ຂປລ
ຕາມການຄິດໄລ່ ເບື້ອງຕົ້ນ, ຍອດມູນຄ່າ ຜະລິດຕະພັນ ພາຍໃນປະເທດ (GDP) ໃນ 3 ໄຕມາດຜ່ານມານີ້ ໄດ້ບັນລຸ 101.503 ຕື້ກວ່າຢວນ, ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 20 ຕຸລານີ້, ກົມສະຖິຕິ ແຫ່ງຊາດຈີນ ປະກາດ ຂໍ້ມູນໃຫ້ຮູ້ວ່າ: ຕາມການຄິດໄລ່ ເບື້ອງຕົ້ນ, ຍອດມູນຄ່າ ຜະລິດຕະພັນ ພາຍໃນປະເທດ (GDP) ໃນ 3 ໄຕມາດຜ່ານມານີ້ ໄດ້ບັນລຸ 101.503 ຕື້ກວ່າຢວນ, ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ເສດຖະກິດໃນ 3 ໄຕມາດຜ່ານມານີ້ ໄດ້ຂະຫຍາຍຕົວ ຢ່າງໝັ້ນທ່ຽງ ແລະ ການພັດທະນາ ທີ່ມີຄຸນນະພາບສູງ ໄດ້ຮັບປະສິດທິຜົນຢ່າງຕັ້ງໜ້າ.ເມື່ອແບ່ງຕາມໄຕມາດເຫັນວ່າ: ໄຕມາດທຳອິດ GDP ໄດ້ເພີ່ມຂຶ້ນ 5,4%, ໄຕມາດທີ 2 ເພີ່ມຂຶ້ນ 5,2% ແລະ ໄຕມາດທີ 3 ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL