ຂປລ
ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນ ເທື່ອທີ 10, ເຊິ່ງແມ່ນກອງ ປະຊຸມຄັ້ງສຸດທ້າຍຂອງ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນ ເທື່ອທີ 10, ເຊິ່ງແມ່ນກອງປະຊຸມ ຄັ້ງສຸດທ້າຍ ຂອງ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມ ວຽກງານ ຫລາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນ ເປັນເວລາ ປະມານ 40 ວັນ. ເຂົ້າຮ່ວມ ວາລະໄຂກອງປະຊຸມ, ໂດຍມີ ທ່ານ ໂຕ ເລິມ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ, ປະທານປະເທດ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງ ຊາດ ຫວຽດນາມ. ກອງປະຊຸມເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມີປະລິມານວຽກງານຫລາຍທີ່ສຸດ ຂອງອາຍຸການ, ລວມມີ 66 ເນື້ອໃນ, ໃນນັ້ນມີ ຮ່າງກົດໝາຍ 49 ສະບັບ, ຮ່າງມະຕິ 4 ສະບັບ ນອນໃນ ວຽກງານ ສ້າງກົດໝາຍ ແລະ 13 ໝວດບັນຫາ ເສດຖະກິດ-ສັງຄົມ, ງົບປະມານ, ການຕິດຕາມກວດກາ ແລະ ບຸກຄະລາກອນຂັ້ນສູງ. ທີ່ກອງປະຊຸມ, ສະມາຊິກສະພາແຫ່ງ ຊາດ ຈະພິຈາລະນາ ຮ່າງກົດໝາຍ ຫລາຍສະບັບ ນອນໃນບັນດາຂົງເຂດ ສຳຄັນຈຸດສຸມຄື: ການປ້ອງກັນ ຄວາມສະຫງົບ-ຕຸລາການ, ເສດຖະກິດ, ການລົງທຶນ, ການສຶກສາ, ວິທະຍາສາດ, ຊີວິດ ການເປັນຢູ່ ພ້ອມກັນນັ້ນ, ກອງປະຊຸມຄັ້ງນີ້ ກໍ່ພິຈາລະນາ, ຕົກລົງເນື້ອໃນ ບຸກຄະລາກອນຂຶ້ນກັບສິດອຳນາດ, ລວມມີ: ການເລືອກຕັ້ງ, ໃຫ້ສັດຕະຍາບັນ, ການພົ້ນຕຳແໜ່ງຂອງຕຳແໜ່ງຂັ້ນສູງ ລັດຈຳ ນວນໜຶ່ງ ໃນກົງຈັກ.ຈາກນັ້ນ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ: “ນີ້ແມ່ນວຽກງານ ສ້າງກົດໝາຍຈຳນວນຫລາຍທີ່ສຸດ ໃນປະຫວັດສາດ ຂອງບັນດາ ສະໄໝ ກອງປະຊຸມ, ແມ່ນສິ່ງພິສູດຢ່າງມີຊີວິດຊີວາ ໃຫ້ແກ່ຈິດໃຈ ສູ່ບັນດາກົດໝາຍ ຕ້ອງໄປກ່ອນບາດກ້າວໜຶ່ງ, ເປີດທາງໃຫ້ແກ່ ນະວັດຕະກຳ, ຖືເອົາຊີວິດ ແລະ ຜົນປະໂຫຍດຂອງປະຊາຊົນ ເປັນໄມ້ ວັດແທກ ຂອງນະໂຍບາຍ”. ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີບົດລາຍງານສະຫລຸບ ໝາກຜົນການປະຕິບັດ ແຜນການພັດທະນາ ເສດຖະກິດ-ສັງຄົມ ປີ 2025 ແລະ 5 ປີ2021– 2025, ພ້ອມກັບ ການຄາດຄະເນແຜນການປີ 2026. ທ່ານ ປະທານ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະເໜີ ບົດລາຍງານ ສັງລວມຄຳເຫັນ, ຂໍ້ສະເໜີ ແນະ ຂອງຜູ້ມີສິດ ເລືອກຕັ້ງ, ກ່ອນທີ່ ທ່ານ ເຈິ່ນແທັງເໝີ້ນ ປະທານ ສະພາແຫ່ງຊາດ ຫວຽດນາມ ຈະລາຍງານ ວຽກງານ ອາຍຸການ ຊຸດທີ 15./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL