ຂປລ
ຜູ້ຕອບແບບສອບຖາມ ມີຄວາມຮັບຮູ້ ໂດຍທົ່ວໄປວ່າ ແມ່ຍິງ ແມ່ນກຳລັງແຮງ ສຳຄັນໃນການຊຸກຍູ້ ຂະບວນການພັດທະນາ ເສດຖະກິດ-ສັງຄົມ ແລະ ຍັງໄດ້ຕີລາຄາ ຢ່າງຕັ້ງໜ້າ ຕໍ່ແນວຄິດ ພັດທະນາ ແລະ ຜົນສຳເລັດ ຂອງພາລະກິດ ແມ່ຍິງຈີນ.

ຂປລ. ໃນໂອກາດ ຈັດກອງປະຊຸມ ສຸດຍອດ ແມ່ຍິງໂລກ, ໂທລະພາບ ສາກົນຈີນ ຫລື CGTN ຂອງວິທະຍຸ ໂທລະພາບ ສູນກາງຈີນ ໄດ້ສຳຫລວດ ຄວາມເຫັນ ນຳບັນດາກຸ່ມຄົນ 7.292 ຄົນ ຈາກ 38 ປະເທດ ໃນຂອບເຂດ ທົ່ວໂລກ, ຜົນການສຳຫລວດ ສະແດງ ໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ ມີຄວາມຮັບຮູ້ ໂດຍທົ່ວໄປວ່າ ແມ່ຍິງ ແມ່ນກຳລັງແຮງ ສຳຄັນໃນການຊຸກຍູ້ ຂະບວນການພັດທະນາ ເສດຖະກິດ-ສັງຄົມ ແລະ ຍັງໄດ້ຕີລາຄາ ຢ່າງຕັ້ງໜ້າ ຕໍ່ແນວຄິດ ພັດທະນາ ແລະ ຜົນສຳເລັດ ຂອງພາລະກິດ ແມ່ຍິງຈີນ.ໃນການສຳຫລວດ, ຜູ້ຕອບແບບສອບຖາມ 74,9% ທົ່ວໂລກ ມີຄວາມສົນໃຈ ຕໍ່ຫົວຂໍ້ ຫາລື ກ່ຽວກັບແມ່ຍິງ, ໃນນັ້ນ, ຜູ້ຕອບແບບສອບຖາມ ຈາກປະເທດ ພວມພັດທະນາມີ 80,9% ສົນໃຈຫົວຂໍ້ຫາລື ກ່ຽວກັບແມ່ຍິງ ຜູ້ຕອບ ແບບສອບຖາມ ອາຍຸຕ່ຳກວ່າ 44 ປີມີ 79,1% ຂຶ້ນໄປສົນໃຈ ນຳຫົວຂໍ້ ຫາລືກ່ຽວກັບແມ່ຍິງ. ນອກນັ້ນ, ຍັງມີຜູ້ຕອບ ແບບສອບຖາມ ຈາກປະເທດ ພວມພັດທະນາ 71,7% ເຫັນວ່າ ສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ ໄດ້ຮັບການປົກປ້ອງ ແລະ ການປັບປຸງ ໃຫ້ດີຂຶ້ນ ຢ່າງມີປະສິດທິຜົນ. ໃນການຕີລາຄາ ຕໍ່ໝາກຜົນ ແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ, ຜູ້ຕອບ ແບບສອບຖາມ ທົ່ວໂລກ 92% ມີຄວາມພໍໃຈ ຕໍ່ແມ່ຍິງ ທີ່ມີສິດໄດ້ຮັບ ການສຶກສາ, 87% ມີຄວາມພໍໃຈ ຕໍ່ອັດຕາແມ່ຍິງ ເຂົ້າຮ່ວມ ການເມືອງ, 86% ມີຄວາມພໍໃຈຕໍ່ ສຸຂະພາບແມ່ຍິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL