ຂປລ
ງານຕະຫລາດນັດ ຜະລິດຕະພັນ ກະສິກຳສາກົນຈີນ ຄັ້ງທີ 22 ໄດ້ຈັດຂຶ້ນ ຢູ່ນະຄອນທຽນສິນຂອງ ສປ ຈີນ ເມື່ອບໍ່ ດົນມານີ້. ຫໍວາງສະແດງສາກົນ ຂອງງານຕະຫລາດນັດ ຄັ້ງນີ້ ໄດ້ເຕົ້າໂຮມ 66 ວິສາຫະກິດ ທີ່ມາຈາກ 19 ປະເທດ ແລະ ເຂດແຄວ້ນຂອງ 5 ທະວີບ ເຊິ່ງລວມທັງ ໄທ, ບຣາຊິນ, ອີຕາລີ, ມາເລເຊຍ, ນູແວນເຊລັງ, ອູກັນດາ ແລະ ປະເທດອື່ນໆ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ງານຕະຫລາດນັດ ຜະລິດຕະພັນ ກະສິກຳສາກົນຈີນ ຄັ້ງທີ 22 ໄດ້ຈັດຂຶ້ນ ຢູ່ນະຄອນທຽນສິນຂອງ ສປ ຈີນ ເມື່ອບໍ່ດົນມານີ້. ຫໍວາງສະແດງສາກົນ ຂອງງານຕະຫລາດນັດ ຄັ້ງນີ້ ໄດ້ເຕົ້າໂຮມ 66 ວິສາຫະກິດ ທີ່ມາຈາກ 19 ປະເທດ ແລະ ເຂດແຄວ້ນຂອງ 5 ທະວີບ ເຊິ່ງລວມທັງ ໄທ, ບຣາຊິນ, ອີຕາລີ, ມາເລເຊຍ, ນູແວນເຊລັງ, ອູກັນດາ ແລະ ປະເທດອື່ນໆ. ໂດຍໄດ້ ສະແດງໃຫ້ເຫັນເຖິງ ຜົນງານການຮ່ວມມື ດ້ານກະສິກຳ ລະຫວ່າງປະເທດ ຄູ່ຮ່ວມ “ໜຶ່ງແລວ ໜຶ່ງເສັ້ນທາງ”.ຊຸມປີມໍ່ໆມານີ້, ສປ ຈີນ ໄດ້ຕັ້ງໜ້າເຂົ້າຮ່ວມ ການຄຸ້ມຄອງ ບໍລິຫານສະບຽງອາຫານ ແລະ ກະສິກຳສາກົນ ເຊິ່ງໄດ້ຮ່ວມກັບ ປະເທດ ທີ່ກ່ຽວຂ້ອງ ປະກາດວິໄສທັດ ແລະ ເຄື່ອນໄຫວ ຊຸກຍູ້ການຮ່ວມມື ດ້ານກະສິກຳ ພາຍໃຕ້ ຂອບຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”, ມີເກືອບ 90 ປະເທດຄູ່ຮ່ວມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ອົງການຈັດຕັ້ງສາກົນ ໄດ້ລົງນາມ ເອກະສານຮ່ວມມື ດ້ານກະສິກຳ ແລະ ການປະມົງ ຈຳນວນ 100 ກວ່າສະບັບ ເຊິ່ງໄດ້ຊຸກຍູ້ ການພັດທະນາ ກະສິກຳ ແບບທັນສະໄໝ ແລະ ສ້າງລາຍຮັບເພີ່ມ ໃຫ້ແກ່ ຊາວກະສິກອນ ຂອງປະເທດ ຄູ່ຮ່ວມ “ໜຶ່ງແລວ ໜຶ່ງເສັ້ນທາງ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL