ງານວາງສະແດງ ໝາກຜົນດິຈິຕອນ ອັດສະລິຍະ ຊຸກຍູ້ການພັດທະນາ ຂອງແມ່ຍິງແລະເດັກຍິງ

15/10/2025 10:58
ຂປລ “ງານ​ວາງ​ສະ​ແດງ​ ໝາກ​ຜົນ​ ດິ​ຈິ​ຕອນ​ ອັດ​ສະ​ລິ​ຍະ​ ຊຸກ​ຍ ການ​ພັດ​ທະ​ນາ​ ຂອງ​ແມ່​ຍິງ ​ແລະ ​ເດັກ​ຍິງ” ເຊິ່ງ​ເປັນ​ ກິດ​ຈະ​ກຳ​​​ໜຶ່ງ​ ພາຍ​ໃຕ້ ກອງ​ປະ​ຊຸມ​ ສຸດຍອດ​ ແມ່​ຍິງ​ໂລກ​ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ ​ປັກ​ກິ່ງ ຂອງ ສປ ຈີນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 14 ຕຸ​ລາ​ນີ້, “ງານ​ວາງ​ສະ​ແດງ​ ໝາກ​ຜົນ​ ດິ​ຈິ​ຕອນ​ ອັດ​ສະ​ລິ​ຍະ​ ຊຸກ​ຍ ການ​ພັດ​ທະ​ນາ​ ຂອງ​ແມ່​ຍິງ ​ແລະ ​ເດັກ​ຍິງເຊິ່ງ​ເປັນ​ ກິດ​ຈະ​ກຳ​​​ໜຶ່ງ​ ພາຍ​ໃຕ້ ກອງ​ປະ​ຊຸມ​ ສຸດຍອດ​ ແມ່​ຍິງ​ໂລກ​ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ ​ປັກ​ກິ່ງ ຂອງ ສປ ຈີນ, ທ່ານ ​ນາງ ເພີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ ປະ​ເທດ​ຈີນ, ທູດ​ພິ​ເສດ​ ຊຸກ​ຍູ້​ການ​ສຶກ​ສາ ​ເດັກ​ຍິງ ແລະ ແມ່​ຍິງ ​ຂອງ​ອົງ​ການ​ ການ​ສຶກ​ສາ ວິ​ທະ​ຍາ​ສາດ ແລະ ​ວັດ​ທະ​ນະ​ທຳ ຂອງ​ອົງ​ການ​ ສະ​ຫະ ປະ​ຊາ​ຊາດ ຫລື UNESCO  ພ້ອມ​ດ້ວຍ ທ່ານ​ ນາງ ຊີ​ມາ ຊາ​ມີ ບາ​ຮຸ​ສ ຮອງ​ເລ​ຂາ​ທິ​ການ​ໃຫຍ່ ທັງ​ເປັນ​ຫົວ​ໜ້າ​ ບໍ​ລິ​ຫານ​ງານ​ ຂອງ​​ອົງ​ການ ແມ່​ຍິງ ສ​ປ​ຊ ຈະ​ເຂົ້າ​ຮ່ວມ​ງານ​ ພ້ອມ​ທັງ​ ກ່າວ​ຄຳ​ປາ​ໄສ ແລະ​ ມີ​ບັນ​ດາພັນ​ລະ​ຍາ​ ຂອງ​ຜູ້​ນຳ​ຕ່າງ​ປະ​ເທດ ທີ່​ກ່ຽວ​ຂ້ອງ, ຜູ້​ຮັບ​ຜິດ​ຊອບ ອົງ​ການ​ແມ່​ຍິງ, ຜູ້​ຕາງ​ໜ້າ​ບຸກ​ຄົນ​ ທີ່​ມີ​ໄມ​ຕີ​ຈິດ​ ມິດ​ຕະ​ພາບ​ຕໍ່ ສປ ​ຈີນ ແລະ ​ແຂກ​ອື່ນໆ​ ໄດ້ເຂົ້າ​ຮ່ວມ​ງານ ​ດັ່ງ​ກ່າວ. ທ່ານ​ ນາງ ເພີງ​ລີ້ຢວນ ກ່າວ​ວ່າ: ປັດ​ຈຸ​ບັນ, ປະ​ເທດ​ຕ່າງໆ​ ໃນ​ໂລກ​ພວມ ​ຕັ້ງ​ໜ້າ​ ຊອກ​ຄົ້ນ​ຮູບ​ແບບ ​ທີ່​ມີ​ປະ​ສິດ​ທິຜົນ, ເພື່ອ​ເຮັດ​ໃຫ້​ ໝາກ​ຜົນ​ ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່ ດ້ານວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ນຳ​ເອົາ​ຜົນ​ປະ​ໂຫຍດ ຫລາຍກວ່າ​ເກົ່າ​ ໃຫ້​ແກ່ ​ແມ່​ຍິງ ແລະ ​ເດັກ​ຍິງ. ນອກນີ້ ຍັງເພີ່ມຄວາມ​ຮ່ວມ​​ມືກັບ ​ເພື່ອນ​ມິດ​ທັງ​ຫລາຍ, ພະ​ຍາ​ຍາມເພື່ອ​ບຸກ​ເບີກ ​ສ້າງ​ອະ​ນາ​ຄົດ ​ດິ​ຈິ​ຕອນ ອັດສະ​ລິ​ຍະ ທີ່​ເຕັມ​ໄປ​ດ້ວຍ​ໂອ​ກາດ ​ໃຫ້​ແມ່​ຍິງ ​ແລະ ​ເດັກ​ຍິງ​ທັງ​ຫລາຍ, ຮ່ວມ​ກັນ​ຊຸກ​ຍູ້​ ໃຫ້​ພາ​ລະ​ກິດ​ແມ່​ຍິງ ​ທົ່ວ​ໂລກ ​ກ້າວ​ຂຶ້ນ​ສູ່​ ລະ​ດັບ​ໃໝ່ ​ຢ່າງ​ບໍ່​ຢຸດ​ຢັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top