ຂປລ
ເຈົ້າໜ້າທີ່ລະດັບສູງ ຂອງ ກຳປູເຈຍ ແລະ ສ.ເກົາຫລີ ໄດ້ຕົກລົງ ເຫັນດີ ຕໍ່ແນວທາງ ການປະຕິບັດຫລັກການ 3 ຂໍ້ ເພື່ອຍົກລະດັບ ການປາບປາມ ສະແກມເມີຣ ແລະ ປ້ອງກັນບໍ່ໃຫ້ ພົນລະເມືອງ ສ.ເກົາຫລີ ຖືກຫລອກຫລວງອີກ.
ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ພະນົມເປັນ ຂອງ ປະເທດ ກຳປູເຈຍ ເມື່ອບໍ່ດົນມານີ້ວ່າ: ເຈົ້າໜ້າທີ່ລະດັບສູງ ຂອງ ກຳປູເຈຍ ແລະ ສ.ເກົາຫລີ ໄດ້ຕົກລົງ ເຫັນດີ ຕໍ່ແນວທາງ ການປະຕິບັດຫລັກການ 3 ຂໍ້ ເພື່ອຍົກລະດັບ ການປາບປາມ ສະແກມເມີຣ ແລະ ປ້ອງກັນບໍ່ໃຫ້ ພົນລະເມືອງ ສ.ເກົາຫລີ ຖືກຫລອກຫລວງອີກ.
ໂດຍທ່ານ ຊາຣໂສດາ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ປ້ອງກັນປະເທດ ມາເລເຊຍ ໄດ້ພົບປະຫາລືກັບ ທ່ານນາງ ຄີມ ຈິນ-ອາ ລັດຖະມົນຕີ ກະຊວງ ການຕ່າງປະເທດ ສ.ເກົາຫລີ ຢູ່ນະຄອນຫລວງ ພະນົມເປັນ ກ່ຽວກັບ ການປາບປາມ ອາຊະຍາກຳ ອອນລາຍ ຫລື ຂະບວນການ ສະແກມເມີຣ ແລະ ການທີ່ພົນລະເມືອງ ສ.ເກົາຫລີ ຕົກເປັນເຫຍື່ອຂອງ ການຫລອກຫລວງ ຜ່ານການໂຄສະນາ ຈັດຫາງານ ອອນລາຍທີ່ບໍ່ຖືກຕ້ອງ.
ເຈົ້າໜ້າທີ່ ລະດັບສູງ ຂອງ ສອງປະເທດ ໄດ້ເຫັນດີ ກ່ຽວກັບ ຂໍ້ຕົກລົງຮ່ວມກັນ 3 ຂໍ້, ເພື່ອຍົກລະດັບ ການແກ້ໄຂ ບັນຫາ ດັ່ງກ່າວ, ຄື: ການຈັດຕັ້ງ ຄະນະເຮັດວຽກ ສະເພາະກິດ ຮ່ວມກັນ ເພື່ອເລັ່ງລັດ ການດຳເນີນງານ ໃນການປ້ອງກັນ ປາບປາມ ແລະ ກວາດລ້າງ ການຫລອກຫລວງ ທາງອອນລາຍ ໃຫ້ໄດ້ຮັບປະສິດທິພາບ ຫລາຍຂຶ້ນ, ໂດຍ ສ.ເກົາຫລີ ຈະເພີ່ມ ການສະໜັບ ສະໜູນ ດ້ານການຝຶກຊ້ອມ, ການເສີມສ້າງ ສັກກາຍະພາບ, ການແບ່ງປັນຂໍ້ມູນ ແລະ ການແລກປ່ຽນ ປະສົບການ ກັບ ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ກຳປູເຈຍ./
KPL