ຂປລ
ກອງປະຊຸມ ປຶກສາຫາລື ຄັ້ງທີ 4 ລະຫວ່າງ ສ.ອາເມລິກາ, ມາເລເຊຍ, ໄທ ແລະ ກຳປູເຈຍ ໄດ້ ຈັດຂຶ້ນຢູ່ ກົວລາລຳເປີຂອງມາເລເຊຍ ສາມາດ ບັນລຸໄດ້ ບັນດາບາດກ້າວສຳຄັນ ໃນຄວາມມານະ ພະຍາຍາມ ຟື້ນຟູການພົວພັນ ສອງຝ່າຍ ລະຫວ່າງ ໄທ ແລະ ກຳປູເຈຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ປຶກສາຫາລື ຄັ້ງທີ 4 ລະຫວ່າງ ສ.ອາເມລິກາ, ມາເລເຊຍ, ໄທ ແລະ ກຳປູເຈຍ ໄດ້ຈັດຂຶ້ນຢູ່ ກົວລາລຳເປີ ຂອງມາເລເຊຍ ສາມາດ ບັນລຸໄດ້ ບັນດາບາດກ້າວສຳຄັນ ໃນຄວາມມານະ ພະຍາຍາມ ຟື້ນຟູການພົວພັນ ສອງຝ່າຍ ລະຫວ່າງ ໄທ ແລະ ກຳປູເຈຍ. ທ່ານ ສີຫາສັກ ພວງເກດແກ້ວ( Sihasak Phuang ketkeow) ລັດຖະມົນຕີ ການຕ່າງປະເທດໄທ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ສຸມໃສ່ການສ້າງ ຖະແຫລງການຮ່ວມ ເພື່ອແນໃສ່ ສ້າງກອບຮ່ວມມື ແກ້ໄຂບັນດາບັນຫາ ຍັງຄົງຄ້າງ ລະຫວ່າງ ໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູ ການພົວພັນສອງຝ່າຍ ທີ່ເປັນມິດຄືນໃໝ່. ສ່ວນຝ່າຍກຳປູເຈຍ, ທ່ານ ປຣາໂສຄົນ (Prak Sokhonn) ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວາ: ຂໍ້ຕົກລົງສັນຕິພາບ ລະຫວ່າງ ສອງປະເທດ ທີ່ຈະໄດ້ຮັບ ການລົງນາມ ຈະຊ່ວຍໃຫ້ ກຳປູເຈຍ ແລະ ໄທ ຫັນການພົວພັນ ເປັນປົກກະຕິ, ມຸ່ງໄປເຖິງ ການຮ່ວມດຳລົງຊີວິດ ທີ່ມີຄວາມສັນຕິພາບ ຄືບັນດາປະເທດ ບ້ານໃກ້ເຮືອນຄຽງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL