ຂປລ
ບໍ່ຜະລິດນໍ້າມັນ ແລະ ແກັສອູຣູຄູ (Urucu Oil and Gas Production Field) ຊຶ່ງຕັ້ງຢູ່ ໃຈກາງ ລັດອາມາໂຊນັສ ຂອງ ບຣາຊິນ ເປັນໜຶ່ງ ໃນຖານ ການຜະລິດ ນໍ້າມັນ-ແກັສເທິງບົກ ທີ່ສຳຄັນ ທີ່ສຸດ ຂອງ ປະເທດ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ບໍ່ຜະລິດນໍ້າມັນ ແລະ ແກັສອູຣູຄູ (Urucu Oil and Gas Production Field) ຊຶ່ງຕັ້ງຢູ່ ໃຈກາງ ລັດອາມາໂຊນັສ ຂອງ ບຣາຊິນ ເປັນໜຶ່ງ ໃນຖານ ການຜະລິດ ນໍ້າມັນ-ແກັສເທິງບົກ ທີ່ສຳຄັນ ທີ່ສຸດ ຂອງ ປະເທດ, ຖານການຜະລິດແຫ່ງນີ້ ເຕັມໄປດ້ວຍຜືນປ່າຝົນ ທີ່ ອຸດົມສົມບູນ ເຊິ່ງໄດ້ດໍາເນີນການ ຢ່າງຕໍ່ເນື່ອງ ຕັ້ງແຕ່ ເລີ່ມເປີດໃຊ້ງານ ເມື່ອປີ 1988, ໂດຍການຈັດຫາ ນໍ້າມັນ ແລະ ແກັສທຳມະຊາດ ເພື່ອຊ່ວຍຕອບສະໜອງ ຄວາມຕ້ອງການ ດ້ານພະລັງງານ ໃນພື້ນທີ່ ທາງພາກເໜືອ ຂອງບຣາຊິນ.
ບໍລິສັດປິໂຕຣບຣາສ (Petrobras) ເປັນຜູ້ດຳເນີນງານ ບໍ່ຜະລິດນໍ້າມັນ ແລະ ແກັສອູຣູກູ ກ່າວວ່າ: ຖານຜະລິດແຫ່ງນີ້ ສາມາດອະນຸລັກ ພື້ນທີ່ປ່າ ໃນທ້ອງຖິ່ນ ໄວ້ໄດ້ປະມານ 98%, ພ້ອມທັງ ດໍາເນີນໂຄງການຕ່າງໆ ເຊັ່ນ:ການນໍານໍ້າຝົນ ກັບຄືນມາໃຊ້ໃໝ່, ການນໍາຂອງເສຍ ກັບມານຳໃຊ້ ໃຫ້ເປັນປະໂຫຍດ ແລະ ການປູກປ່າ ທົດແທນ. ນອກຈການີ້ ຍັງໄດ້ປູກຕົ້ນໄມ້ ໃນພື້ນທີ່ດັ່ງກ່າວ ຫລາຍກວ່າ 1,5 ລ້ານໂຕນ./
KPL