ຂປລ
ປະຊາຊົນ ໃນລັດ ແຄລິຟໍເນຍຂອງ ສ.ອາເມລິກາ ຫລາຍກວ່າ 10 ລ້ານຄົນ ເຂົ້າຮ່ວມ ການຝຶກຊ້ອມ ກຽມຄວາມພ້ອມ ໃນການຮັບມື ກັບ ແຜ່ນດິນໄຫວ ທົ່ວລັດ ປະຈຳປີ 2025 ເພື່ອເພີ່ມຄວາມຮັບຮູ້ ຂອງ ສາທາລະນະ ແລະ ຂິດຄວາມສາມາດ ໃນການ ຮັບມືກັບ ແຜ່ນດິນໄຫວ ຂະໜາດໃຫຍ່.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ ລາຍງານວ່າ , ເມື່ອບໍ່ດົນມານີ້, ປະຊາຊົນ ໃນລັດ ແຄລິຟໍເນຍຂອງ ສ.ອາເມລິກາ ຫລາຍກວ່າ 10 ລ້ານຄົນ ເຂົ້າຮ່ວມ ການຝຶກຊ້ອມ ກຽມຄວາມພ້ອມ ໃນການຮັບມື ກັບ ແຜ່ນດິນໄຫວ ທົ່ວລັດ ປະຈຳປີ 2025 ເພື່ອເພີ່ມຄວາມຮັບຮູ້ ຂອງ ສາທາລະນະ ແລະ ຂິດຄວາມສາມາດ ໃນການ ຮັບມືກັບ ແຜ່ນດິນໄຫວ ຂະໜາດໃຫຍ່.
ໂດຍປະຊາຊົນ ລັດແຄລິຟໍເນຍ ໄດ້ພັກກິດປະຈຳວັນ ເພື່ອເຂົ້າຮ່ວມ ການຝຶກຊ້ອມທ່າຕ່າງໆ ຊຶ່ງເປັນຫລັກການປະຕິບັດ ສຳຄັນ ເພື່ອຄວາມປອດໄພ ໃນລະຫວ່າງ ເກີດແຜ່ນດິນໄຫວ ຢ່າງຮຸນແຮງ. ເວັບໄຊຂອງຜູ້ຈັດການ ຝຶກຊ້ອມ ໃນຄັ້ງນີ້ ໄດ້ລະບຸວ່າ ມີຜູ້ມາລົງທະບຽນ ເຂົ້າຮ່ວມ ກິດຈະກຳ ເກຣດ ແຄລິຟໍເນຍ (Great California ShakeOut) ໃນປີນີ້ ຫລາຍກວ່າ 10,4 ລ້ານຄົນ. ໂດຍກິດຈະກຳ ດັ່ງກ່າວ ເປັນສ່ວນໜຶ່ງ ຂອງ ເຄືອຂ່າຍ ການຝຶກຊ້ອມ ຮັບມືແຜ່ນດິນໄຫວ ລະດັບໂລກເກຣດ ເຊກອາວ ຊຶ່ງມີ ຜູ້ເຂົ້າຮ່ວມ ຈາກທົ່ວໂລກໃນປີນີ້ ຫລາຍກວ່າ 58 ລ້ານຄົນ./
KPL