ກຳປູເຈຍ ນຳສົ່ງຜູ້ຕ້ອງຫາຫລອກລວງທາງອິນເຕີເນັດ ສ.ເກົາຫລີ 64 ຄົນ ກັບຄືນປະເທດ

20/10/2025 22:13
Email Print 131
ຂປລ ຄະນະກຳມະການ ປາບປາມ ການຫລອກລວງ ທາງອິນເຕີເນັດກຳປູເຈຍ ແຈ້ງຂ່າວວ່າ: ກຳປູເຈຍ ໄດ້ນຳສົ່ງຜູ້ຕ້ອງຫາຫຼອກລວງ ທາງອິນເຕີເນັດ ສ.ເກົາຫລີ 64 ຄົນ ກັບຄືນປະເທດ ໃນນີ້ ລວມທັງ ຜູ້ຍິງ 5 ຄົນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ຄະນະກຳມະການ ປາບປາມ ການຫລອກລວງ ທາງອິນເຕີເນັດກຳປູເຈຍ ແຈ້ງຂ່າວວ່າ: ກຳປູເຈຍ ໄດ້ນຳສົ່ງຜູ້ຕ້ອງຫາຫຼອກລວງ ທາງອິນເຕີເນັດ ສ.ເກົາຫລີ 64 ຄົນ ກັບຄືນປະເທດ ໃນນີ້ ລວມທັງ ຜູ້ຍິງ 5 ຄົນ.ຊຶ່ງຜູ້ຕ້ອງຫາ ເຫລົ່ານີ້ ໄດ້ຖືກນຳສົ່ງກັບຄືນ ປະເທດ ຈາກສະໜາມບິນສາກົນເຕໂຈTecho ນະຄອນຫລວງ ພະນົມເປັນ ແລະ ຈະຖືກດໍາເນີນຄະດີ ຕາມກົດໝາຍຢູ່ ສ.ເກົາຫລີ. ກ່ອນໜ້ານີ້, ກຳປູເຈຍໄດ້ນຳສົ່ງ ຜູ້ຕ້ອງຫາຫລອກລວງ ທາງອິນເຕີເນັດ ສ.ເກົາຫລີ ກັບຄືນ ປະເທດແລ້ວ 180 ຄົນ. ນັບແຕ່ ເດືອນກໍລະກົດປີນີ້ ເປັນຕົ້ນມາ, ກຳປູເຈຍ ໄດ້ດຳເນີນການປາບປາມ ການຫລອກລວງ ທາງອິນເຕີເນັດ ໃນຂອບເຂດ ທົ່ວປະເທດ. ວັນທີ 15 ຕຸລານີ້, ຄະນະກຳມະການປາບປາມການຫຼອກລວງທາງອິນເຕີເນັດກຳປູເຈຍແຈ້ງໃຫ້ຮູ້ວ່າ: ປະເທດຕົນໄດ້ຈັບຕົວຜູ້ຕ້ອງຫາຫລອກລວງ ທາງອິນເຕີເນັດໄດ້ 3.455 ຄົນແລ້ວ ພາຍໃນ ເວລາ 4 ເດືອນ, ຜູ້ທີ່ຖືກຈັບຕົວເຫລົ່ານີ້ ມາຈາກ 20 ປະເທດ, ໃນນັ້ນ ລວມທັງ ສ.ເກົາຫລີ./.

(ບັນນາທິການຂ່າວ: ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top