ຢູເອັນ ເຕືອນການຕັດຄວາມຊ່ວຍເຫລືອຈະເຮັດໃຫ້ 13 ລ້ານກວ່າຄົນ ຕົກຢູ່ໃນຄວາມອຶດຫີວສຸກເສີນ

18/10/2025 01:10
ຂປລ ໂຄງການອາຫານໂລກ (ດັບເບິລຢູເອຟພີ) ເຕືອນວ່າ ການຕັດ ງົບປະມານ ຢ່າງມະຫາສານ ອາດເຮັດໃຫ້ປະຊາຊົນ ທີ່ຕ້ອງການຄວາມຊ່ວຍເຫລືອ ດ້ານອາຫານສູງເຖິງ 13,7 ລ້ານຄົນຕົກຢູ່ໃນພາວະອືດຫີວສຸກເສີນຮຸນແຮງ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນເຈນີວາ ປະເທດ ສະວິດ ເມື່ອບໍ່ດົນມານີ້ວ່າ: ໂຄງການອາຫານໂລກ (ດັບເບິລຢູເອຟພີ) ເຕືອນວ່າ ການຕັດ ງົບປະມານ ຢ່າງມະຫາສານ ອາດເຮັດໃຫ້ປະຊາຊົນ ທີ່ຕ້ອງການຄວາມຊ່ວຍເຫລືອ ດ້ານອາຫານສູງເຖິງ 13,7 ລ້ານຄົນຕົກຢູ່ໃນພາວະອືດຫີວສຸກເສີນຮຸນແຮງ.

ໂດຍດັບເບິລຢູເອຟພີ ເຕືອນວ່າ ປະຕິບັດການສຳຄັນ 6 ແຫ່ງ ໃນອາຟະການິດສະຖານ ສາທາລະນະລັດ ປະຊາທິປະໄຕ ກົງໂກ, ໄຮຕີ, ໂຊມາລີ, ຊູດັງໃຕ້ ແລະ ຊູດັງ ພວມຜະເຊີນກັບ ພາວະ ຢຸດຈຶ້ງຄັ້ງໃຫຍ່ ຊຶ່ງຈະຍິ່ງຮ້າຍແຮງລົງ ພາຍໃນທ້າຍປີນີ້. ບົດລາຍງານ ສະບັບໃໝ່ ຫລ້າສຸດ ລະບຸວ່າ: ພວມຜະເຊີນກັບ ການຫລຸດລົງ ຂອງ ງົບປະມານ ເຖິງ 40%. ໂດຍ ຄາດການ ວ່າ ງົບປະມານ ຈະຫລຸດລົງເຫລື ອ6.400 ລ້ານໂດລາ ສະຫະລັດ, ເມື່ອທຽບກັບ 9.800 ລ້ານໂດລາ ສະຫະລັດ ເມື່ອປີ 2024./

KPL

ຂ່າວອື່ນໆ

ads
ads

Top