ຜູ້ໂດຍສານສາກົນຂ້າມຊາຍແດນ ຜ່ານທາງລົດໄຟຈີນ-ລາວ ບັນລຸຫລາຍກວ່າ 600.000 ເທື່ອຄົນ

20/10/2025 21:21
ຂປລ ກຸ່ມບໍ​ລິ​ສັດ​ທາງ​ລົດ​ໄຟຈີນ ​ຈຳ​ກັດ ​ສາ​ຂາ​ຄຸນ​ໝິງ ໄດ້​ເປີດ​ເຜີຍ​ ຕົວ​ເລກ​ຂໍ້​ມູນ​​ວ່າ: ນັບ​ມາ​ຮອດ ກາງເດືອນຕຸ​ລາ​ນີ້, ລົດ​ໄຟ​ໂດຍ​ສານ​ສາ​ກົນ ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ ລາວ-ຈີນ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ສາ​ກົນ ​ຂ້າມ​ຊາຍ​ແດນນັບ​ລວມ​ແລ້ວ​ ຫລາຍກວ່າ 600.000 ​ເທື່ອ​ຄົນ
   

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ​ກຸ່ມບໍ​ລິ​ສັດ​ທາງ​ລົດ​ໄຟຈີນ ​ຈຳ​ກັດ ​ສາ​ຂາ​ຄຸນ​ໝິງ ໄດ້​ເປີດ​ເຜີຍ​ ຕົວ​ເລກ​ຂໍ້​ມູນ​​ວ່າ: ນັບ​ມາ​ຮອດ ກາງເດືອນຕຸ​ລາ​ນີ້, ລົດ​ໄຟ​ໂດຍ​ສານ​ສາ​ກົນ ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ ລາວ-ຈີນ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ສາ​ກົນ ​ຂ້າມ​ຊາຍ​ແດນນັບ​ລວມ​ແລ້ວ​ ຫລາຍກວ່າ 600.000 ​ເທື່ອ​ຄົນ,ກວມ​ເຖິງ 115 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ໂລກ. ນັກ​ທ່ອງ​ທ່ຽວ ​ທີ່​ນັບ​ມື້​ນັບ​ເພີ່ມ​ຫລາຍ​ຂຶ້ນ ​ໄດ້​ເຮັດ​ໃຫ້​ແຫລ່ງ​ທ່ອງ​ທ່ຽວ,ໂຮງ​ແຮມ,ຂະ​ແໜງ​ການ​ກິນ​ດື່ມ ​ແລະ ​ອື່ນໆ​ຢູ່​ລຽບ​ທາງ​ລົດ​ໄຟ​ຈີນ-ລາວ ​ນັບ​ມື້​ນັບຟົດ​ຟື້ນ​ຂຶ້ນ, ເຊິ່ງ​ໄດ້​ເຮັດ​ໃຫ້ການ​ຈໍ​ລະ​ຈອນ ​ດ້ານ​ຜູ້​ໂດຍ​ສານສິນ​ຄ້າ ​ແລະ ​ຂໍ້​ມູນ​ຂ່າວ​ສານ​ໄວ​ຂຶ້ນ​ຕື່ມ ​ແລະ​ ໄດ້​ເພີ່ມຄວາມ​​ມີຊີ​ວິດ​ຊີ​ວາ ​ທີ່​ເຂັ້ມ​ແຂງ ໃຫ້​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ ​ຂອງ​ພາກ​ພື້ນຢ່າງ​ໜັກ​ແໜ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

  

KPL

ຂ່າວອື່ນໆ

ads
ads

Top