ຂປລ
ອິນເດຍ ສົ່ງອອກສິນຄ້າໄປ ສ.ອາເມລິກາ ຫຸດລົງ21% ໃນເດືອນກັນຍາ ຜ່ານມາ ຄິດເປັນມູນຄ່າ ຫລາຍກວ່າ 5 ຕື້ກວ່າໂດລາສະຫະລັດ ຫລັງຖືກ ສ.ອາເມລິກາ ເກັບພາສີ ສູງເຖິງ 50%
ຂປລ.ສຳນັກຂ່າວ ນິກເກອິເອເຊຍ(Nikkei Asia), ອິນເດຍ ສົ່ງອອກສິນຄ້າໄປ ສ.ອາເມລິກາ ຫຸດລົງ21% ໃນເດືອນກັນຍາ ຜ່ານມາ ຄິດເປັນມູນຄ່າ ຫລາຍກວ່າ 5 ຕື້ກວ່າໂດລາສະຫະລັດ ຫລັງຖືກ ສ.ອາເມລິກາ ເກັບພາສີ ສູງເຖິງ 50% ແລະ ຫັນໄປເຮັດສັນຍາການຄ້າກັບ ເອີຣົບ ແລະ ອັງກິດ ເພື່ອຫລຸດຜ່ອນ ຄວາມສ່ຽງ ດ້ານການຄ້າ ສົ່ງຜົນໃຫ້ການສົ່ງອອກສິນຄ້າຂອງ ອິນເດຍເພີ່ມຂຶ້ນ3,64% ຈາກເດືອນກ່ອນ ໂດຍມີມູນຄ່າລວມ 36,38 ຕື້ໂດລາສະຫະລັດ.ຂະນະທີ່ ການນຳເຂົ້າສິນຄ້າ ເພີ່ມຂຶ້ນ 11,26% ເມື່ອທຽບໃສ່ ລາຍເດືອນ.ຂະນະທີ່ ອິນເດຍ ຂາດດຸນການຄ້າ ເພີ່ມຂຶ້ນ 21,36% ມູນຄ່າ 32 ຕື້ກວ່າໂດລາສະຫະລັດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL