕ່າງປະເທດໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ສະເລ່ຍ 500-600 ລ້ານໂດລາສະຫະລັດຕໍ່ປີ ແລະ ບັນນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຈໍານວນ 145 ອົງການ ດ້ວຍມູນຄ່າລວມ 377 ລ້ານໂດລາສະຫະລັດ ໃນຈໍານວນ 269 ໂຄງການ. ຕົວເລກເຫລົ່ານີ້ ໄດ້ສະແດງໃຫ້ເຫັນວ່າ ການທູດຫລາຍຝ່າຍຂອງ ສປປ ລາວ ບໍ່ພຽງແຕ່ເສີມສ້າງຖານະ ແລະ ບົດບາດທາງການເມືອງ-ການທູດເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຢ່າງແທ້ຈິງ.
ການທູດລາວ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອປະກອບສ່ວນໃນເສີມສ້າງຄວາມເຂັ້ມແຂງຂອງຊາດ, ຮັບໃຊ້ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງບົດບາດຂອງປະເທດໃນເວທີສາກົນ. ຄຽງຄູ່ກັບການສ້າງ ແລະ ຂະຫຍາຍສາຍພົວພັນການທູດກັບຕ່າງປະເທດ, ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ຄວາມສໍາຄັນເປັນພິເສດຕໍ່ການສ້າງ ແລະ ເສີມຂະຫຍາຍສາຍພົວພັນກັບບັນດາພັກການເມືອງໃນທົ່ວໂລກ. ປັດຈຸບັນ, ພັກໄດ້ມີພົວພັນກັບພັກການເມືອງ ຈໍານວນ 145 ພັກ ຈາກ 82 ປະເທດ ຊຶ່ງໄດ້ສະແດງໃຫ້ເຫັນການເພີ່ມທະວີພາບພົດ ແລະ ບົດບາດໃນການພົວພັນຂອງ ສປປ ລາວ ໃນການເມືອງໂລກ. ພ້ອມກັນນັ້ນ, ການທູດປະຊາຊົນ ກໍມີບົດບາດສໍາຄັນໃນການລະດົມຂົນຂວາຍ ແລະ ການຮ່ວມມືປະກອບສ່ວນຂອງພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ໃຫ້ເຂົ້າຮ່ວມສົ່ງເສີມ ແລະ ສະໜັບສະໜູນການພັດທະນາປະເທດຊາດ. ພັກ ແລະ ລັດ ໄດ້ໃຫ້ຄວາມສໍາຄັນໂດຍມີນະໂຍບາຍເປີດກວ້າງ ແລະ ຖືພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ເປັນສ່ວນໜຶ່ງທີ່ບໍ່ສມາດຕັດຂາດອອກຈາກວົງຄະນາຍາດຂອງຊາດລາວໄດ້. ປັດຈຸບັນ, ສປປ ລາວ ໄດ້ຈັດຕັ້ງສະມາຄົມມິດຕະພາບກັບຕ່າງປະເທດ ຈໍານວນ 20 ສະມາຄົມ ແລະ ຄະນະສັນຕິພາບ-ສາມັກຄີ ອີກ 1 ສະມາຄົມ. ໃນດ້ານຊຸມຊົນພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ມີຈໍານວນຫລາຍແສນຄົນ, ໃນນີ້ ມີປະມານ 527.000 ຄົນ ອາໄສຢູ່ສະຫະລັດອາເມລິກາ (ລວມມີຮຸ່ນທໍາອິດ ແລະ ລູກຫລານຮຸ່ນຕໍ່ມາ ຕາມຂໍ້ມູນປີ 2023) ຊຶ່ງເປັນຊຸມຊົນລາວທີ່ໃຫຍ່ທີ່ສຸດຢູ່ຕ່າງປະເທດ. ຊຸມຊົນຊາວລາວເຫລົ່ານີ້ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ສືບຕໍ່ຕິດພັນກັບປະເທດບ້ານເກີດເມືອງນອນ, ໂດຍໄດ້ມີສ່ວນຮ່ວມປະກອບສ່ວນໃນການພັດທະນາປະເທດຊາດ ທັງຜ່ານການກັບຄືນມາດໍາລົງຊີວິດ ຫລື ການເຂົ້າມາລົງທຶນເຮັດທຸລະກິດ ຢູ່ ສປປ ລາວ.
ໃນດ້ານການປົກປ້ອງຜົນປະໂຫຍດຂອງປະຊາຊົນລາວ, ຂະແໜງການຕ່າງປະເທດ ໄດ້ດໍາເນີນນະໂຍບາຍຢ່າງຕັ້ງໜ້າ ເພື່ອຮັບປະກັນຄວາມປອດໄພ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ແລະ ທຸລະກິດຂອງລາວຢູ່ຕ່າງປະເທດ, ໂດຍສະເພາະໃນກໍລະນີທີ່ປະສົບໄພພິບັດທໍາມະຊາດ ແລະ ມີຂໍ້ຂັດແຍ່ງຕ່າງໆ. ດ້ານການສົ່ງເສີມວັດທະນະທໍາ, ການທູດ ໄດ້ເຄື່ອນໄຫວຢ່າງເປັນຮູບປະທໍາ ໃນການໂຄສະນາເຜີຍແຜ່ປະເພນີ ແລະ ເອກະລັກວັດທະນະທໍາຂອງຊາດ ຄຽງຄູ່ກັບການຂົນຂວາຍແຫຼ່ງທຶນໃໝ່ໆ ເພື່ອຮອງຮັບການພັດທະນາ. ສປປ ລາວ ຍັງມີມໍລະດົກໂລກທີ່ໄດ້ຮັບການຮັບຮອງຈາກ ອົງການ UNSECO ຈໍານວນ 6 ລາຍການ (ໃນນັ້ນ 2 ລາຍການແມ່ນມໍລະດົກທາງວັດທະນະທໍາທີ່ບໍ່ສາມາດຈັບຕ້ອງໄດ້). ການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານສູ່ສາກົນ ກໍເປັນສ່ວນໜຶ່ງທີ່ສໍາຄັນໃນການຍົກສູງພາບພົດບົດບາດຂອງປະເທດ, ທໍາມະຊາດ, ວິຖີຊີວິດການດໍາລົງຊີວິດຂອງປະຊາຊົນ, ວັດທະນະທໍາ ຫລືຜົນສໍາເລັດຂອງ ສປປ ລາວ ໂດຍຜ່ານຫລາຍຮູບການ ແລະ ສ້າງສັນ.
ຕະຫລອດໄລຍະ 80 ປີແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາ, ພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກ ແລະ ການອຸທິດຕົນຂອງບັນພະບູລຸດຮຸ້ນກ່ອນ, ໂດຍສະເພາະ ພາຍໃຕ້ທິດສະດີຊີ້ນໍາຂອງ ປະທານ ໄກສອນ ພົມວິຫານ, ການທູດຂອງລາວໄດ້ຢືນຄຽງຂ້າງປະເທດຊາດ ໃນການຕໍ່ສູ້ເພື່ອປົກປັກຮັກສາເອກະລາດ, ອິດສະລະພາບ ແລະ ຄວາມຜາສຸກຂອງປະຊາຊົນ. ຈາກປະເທດທີ່ທຸກຍາກ ແລະ ຖືກສົງຄາມທໍາລາຍຢ່າງໜັກໜ່ວງ, ສປປ ລາວ ໃນປັດຈຸບັນ ໄດ້ພັດທະນາປະເທດຢ່າງໝັ້ນຄົງດ້ວຍບາດກ້າວໜ້າ, ພ້ອມປະສົບຜົນສໍາເລັດໃນການເຊື່ອມໂຍງເຊື່ອມຈອດກັບສາກົນຢ່າງໜ້າເພີ່ງພໍໃຈ.
ຜົນງານອັນພົ້ນເດັ່ນຂອງ ສປປ ລາວ ໃນເວທີສາກົນ ແມ່ນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2004 ຊຶ່ງເປັນຄັ້ງທໍາອິດທີ່ຜູ້ນໍາຫລາຍປະເທດ ລວມທັງຜູ້ນໍາຈາກປະເທດມະຫາອໍານາດ ແລະ ປະເທດທີ່ມີບົດບາດສໍາຄັນ ເຊັ່ນ: ຈີນ, ຣັດເຊຍ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ ແລະ ບັນດາຜູ້ນໍາໃນອາຊຽນ ໄດ້ພາກັນເດີນທາງມາເຂົ້າຮ່ວມປະຊຸມຢູ່ນະຄອນຫລວງວຽງຈັນ ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກສາກົນ, ສາມາດລົບລ້າງຂໍ້ສົງໄສ ແລະ ຫາງສຽງທີ່ວ່າ ປະເທດນ້ອຍຄືລາວເຮົາ ຈະສາມາດຈັດກອງປະຊຸມສາກົນລະດັບໃຫຍ່ແບບນີ້ໄດ້. ໃນປີ 2010, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທໍາອິດຂອງລັດພາຄີສົນທິສັນຍາເກີືອດຫ້າມລະເບີດລູກຫວ່ານ. ຖັດຈາກນັ້ນ ໃນປີ 2012, ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມ ແລະ ຈົບລົງດ້ວຍຜົນສໍາເລັດ, ມີຜູ້ນໍາທັງຈາກອາຊີ ແລະ ເອີຣົບ ເຂົ້າຮ່ວມເປັນຈໍານວນຫລາຍ. ສ່ວນໃນປີ 2016, ກໍໄດ້ຮັບກຽດອີກຄັ້ງໜຶ່ງໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ເຊິ່ງຄັ້ງນີ້ແມ່ນເຫດການປະຫວັດສາດ ເພາະເປັນຄັ້ງທໍາອິດທີ່ຜູ້ນໍາສູງສຸດຂອງສະຫະລັດອາເມລິກາ ໄດ້ເດີນທາງເຂົ້າຮ່ວມ ໂດຍໄດ້ມີການຍອມຮັບຢ່າງເປັນທາງການເຖິງການມີຢູ່ຂອງສົງຄາມລັບໃນລາວ ແລະ ໄດ້ຮັບຮູ້ເຖິງຄວາມທຸກຍາກຂອງປະຊາຊົນລາວທີ່ເກີດຈາກໄພສົງຄາມ ແລະ ຜົນກະທົບຂອງລູກລະເບີດທີ່ຍັງບໍ່ທັນແຕກໃນໄລຍະສົງຄາມ. ເຫດການເຫລົ່ານີ້ ໄດ້ເປັນສິ່ງຢັ້ນຢືນໃຫ້ເຫັນວ່າ ເຖິງ ສປປ ລາວ ຈະເປັນປະເທດນ້ອຍ ແລະ ດ້ອຍພັດທະນາ ແຕ່ກໍສາມາດດໍາເນີນພາລະກິດເປັນເຈົ້າພາບກອງປະຊຸມລະດັບສາກົນໄດ້ຢ່າງສໍາເລັດ, ທັງດ້ານເນື້ອໃນ ແລະ ການຮັກສາຄວາມປອດໄພ. ດ້ວຍການເຄື່ອນໄຫວການທູດລາວທີ່ມີປະສິດທິພາບ ແລະ ການປະສານສົມທົບຢ່າງໃກ້ຊິດກັບກອງກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ຂະແໜງການຕ່າງໆ, ສປປ ລາວ ໄດ້ກາຍເປັນປະເທດທີ່ມີບົດບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຈາກສາກົນ.
ບົນເສັ້ນທາງທີ່ເຕັມໄປດ້ວຍສິ່ງທ້າທາຍ ແລະ ໂອກາດໃໝ່ໆ, ການທູດລາວ ໄດ້ມີຄວາມພາກພູມໃຈທີ່ຢືນຢູ່ແຖວໜ້າ ຄຽງຄູ່ກັບຂະບວນກໍາລັງອື່ນໆ ໂດຍປະຕິບັດຢ່າງຖືກຕ້ອງຕາມມູນເຊື້ອຂອງບັນພະບຸລຸດ ແລະ ນັກປະຕິວັດຮຸ້ນກ່ອນ ຜ່ານຂະບວນການຮ່ວມກັນຕໍ່ສູ້ ແລະ ຮ່ວມກັນມີໄຊຊະນະ. ບົນພື້ນຖານ ແລະ ຫລັກການການທູດທີ່ສໍາຄັນຂອງການທູດຂອງພັກ, ການທູດຂອງລັດ ແລະ ການທູດຂອງປະຊາຊົນ, ໄດ້ກາຍເປັນສາມເສົ້າຄໍ້າທີ່ເສີມຂະຫຍາຍຄວາມເຂັ້ມແຂງ ນໍາພາການທູດລາວ ໄປຈາກໄຊຊະນະໜຶ່ງ ສູ່ໄຊຊະນະໃໝ່. ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນສໍາເລັດຂອງການທູດລາວຕະຫລອດ 8 ທົດສະວັດ ແມ່ນຜົນມາຈາກການຝຶກຜົນຫລໍ່ຫລອມຈິດວິນຍານ ແລະ ສິນທໍາປະຕິວັດ, ສືບສານມູນເຊື້ອການຮັກຫອມສັນຕິພາບຂອງຊາວລາວມາແຕ່ໂບຮານນະການ ພ້ອມທັງປະສານສົມທົບກັບແນວຄິດຍຸກໃໝ່ ລວມທັງແນວຄິດຂອງ ປະທານ ໄກສອນ ພົມວິຫານ.
ປະຫວັດສາດອັນສະຫງ່າລ່າສີຂອງການທູດລາວ ຕະຫລອດໄລຍະ 80 ປີ ໄດ້ເປັນມໍລະດົກ ແລະ ບົດຮຽນອັນລໍ້າຄ່າ ເຊິ່ງເປັນປະໂຫຍດຕໍ່ການໝູນໃຊ້ ແລະ ສຶກສາຄົ້ນຄວ້າໃຫ້ແກ່ຄົນຮຸ່ນຫລັງ. ໃນນັ້ນ ບົດຮຽນອັນລໍ້າຄ່າທີ່ສຸດ ແມ່ນການນໍາພາຂອງພັກ ທີ່ມີ “ຄວາມເປັນເອກະພາບ ແລະ ເດັດດ່ຽວໜຽວແໜ້ນ” ບົນພື້ນຖານແນວຄິດທາງການທູດຂອງ ປະທານ ໄກສອນ ພົມວິຫານ; ດ້ວຍຄວາມເຂັ້ມແຂງດ້ານວິໄສທັດ, ສະຕິປັນຍາ ແລະ ຄວາມສາມາດໃນການນໍາພາ, ພັກໄດ້ມີຄວາມສະດຸ້ງໄວຕໍ່ສະພາບການ, ພິບໄຫວຢ່າງທັນການ ແລະ ມີຄວາມກ້າຕັດສິນໃຈ ເພື່ອດໍາເນີນນະໂຍບາຍການຕ່າງປະເທດ, ແນວທາງ ແລະ ມາດຕະການ ໃຫ້ແທດເໝາະສົມກັບເງື່ອນໄຂໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ພັກປະຊາຊົນລາວໃນເມື່ອກ່ອນ ກໍຄື ພັກປະຊາຊົນປະຕິວັດລາວໃນປັດຈຸບັນ ໄດ້ເປັນຜູ້ຈັດຕັ້ງ ແລະ ນໍາພາທຸກໄຊຊະນະຂອງການປະຕິວັດ.
ແນວຄິດຂອງ ປະທານ ໄກສອນ ຍັງຄົງເປັນເຂັມທິດເຍືອງທາງຕໍ່ການປະຕິບັດນະໂຍບາຍການຕ່າງປະເທດຂອງລາວຈົນຮອດທຸກມື້ນີ້. ດັ່ງຄັ້ງໜຶ່ງ ປະທານ ໄກສອນ ໄດ້ກ່າວໄວ້ວ່າ: ໃນການປະຕິບັດນະໂຍບາຍການຕ່າງປະເທດ ໃຫ້ສອດຄ່ອງກັບສະພາບຕົວຈິງ, ຈະຕ້ອງສົມທົບການດຸ່ນດ່ຽງການພົວພັນກັບຕ່າງປະເທດດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາສັງຄົມ, ລວມທັງບັນດາອົງການຈັດຕັ້ງສາກົນ, ສະຖາບັນການເງິນ ແລະ ບໍລິສັດຂ້າມຊາດອື່ນໆ ກໍຄື ດຸ່ນດ່ຽງການບັນຊາຄຸ້ມຄອງດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຊຶ່ງແມ່ນເສັ້ນທາງທີ່ຈໍາເປັນ. ຕໍ່ກັບການສ້າງສາຍພົວພັນທີ່ເປັນມິດກັບປະເທດໃຫຍ່ ແລະ ມະຫາອໍານາດ. ພັກ ໄດ້ຮັບຮູ້ຢ່າງຈະແຈ້ງເຖິງພາລະບົດບາດຂອງປະເທດເຫລົ່ານີ້ ໃນການຮ່າງລະບຽບການຂອງໂລກ ແລະ ກໍານົດທ່າອ່ຽງຂອງພາກພື້ນ ແລະ ສາກົນ, ສະນັ້ນ ຈຶ່ງໄດ້ນຳໃຊ້ວິທີການທີ່ດຸນດ່ຽງ ແລະ ປະສານສົມທົບກັນ ລະຫວ່າງ ການຮ່ວມມື ແລະ ການຕໍ່ສູ້. ພ້ອມກັນນັ້ນກໍຍັງຄົງຮັກສາການພົວພັນທີ່ເປັນມິດຕະພາບ ແລະ ຍືນຍາວກັບປະເທດເພື່ອນມິດຍຸດສາດ ແລະ ເພື່ອນບ້ານໃກ້ຄຽງ.
ສິ່ງທີ່ສາມາດຖອດຖອນໄດ້ອີກຢ່າງໜຶ່ງ ແມ່ນການປະສານສົມທົບລະຫວ່າງ “ກໍາລັງແຮງພາຍໃນຂອງຊາດ ບວກກັບກໍາລັງແຮງພາຍນອກ”. ໃນນັ້ນ ຄວາມເຂັ້ມແຂງພາຍໃນແມ່ນພື້ນຖານສໍາຄັນ, ໃນຂະນະທີ່ການເຄື່ອນໄຫວພາຍນອກ ແມ່ນສິ່ງຈໍາເປັນສໍາລັບການບຸກທະລຸ. ພັກ ແລະ ລັດຖະບານ ໄດ້ຊຸກຍູ້ກໍາລັງແຮງພາຍໃນປະເທດຢ່າງເຂັ້ມແຂງ, ພ້ອມກັນນັ້ນກໍ ໝູນໃຊ້ປະໂຫຍດຈາກປະຊາຄົມໂລກ ໃນການຝຶກຝົນຫລໍ່ຫລອມກໍາລັງແຮງພາຍໃນໃຫ້ແຂງແກ່ນຍິ່ງຂຶ້ນ. ເຖິງແມ່ນວ່າສະພາບການໂລກຈະປ່ຽນແປງໄປຢ່າງວ່ອງໄວ ແລະ ສັບຊ້ອນກໍຕາມ, ແຕ່ນະໂຍບາຍການຕ່າງປະເທດຂອງລາວ ຍາມໃດກໍປັບປຸງໃຫ້ສອດຄ່ອງກັບສະຖານະການ ແລະ ທ່າອ່ຽງສໍາຄັນຂອງແຕ່ລະໄລຍະບົນພື້ນຖານມູນເຊື້ອແນວຄວາມຄິດຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ເນັ້ນໜັກໃຫ້ປະເທດຊາດ ຕ້ອງເປັນເຈົ້າການໃນການນໍາພາ ບໍ່ແມ່ນຕົກຢູ່ໃນສະຖານະຜູ້ຮັບຝ່າຍດຽວ. ນອກນີ້, ການຍຶດໝັ້ນ “ຄວາມເປັນເອກະລາດ ແລະການເພິ່ງພາຕົນເອງ” ບົນພື້ນຖານການເຊື່ອມໂຍງຮ່ວມມືກັບສາກົນຫລາຍທິດຫລາຍຝ່າຍ ກໍເປັນບົດຮຽນໜຶ່ງທີ່ມີຄຸນຄ່າ. ຄວາມເອກະລາດ ແລະ ການເພິ່ງພາຕົນເອງ ເປັນຫລັກການທີ່ໂດດເດັ່ນ ແລະ ສະໝໍ່າສະເໝີຕະຫລອດເສັ້ນທາງປະຕິວັດ ໂດຍສະເພາະໃນວຽກງານນະໂຍບາຍການຕ່າງປະເທດ. ປະທານ ໄກສອນ ໄດ້ຢືນຢັນວ່າ ເອກະລາດ ແມ່ນພວກເຮົາເປັນຜູ້ຕັດສິນໃນການນໍາພາຕໍ່ກັບທຸກໆບັນຫາ ໂດຍບໍ່ມີການແຊກແຊງຈາກພາຍນອກ. ຕໍ່ກັບຈິດໃຈເນື້ອໃນນັ້ນ, ສປປ ລາວ ໄດ້ຮັກສາອໍານາດອະທິປະໄຕໃນການກໍານົດນະໂຍບາຍຂອງຕົນຢ່າງເຕັມສ່ວນ, ພ້ອມກັບການສ້າງສະພາບແວດລ້ອມພາຍນອກທີ່ເອື້້ອອໍານວຍ ແລະ ເກື້ອກູນຊຸກຍູ້. ບົດຮຽນ “ການນໍາໃຊ້ສິ່ງທີ່ບໍ່ປ່ຽນແປງ ເພື່ອຮັບມືກັບສິ່ງທີ່ປ່ຽນແປງ” ກໍເປັນໜຶ່ງສິ່ງທີ່ມີຄວາມສໍາຄັນ ຕໍ່ສະພາບການທີ່ສັບຊ້ອນໃນປັດຈຸບັນ. ສິ່ງທີ່ບໍ່ປ່ຽນແປງນີ້ ໝາຍເຖິງເອກະລາດ, ອິດສະລະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ເປັນແກນກາງທີ່ຕ້ອງຍຶດໝັ້ນ. ສ່ວນສິ່ງທີ່ປ່ຽນແປງ ໝາຍເຖິງວິທີການໃນການບັນລຸເປົ້າໝາຍ ແມ່ນຕ້ອງມີຄວາມຍືດຍຸ່ນ ແລະ ປັບປ່ຽນໄປຕາມສະພາບການ, ດັ່ງຄໍາຊີ້ນໍາຂອງ ປະທານ ໄກສອນ ໄດ້ກ່າວວ່າ: ໃນຕະຫລອດໄລຍະການປະຕິວັດໃດໜຶ່ງ, ຍຸດທະສາດ ເປັນສິ່ງທີ່ບໍ່ປ່ຽນແປງ ແຕ່ຍຸດໂທບາຍ ຈະຕ້ອງປັບປ່ຽນໃຫ້ທັນກັບສະພາບການ ແລະ ໄລຍະເວລາ; ຖ້າຂາດຍຸດໂທບາຍ, ຍຸດທະສາດຈະກາຍເປັນອັນແຂງກະດ້າງ ແລະ ບໍ່ສາມາດຜັນຂະຫຍາຍໄດ້ ກໍຄື ຈະພາໃຫ້ຫລົງທິດຫລົງທາງ.
ບົດຮຽນສໍາຄັນອັນສຸດທ້າຍທີ່ຕ້ອງເນັ້ນໜັກແມ່ນ “ການພັດທະນາບຸກຄະລາກອນ”ຊຶ່ງເປັນຮາກຖານຂອງຄວາມສໍາເລັດໃນທຸກພາລະກິດແຫ່ງການປະຕິວັດ. ປະທານ ໄກສອນ ພົມວິຫານ ແລະ ບັນດານັກການທູດຮຸ່ນກ່ອນ ໄດ້ເປັນແບບຢ່າງ ແລະ ແວ່ນແຍງທີ່ສະອາດໃສແຈ້ງ, ມີຄວາມຈົ່ງຮັກພັກດີຕໍ່ຊາດ, ມີຄຸນທາດການເມືອງທີ່ໜັກແໜ້ນ ແລະ ມີຄວາມຄ່ອງແຄ້ວພິບໄຫວດ້ານການທູດ, ພ້ອມດ້ວຍບຸກຄະລິກ ແລະ ລະບຽບວິໄນຕໍ່ການເຮັດວຽກ ທີ່ໄດ້ຮັບການນັບຖືຢ່າງກວ້າງຂວາງຈາກພັກ-ລັດ, ປະຊາຊົນ ແລະ ເພື່ອນມິດສາກົນ. ນັກການທູດແຕ່ລະຮຸ້ນ ໄດ້ສືບທອດເຈດຕະນາລົມຂອງບັນພະບູລຸດ ແລະ ພັດທະນາຕົນເອງດ້ວຍຈິດໃຈທີ່ໝັ້ນຄົງ, ມີສິນທໍາປະຕິວັດ ແລະ ຊື່ສັດບໍລິສຸດຕໍ່ພັກ, ຕໍ່ຜົນປະໂຫຍດຂອງຊາດ ພ້ອມດ້ວຍອຸທິດຕົນເອງເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ. ຄຸນຄ່າເຫລົ່ານີ້ ໄດ້ກາຍເປັນຮາກຖານສໍາຄັນ ແລະ ເປັນປັດໄຈຊີ້ຂາດຕໍ່ຜົນສຳເລັດຂອງການທູດລາວ ໃນສະພາບການສາກົນທີ່ຜັນແປ ແລະ ສັບຊ້ອນ. ການທູດລາວ ໄດ້ມີຄວາມພາກພູມໃຈທີ່ມີນັກການທູດທີ່ໂດດເດັ່ນຫລາຍທ່ານໃນອະດີດ ເຊັ່ນ: ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ທ່ານ ກິິນິມ ພົນເສນາ, ທ່ານ ຄໍາສຸກ ແກ້ວລາ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ ກໍຄືນັກການທູດໃນປັດຈຸບັນ ເຊັ່ນ: ທ່ານ ທອງລຸນ ສີສຸລິດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ແລະ ທ່ານ ສະເຫລີມໄຊ ກົມມະສິດ. ບຸກຄົນເຫລົ່ານີ້ ໄດ້ມີບົດບາດສໍາຄັນໃນການເຄື່ອນໄຫວວຽກງານຕ່າງປະເທດ ຜ່ານການຝຶກຝົນຫລໍ່ຫລອມຕົນເອງຈາກພຶດຕິກໍາຕົວຈິງໃນການປະຕິວັດ ທີ່ສະທ້ອນໃຫ້ເຫັນຄວາມອົງອາດກ້າຫານ ແລະ ສະຕິປັນຍາ ຈົນໄດ້ຮັບການຊົມເຊີຍຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ແລະ ກາຍເປັນກຽດປະຫວັດຂອງການທູດລາວ.
ໃນທ່າມກາງສະພາບການຂອງໂລກທີ່ກຳລັງຜັນແປຢ່າງຕໍ່ເນື່ອງ ຊຶ່ງທຸກຂະບວນການປ່ຽນແປງລ້ວນແຕ່ມີຄວາມໝາຍສໍາຄັນ, ທຸກການປ່ຽນແປງແມ່ນມີທັງກາລະໂອກາດ ແລະ ສິ່ງທ້າທາຍ ຊຶ່ງມັນໄດ້ສ້າງເງື່ອນໄຂໃນການກຽມຄວາມພ້ອມ ແລະ ການສ້າງຂີດຄວາມສາມາດຂອງແຕ່ລະປະເທດ ເພື່ອຍາດແຍ່ງບົດບາດໃນເວທີສາກົນ ແລະ ຜົນປະໂຫຍດມາສູ່ປະເທດຊາດຂອງຕົນ. ສະນັ້ນ, ນັກການທູດຂອງພວກເຮົາ ຈໍາເປັນຕ້ອງໄດ້ຮັບການຝຶກຝົນຫລໍ່ຫລອມຢ່າງຕໍ່ເນື່ອງທາງດ້ານການເມືອງ-ແນວຄິດ, ມີຄວາມຮູ້ວິຊາສະເພາະ, ພາສາຕ່າງປະເທດທີ່ເຂັ້ມແຂງ ແລະ ກໍາແໜ້ນແນວທາງການຕ່າງປະເທດ ແລະ ຮູ້ໝູນໃຊ້ໃຫ້ແທດເໝາະກັບສະພາບການໃໝ່ໃນແຕ່ລະໄລຍະ. ປະທານ ໄກສອນ ພົມວິຫານ ເຄີຍກ່າວໄວ້ວ່າ: ພະນັກງານການຕ່າງປະເທດທຸກຄົນຕ້ອງຄິດເຖິງຜົນປະໂຫຍດຂອງຊາດກ່ອນອື່ນໝົດ, ຕ້ອງກໍາແໜ້ນແນວທາງ ແລະ ນະໂຍບາຍ ຂອງພັກ ແລະ ລັດ ໃຫ້ຈະແຈ້ງ, ມີຄວາມເຂົ້າໃຈຕໍ່ສະພາບການພາຍໃນປະເທດ ແລະ ສະພາບການພາຍນອກຢ່າງເຖິງຖອງ, ພ້ອມທັງຊອກຮູ້ທ່າແຮງບົ່ມຊ້ອນ ແລະ ຈຸດແຂງຂອງປະເທດທີ່ຕົນເອງໄປປະຈໍາການ; ນັກການທູດ ຈໍາເປັນຕ້ອງມີທັກສະດ້ານເຈລະຈາ ບໍ່ພຽງແຕ່ດ້ານການເມືອງ ແຕ່ຕ້ອງມີຄວາມຮູ້ ແລະ ຄວາມສາມາດດ້ານສດຖະກິດ, ການຄ້າ ແລະ ຂະແໜງການອື່ນໆຢ່າງຮອບດ້ານ.
ຜົນສຳເລັດໃນການຕໍ່ສູ້ກູ້ຊາດ ແລະ ຍາດເອົາອິດສະລະພາບ ຕະຫລອດ 8 ທົດສະວັດ ພ້ອມກັບການປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຊາດ ໄດ້ກາຍເປັນພື້ນຖານທີ່ໝັ້ນຄົງທະນົງແກ່ນ ແລະ ໜຽວແໜ້ນ ສໍາລັບການກ້າວເຂົ້າສູ່ໂລກໃນຍຸກໃໝ່ ແລະ ການບັນລຸເປົ້າໝາຍຍຸດທະສາດແຫ່ງຊາດ 2030 ໃນອີກ 5 ປີຂ້າງໜ້າ ຕາມທີ່ພັກ-ລັດໄດ້ກໍານົດໄວ້. ປະຫວັດສາດ ໄດ້ສະແດງໃຫ້ພວກເຮົາເຫັນແລ້ວວ່າປັດໄຈດ້ານຍຸດທະສາດ, ພູມສາດ-ການ ເມືອງ, ຄວາມໝັ້ນຄົງ ແລະ ຄວາມສີວິໄລຂອງແຕ່ລະປະເທດ ລ້ວນຕິດພັນຢ່າງໃກ້ຊິດກັບສະພາບແວດລ້ອມຂອງສາ ກົນ ຊຶ່ງເປັນປັດໄຈໃນການກໍານົດພາລະບົດບາດ ແລະ ການຍົກລະດັບສະຖານະພາບຂອງປະເທດ ໃຫ້ດໍາເນີນໄປໃນທິດທາງທີ່ເປັນປະໂຫຍດສູງສຸດຕໍ່ຊາດ ແລະ ປະຊາຊົນ ອັນເປັນຫົວໃຈສໍາຄັນໃນການນໍາພາຂອງພັກ-ລັດ ແລະ ຂະແໜງ ການຕ່າງປະເທດ ທີ່ຈໍາເປັນຕ້ອງເອົາໃຈໃສ່ຢ່າງຕໍ່ເນື່ອງ ແລະ ສະເໝີຕົ້ນສະເໝີປາຍ.
ໃນໂອກາດນີ້, ຂ້າພະເຈົ້າໃນຖານະລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຫັນວ່າ ການທູດໃນຍຸກໃໝ່ ຕ້ອງສືບຕໍ່ຍຶດໝັ້ນຫລັກການ ແລະ ແນວທາງຂອງພັກ-ລັດ ແລະ ຈໍາເປັນຕ້ອງເນັ້ນໜັກຫລັກການ “ຜົນປະໂຫຍດແຫ່ງຊາດ” ເພື່ອເປັນເຂັມທິດຊີ້ເຍືອງທາງ ແລະ ເປັນເປົ້າໝາຍທີ່ບໍ່ປ່ຽນແປງ ເພື່ອນໍາພາປະເທດຊາດໃຫ້ກ້າວໄປໃນທິດທາງທີ່ຖືກຕ້ອງ ທ່າມກາງສະພາບການໂລກມີການຜັນແປຢ່າງສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ. ຄວາມໝາຍຂອງ “ຜົນປະໂຫຍດແຫ່ງຊາດ” ບໍ່ໝາຍຄວາມແຕ່ວ່າແມ່ນການປົກປ້ອງອໍານາດອະທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ຫາກຍັງລວມເຖິງການຮັກສາສະຖຽນລະພາບ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການພັດທະນາ. ເພື່ອບັນລຸເປົ້າໝາຍນີ້, ນະໂຍບາຍການຕ່າງປະເທດ ຈໍາເປັນຕ້ອງຕັ້ງຢູ່ບົນຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ນອກນີ້, ການກໍານົດຜົນປະໂຫຍດແຫ່ງຊາດ ຄວນສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝ ກໍຄື ຜົນປະໂຫຍດລວມຂອງປະຊາຄົມໂລກ ເພື່ອໃຫ້ສາມາດປັບດຸນດ່ຽງ ແລະ ກົມກຽວ ລະຫວ່າງ ຜົນປະໂຫຍດພາຍໃນຊາດ ແລະ ການສົ່ງເສີມສັນຕິພາບໂດຍລວມຂອງປະຊາຄົມໂລກ ຕາມທ່າອ່ຽງຂອງໂລກໃນແຕ່ລະໄລຍະໄດ້ຢ່າງເໝາະສົມ. ທັງໝົດນີ້ ໄດ້ສະທ້ອນໃຫ້ເຫັນບົດບາດ ແລະ ຄວາມຮັບຜິດຊອບຂອງ ສປປ ລາວ ໃນເວທີສາກົນ ກໍຄື ຍົກລະດັບຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນຈາກສາກົນ.
ຄຽງຄູ່ກັບການຍຶດໝັ້ນຜົນປະໂຫຍດຂອງຊາດ, ນະໂຍບາຍການຕ່າງປະເທດ ຈໍາເປັນຕ້ອງເອົາໃຈໃສ່ການປະຕິ ບັດໃຫ້ຖືກຕ້ອງ ແລະ ຖືກທິດ ບົນຫລັກການຄວາມເປັນເອກກະລາດ ແລະ ການເປັນເຈົ້າຕົນເອງ. ພ້ອມກັນນັ້ນ, ກໍຕ້ອງຂະຫຍາຍການພົວພັນຮ່ວມມືໃຫ້ຫລາກຫລາຍ, ກວ້າງຂວາງ, ເຂັ້ມແຂງ ແລະ ບຸກທະລຸ ໃນເວທີສາກົນ. ເມື່ອເຮົາຫວນຄືນເບິ່ງປະຫວັດສາດແຫ່ງການພົວພັນສາກົນ ແລະ ການຜັນແປໃນພູມສາດ-ການເມືອງໂລກໃນໄລຍະຜ່ານມາ ໄດ້ພິສູດໃຫ້ເຫັນວ່າ ຫລັກການນີ້ ແມ່ນຖືກຕ້ອງ ແລະ ມີຄວາມຈໍາເປັນຢ່າງຍິ່ງໃນສະພາບການຂອງໂລກທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ. ຫລັກການຄວາມເປັນເອກກະລາດ ແລະ ການເປັນເຈົ້າຕົນເອງນີ້ ໄດ້ສອດຄ່ອງກັບແນວຄິດ “ເສດຖະກິດເອກກະລາດ ເປັນເຈົ້າຕົນເອງ ຫລື “ສອຈ” ທີ່ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ທອງລຸນ ສີສຸລິດ ໄດ້ນໍາສະເໜີໃນປີ 2024. ແນວຄິດນີ້ ແນໃສ່ເຊີດຊູຄວາມເປັນເອກະລາດ, ຄວາມເປັນເຈົ້າຕົນເອງ, ການເພິ່ງພາຕົນເອງ ແລະ ການສ້າງຄວາມເຂັ້ມແຂງດ້ວຍກໍາລັງຂອງຕົນເອງ. ນີ້ແມ່ນແນວທາງພັດທະນາພື້ນຖານຂອງພັກ ທີ່ຕັ້ງຢູ່ເທິງຫລັກການຂຸດຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກໍາລັງແຮງລວມ ເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ, ຮັບປະກັນໃຫ້ເສດຖະກິດເຕີບໂຕຢ່າງໝັ້ນຄົງ ແລະ ຕໍ່ເນື່ອງ; ສ້າງຖານຜະລິດ ແລະ ຖານບໍລິການທີ່ເຂັ້ມແຂງ ເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງທີ່ແທ້ຈິງ. ສອຈ ຍັງໝາຍເຖິງການ ຮູ້ເຂົາ-ຮູ້ເຮົາ, ຮູ້ຈັກປະເມີນທ່າແຮງພາຍໃນ-ພາຍນອກ ເພື່ອເສີມສ້າງກໍາລັງແຮງພາຍໃນ ແລະ ໝູນໃຊ້ປະໂຫຍດຈາກພາຍນອກຢ່າງເປັນເຈົ້າຕົນເອງ ເພື່ອຍົກລະດັບການເຊື່ອມໂຍງຂອງປະເທດກັບພາກພື້ນ ແລະ ສາກົນ. ແນວຄິດນີ້ ແມ່ນພື້ນຖານສໍາຄັນໃນການເສີມສ້າງຄວາມໝັ້ນຄົງ ແລະ ການພັດທະນາຢ່າງຍືນຍົງ.
ໃນໄລຍະ 5 ປີຜ່ານມາ, ສິ່ງທີ່ທົ່ວໂລກໄດ້ຮ່ວມກັນຜະເຊີນໜ້າກໍເປັນສິ່ງທ້າທາຍ ແລະ ສ້າງຄວາມບໍ່ປອດໄພໃຫ້ແກ່ໂລກໜ່ວຍນີ້ ເຊັ່ນ: ໄພພິບັດທໍາມະຊາດ, ພະຍາດລະບາດ, ການປ່ຽນແປງດິນຟ້າອາກາດ, ຂໍ້ຂັດແຍ່ງ ແລະ ຄວາມປອດໄພທາງເຕັກໂນໂລຊີ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ບໍ່ມີປະເທດໃດຈະສາມາດຮັບມືກັບສິ່ງທ້າທາຍເຫລົ່ານີ້ຕາມລໍາພັງໄດ້. ສະນັ້ນ, ການຂະຫຍາຍຊ່ອງທາງການທູດທີ່ຫລາກຫລາຍ ແລະ ການນໍາໃຊ້ຊັບພະຍາກອນພາຍນອກຢ່າງມີປະສິດທິພາບ ເພື່ອເສີມສ້າງກໍາລັງແຮງພາຍໃນ ເປັນສິ່ງຈໍາເປັນຢ່າງຫລີກລຽງບໍ່ໄດ້. ໃນຍຸກໃໝ່ນີ້, ການທູດຈໍາເປັນຕ້ອງປະສານສົມທົບກັບສາກົນ ເພື່ອສ້າງແຮງຂັບເຄື່ອນໃໝ່ ແລະ ເປີດໂອກາດໃໝ່ໆ ໃນດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ພະລັງງານທົດແທນ, ດີຈິຕອນ ແລະ ເສດຖະກິດສີຂຽວ. ນອກນີ້, ກໍພ້ອມທີ່ຈະເປີດກວ້າງການພົວພັນຮ່ວມມືກັບສະຖາບັນການເງິນ ແລະ ເຕັກໂນໂລຊີແຖວໜ້າຂອງໂລກ ເພື່ອຊຸກຍູ້ການພັດທະ ນາປະເທດຊາດ. ດ້ວຍນະໂຍບາຍທີ່ເປີດກວ້າງ, ການທູດຕ້ອງຮູ້ຈັກໝູນໃຊ້ປະໂຫຍດຈາກການພົວພັນຮ່ວມມືອັນດີ
ເພື່ອສົ່ງເສີມຂໍ້ຕົກລົງຕ່າງໆທາງດ້ານເສດຖະກິດ, ແກ້ໄຂບັນຫາອຸປະສັກຕ່າງໆ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະ ເທດຊາດ ແລະ ປະຊາຊົນ.
ອີກທິດທາງໜຶ່ງທີ່ຈໍາເປັນແມ່ນການຍົກລະດັບ “ການປະສານງານ” ດ້ານການຕ່າງປະເທດໃຫ້ມີທັງປະສິດ ທິພາບ ແລະ ປະສິດທິຜົນ. ໃນສະພາບການປັດຈຸບັນ, ວຽກງານການທູດຕ້ອງກ້າບຸກທະລຸ, ຫັນປ່ຽນຈາກທິດສະດີສູ່ການປະຕິບັດຢ່າງເປັນຮູບປະທໍາ, ຈາກຮັບຮູ້ກ້າວສູ່ການມີສ່ວນຮ່ວມຢ່າງຕັ້ງໜ້າ, ຈາກການຮຽນຮູ້ໄປສູ່ການນຳພາຢ່າງມີປະສິດທິພາບ, ຈາກການເຊື່ອມໂຍງເສດຖະກິດໄປສູ່ການເຊື່ອມໂຍງຢ່າງຮອບດ້ານ ແລະ ເລິກເຊິ່ງ. ເປົ້າໝາຍເຫລົ່ານີ້ ແນໃສ່ສ້າງຂະແໜງການຕ່າງປະເທດ ກໍຄື ວຽກງານການທູດໃຫ້ແຂງແຮງ, ມີຄຸນສົມບັດ, ຄວາມສາມາດ ແລະ ສິນທໍາປະຕິວັດ. ນອກຈາກນີ້, ວຽກງານການທູດ ຈໍາເປັນຕ້ອງປະສານສົມທົບຢ່າງໃກ້ຊິດກັບຂະແໜງການຕ່າງໆ ເພື່ອຮ່ວມກັນຂັບເຄື່ອນ າເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ. ດັ່ງ ປະທານ ໄກສອນ ພົມວິຫານ ເຄີຍຊີ້ນໍາໄວ້ຢ່າງຈະແຈ້ງວ່າ: ວຽກງານການຕ່າງປະເທດ ບໍ່ແມ່ນໜ້າທີ່ຂອງກະຊວງການຕ່າງປະເທດພຽງຝ່າຍດຽວ, ແຕ່ຕ້ອງປະສານຮ່ວມກັບຂະແໜງການອື່ນໆ ເຊັ່ນ: ການປ້ອງກັນຊາດ, ເສດຖະກິດ-ການຄ້າ, ວັດທະນະທໍາ, ການສຶກສາ ແລະ ສາທາລະນະສຸກ ເພື່ອເປີດກວ້າງ ແລະ ເພີ່ມພູນປະສິດທິຜົນຂອງການພົວພັນການຕ່າງປະເທດໃຫ້ເກີດດອກອອກຜົນ.
ຕະຫລອດໄລຍະແຫ່ງການຕໍ່ສູ້ກູ້ຊາດ, ພວກເຮົາມີນັກການທູດທີ່ຍິ່ງໃຫຍ່, ເປັນແບບຢ່າງຂອງຄວາມຮັກຊາດ, ມີສະຕິປັນຍາ ແລະ ຄຸນທາດການທູດທີ່ໜັກແໜ້ນ. ໃນຍຸກໃໝ່ນີ້, ປະເທດຊາດຕ້ອງການນັກການທູດທີ່ຮອບດ້ານ, ມີພິບໄຫວ, ສາມາດນໍາແນວຄິດ ແລະ ບົດຮຽນອັນມີຄຸນຄ່າຂອງບັນພະບູລຸດຮຸ້ນກ່ອນ ໂດຍສະເພາະແນວຄິດຂອງປະທານ ໄກສອນ ພົມວິຫານ ໄປປະຕິບັດໃຫ້ເກີດດອກອອກຜົນ. ການທູດຕ້ອງເປັນຜູ້ນຳໜ້າພາທາງ, ມີຫົວຄິດປະດິດສ້າງ, ກ້າຄິດ-ກ້າທໍາ ແລະ ກ້າບຸກທະລຸ ບົນພື້ນຖານແນວທາງນະໂຍບາຍການຕ່າງປະເທດ ແລະ ຕາມຄໍາຂວັນຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງກະຊວງການຕ່າງປະເທດ ທີ່ລະບຸວ່າ: “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງ ໄວດ້ານເສນາທິການ”, ເພື່ອຜົນປະໂຫຍດສູງສຸດປະເທດຊາດ.
ສະຫລຸບແລ້ວ, ຕະຫລອດ 80 ປີທີ່ຜ່ານມາ, ການທູດລາວ ໄດ້ສ້າງຜົນງານສໍາຄັນຫລາຍດ້ານ, ເຖິງວ່າຈະມີຊັບພະຍາກອນຈໍາກັດ ແຕ່ກໍໄດ້ປະກອບສ່ວນສໍາຄັນໃນຂະບວນການຕໍ່ສູ້ກູ້ຊາດ, ການປົກປັກຮັກສາ ແລະ ການສ້າງສາປະເທດຊາດ. ການປະກອບສ່ວນນີ້ ໄດ້ຍົກສູງບົດບາດ ແລະ ກຽດສັກສີຂອງປະເທດ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ອຸດົມການ, ຄວາມອົງກາດກ້າຫານ ແລະ ພິບໄຫວຂອງນັກການທູດ ແມ່ນຖືກຫລໍ່ຫລອມຜ່ານແປວໄຟປະຫວັດສາດ ແລະ ຂະບວນການປະຕິວັດ ເພື່ອເປົ້າໝາຍນໍາພາປະເທດຊາດກ້າວສູ່ສັງຄົມທີ່ມີຄວາມສີວິໄລ.
ໂດຍ ທອງສະຫວັນ ພົມວິຫານ,ລັດຖະມົນຕີກະຊວງການຕ່າງປະເທດ
KPL