lxx ]k; pb f\A oxt8y [a fot3p[kp dko8j k'xtgmf 1j k'ltg\u 8Q oltg\u xkp ຂປລ. ສປປ ລາວ ແລະ ອິນ ເດຍ ໄດ້ຮ່ວມລົງນາມໃນບົດບັນທຶກ ຄວາມເຂົ້າໃຈເພື່ອມອບ-ຮັບໂຄງ ການເຫັນຜົນໄວພາຍໃຕ້ຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃນວັນທີ 29 ກັນຍາ 2025 ຢູ່ ກະຊວງການຕ່າງປະເທດ ໂດຍມີ Iv'xtmkoxtgmf 8h voIa [m6 fwm g0Q k1h P,ve]k lh k'7;k,g0A ,c0'.sh cdjj dkosa ogxa o fu 9y 8vo le]a [ lxx ]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 02.10.2025 ປີທີ 24 ສະບັບທີ 6.282 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK ສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ (ຜູ້ທີ 3 ນັບຈາກຊ້າຍຫາຂວາ) ຂປລ. ສູນຂໍ້ມູນແຫ່ງຊາດ ແລະ ສູນບໍລິຫານລັດດີຈິຕອນກະຊວງ ເຕັກໂນໂລຊີ ແລະການສື່ສານ(ຕສ) ຮ່ວມກັບບໍລິສັດ ພູນຜົນນະຄອນຈຳ ກັດ ຈັດສໍາມະນາກ່ຽວກັບ “ການ ພັດທະນາສູນຂໍ້ມູນແຫ່ງຊາດ ແລະ ເຊື່ອມໂຍງຂໍ້ມູນ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ການຫັນເປັນດີຈິ ຕອນສຳລັບ ສປປ ລາວ” ໃນວັນ ທີ 29 ກັນຍາ 2025 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະ ທານຂອງທ່ານບໍ່ວຽງຄຳວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ທ່ານ ສະເຫລີມໄຊ ກົມມະສິດ (ຜູ້ທີ 3 ນັບຈາກຊ້າຍຫາຂວາ) ຂປລ. ໃນວັນທີ 30 ກັນຍາ 2025 ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະ ທານປະເທດ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ຣາຊະອານາຈັກ lxx ]k; sa omj kcI'fh koxt-kdvo .sh gdu fzq oxt3spfcdj xtgmf-kf ໄທ ປະຈໍາລາວ ໃນໂອກາດສໍາ ເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນ ຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສຳເລັດໃນການປະຕິບັດໜ້າທີ່ ທາງການທູດຂອງທ່ານ ນາງ ມໍຣະກົດ ສີສະຫວັດ ໃນໄລຍະຜ່ານ ມາ ຊຶ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນການເພີ່ມທະວີສ້າງ ສາຍພົວພັນມິດຕະພາບລະຫວ່າງ ສອງຊາດລາວ-ໄທ, ໄທ-ລາວ ໃນ ຂົງເຂດການຮ່ວມມືດ້ານຕ່າງໆ, ເສີມສ້າງການໄປມາຫາສູ່ຖານ ບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນລະ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ( ຂວາມື ) ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກແຂວງຄຳມ່ວນ ຄັ້ງທີ XI ໃນ ວັນທີ 30 ກັນຍາ 2025 ຜ່ານ ມາ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະ ຈຳການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດ ໄດ້ມີຄຳ ເຫັນໂອ້ລົມ ໂດຍເນັ້ນໃຫ້ຄະນະພັກ, ຄະນະນຳແຂວງຄຳມ່ວນ ໃຫ້ສືບ ຕໍ່ເອົາໃຈໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ທົ່ວເຖິງຢ່າງໜັກ ແໜ້ນ, ພ້ອມທັງຊຸກຍູ້ຂະບວນການ ຜະລິດເປັນສິນຄ້າ, ແກ້ໄຂຄວາມ ຫລຸດໂຕນກັນລະຫວ່າງຕົວເມືອງ ກັບຊົນນະບົດ, ແກ້ໄຂປາກົດການ Iv'xtmkoxtgmf goA o.sh c0;'7e,j ;o ln [8cdh w07;k,m5 dpkd0v'xt-k-q o.sh mqj ;g4y ' + ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ຂປລ. ກົມສ້າງຄູ ກະຊວງສຶກ ສາທິການ ແລະ ກິລາ ຈັດຝຶກອົບ ຮົມຍົກລະດັບຄວາມຮູ້ໄລຍະສັ້ນ ໃນວັນທີ 29 ກັນຍາ 2025 ຜ່ານ ມາ, ພາຍໃຕ້ຫົວຂໍ້ “ສ້າງຄວາມ ເຂັ້ມແຂງໃນການຄຸ້ມຄອງການພັດ ທະນາວິຊາຊີບຄູແບບຕໍ່ເນື່ອງ” ໃຫ້ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫົວໜ້າກົມ, ທຽບເທົ່າ ຂປລ. ໃນຕະຫລອດໄລຍະ 80 ປີຜ່ານມາ, ການເຄື່ອນໄຫວ ວຽກງານການຕ່າງປະເທດ ໄດ້ ຍຶດໝັ້ນ ແລະ ປະຕິບັດນະໂຍບາຍ ການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ຮ່ວມມືເພື່ອການພັດທະນາ” ຢ່າງ ສະເໝີຕົ້ນສະເໝີປາຍ ພ້ອມທັງ ສືບຕໍ່ປະຕິບັດນະໂຍບາຍການທູດ ປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ປັດຈຸບັນ ສປປ ລາວ ທ່ານ ບໍ່ວຽງຄຳ ວົງດາລາ ທ່ານ ທອງສະຫວັນ ພົມວິຫານ ,v[{Ia [37'dkogsa ozq ow;rkp.8h 0v[dkoIj ;,,n c,j oE0v'{c,j oE7q '7k 37'dkovq [Iq ,ma dltle]a [vtok7q f .sh -k;|5j ,s]kpd;j k 1.000 7q o lh k'7;k,g0A ,c0' .odko75 h ,7v'ra fmtok ;y -k-u [76 c[[8gonj + v' ອ່ານຕໍ່ໜ້າ 4 sk]n cdh w00= 7q '7h k' 37'dko]q fg,fj ;o BRT h ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ປະທານຊ້າຍມື ) ຂປລ. ກະຊວງການເງິນ ຮ່ວມກັບອົງການສະຫະ ປະຊາຊາດກອງທຶນສໍາລັບປະຊາກອນ ຈັດກອງປະຊຸມ ລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດ ທະນາ ຄັ້ງທີ II ພາຍໃຕ້ຫົວຂໍ້: “ສົ່ງເສີມການນຳ ໃຊ້ປະໂຫຍດທາງດ້ານປະຊາກອນ ໂດຍສຸມໃສ່ ວຽກງານການສຶກສາ, ການສ້າງວຽກເຮັດງານ ທໍາ, ການສ້າງຄວາມເຂັ້ມແຂງ ແລະ ການມີ ສ່ວນຮ່ວມ” ວັນທີ 1 ຕຸລາ 2025 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ບັນດາທ່ານ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ ວຽງຈັນ, ບັນດາຜູ້ຕາງໜ້າຈາກຂະແໜງການຂັ້ນ ສູນກາງ, ພະແນກການຂັ້ນແຂວງ, ຜູ້ຕາງໜ້າຈາກ ຣາຊະອານາຈັກກໍາປູເຈຍ, ທ່ານ ກິແກ້ວ ໄຂຄໍາພິທູນ sk]n cdh w0[a oskmuj lqj 'zq odtmq [8rkdm5 ]tdy f fh kodko7h k{dko0q olqj ' 16j c0;'lts;a ootg0f +
ສປປ ລາວ... @ 0j k; c]t gsfdko 02/10/2025 xtgmf]k; lkmk]tot]a f xt-kmy xtw8 xt-k-q o]k; \A opn oK ຮອງປະທານປະເທດ ຕ້ອນຮັບ... ຮອງປະທານປະເທດ ເນັ້ນໃຫ້... ສປປ ລາວ ຫັນທ່າແຮງ... ຫວ່າງປະຊາຊົນສອງຊາດ ໃຫ້ນັບ ມື້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງເປັນ ການປະກອບສ່ວນສົ່ງເສີມການພັດ ທະນາເສດຖະກິດ-ສັງຄົມຂອງ ສອງປະເທດ ໃຫ້ຈະເລີນຮຸ່ງເຮືອງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຕອນ ທ້າຍ, ທ່ານຮອງປະທານປະເທດ ໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບ ຜົນສຳເລັດໃນການປະຕິບັດໜ້າທີ່ ວຽກງານອັນໃໝ່ ແລະ ເດີນທາງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ. ໃນຂະນະດຽວກັນ, ທ່ານ ນາງ ມໍຣະກົດ ສີສະຫວັດ ກໍໄດ້ສະ ແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານລາວ ແລະ ປະຊາຊົນ ລາວທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ແລະ ອໍານວຍຄວາມ ສະດວກເປັນຢ່າງດີຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດອັນຈົບ ງາມ. ພ້ອມນີ້, ກໍໄດ້ສະແດງຄວາມ ຍິນດີຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ອັນດີລະຫວ່າງສອງປະເທດ ໄທລາວ ໃຫ້ນັບມື້ໄດ້ຮັບການຍົກລະດັບ. ໃນໂອກາດດຽວກັນ, ທ່ານ ນາງ ມໍຣະກົດ ສີສະຫວັດ ກໍໄດ້ເຂົ້າຢ້ຽມ ຂໍ່ານັບອຳລາທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍາ ນັກງານປະທານປະເທດ ໃນໂອ ກາດສໍາເລັດການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ຕື່ມອີກ. ຂ່າວ: ກິດຕາ; ພາບ: ຫໍຄຳ ຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ບັນ ຫາອື່ນໆ ໃຫ້ມີການຫັນປ່ຽນຕົວ ຈິງ ເພື່ອນໍາພາແຂວງຄໍາມ່ວນ ສືບ ຕໍ່ກ້າວຂຶ້ນຢ່າງໜັກແໜ້ນໃນຊຸມປີ ຕໍ່ໜ້າ. ສະຫາຍ ບຸນທອງ ຈິດມະນີ ຍັງ ເນັ້ນໃຫ້ແຂວງຄຳມ່ວນ ຕັ້ງໜ້າຜັນ ຂະຫຍາຍ ມະຕິ 4 ຂອງກົມການ ເມືອງສູນກາງພັກ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເຂົ້າ ສູ່ລວງເລິກ, ດ້ວຍການຂຸດຄົ້ນທ່າ ແຮງ, ຄວາມສາມາດບົ່ມຊ້ອນຂອງ ແຂວງ. ໃນນີ້, ໃຫ້ເອົາໃຈໃສ່ປັບປຸງ ໂຄງປະກອບກະສິກໍາບາງດ້ານໃຫ້ ທັນສະໄໝ, ສີຂຽວ ແລະ ຍືນຍົງ, ສ້າງມູນຄ່າຜະລິດຕະພັນກະສິກໍາ ໃຫ້ສູງຂຶ້ນ; ສຸມໃສ່ການພັັດທະນາ ອຸດສາຫະກໍາ ແລະ ການບໍລິການ ຫັນເປັນທັນສະໄໝ ເທື່ອລະກ້າວ; ສູ້ຊົນສ້າງແຫລ່ງລາຍຮັບໃໝ່ທີ່ເຂັ້ມ ແຂງ-ໝັ້ນຄົງ, ທັງຄຸ້ມຄອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານໃຫ້ ບັນລຸຕາມແຜນ ຫລື ລື່ນແຜນການ ທີ່ກຳນົດໄວ້; ພັດທະນາເມືອງທ່າ ແຂກ ໃຫ້ເປັນເທສະບານແຂວງທີ່ ເຂັ້ມແຂງຮອບດ້ານ, ເປັນໃຈກາງ ການບໍລິການທາງຜ່ານເຊື່ອມໂຍງ ເສດຖະກິດການຄ້າຕາມແລວເສດ ຖະກິດຕາເວັນອອກ-ຕາເວັນຕົກ ໄປພ້ອມກັບການພັດທະນາເຂດ ເສດຖະກິດພິເສດຂອງແຂວງໃຫ້ ຂະຫຍາຍຕົວຂຶ້ນຢ່າງຕັ້ງໜ້າ; ຍົກ ລະດັບການພັດທະນາພື້ນຖານໂຄງ ລ່າງເປັນຕົ້ນເສັ້ນທາງ-ຂົວໃຫ້ໄດ້ ມາດຕະຖານ; ປັບປຸງລະບົບບໍລິ ການ ໂດຍຫັນໄປສູ່ທັນສະໄໝ ໂດຍ ສະເພາະທະນາຄານ ແລະ ສະຖາ ບັນການເງິນຕ່າງໆ; ສົ່ງເສີມການ ລົງທຶນຂອງທຸກພາກສ່ວນເສດຖະ ກິດໃຫ້ແຂງແຮງກວ່າເກົ່າ, ສ້າງ ໃຫ້ມີເສດຖະກິດຮ່ວມໝູ່ຂອງປະຊາ ຊົນ ຫລື ສະຫະກອນ; ສູ້ຊົນແກ້ໄຂ ຄວາມຫລຸດໂຕນກັນລະຫວ່າງການ ພັດທະນາຕົວເມືອງກັບຊົນນະບົດ ໃຫ້ໄດ້ເທື່ອລະກ້າວ ໂດຍຕິດພັນກັບ ການຈັດສັນພູມລໍາເນົາ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນເປັນ ຕົ້ນຢູ່ເຂດຊົນເຜົ່າຫ່າງໄກສອກ ຫລີກ; ສຸມໃສ່ພັດທະນາສະຖານທີ່ ທ່ອງທ່ຽວ ແລະ ລະບົບການບໍລິ ການຕ່າງໆໃຫ້ເຊື່ອມໂຍງກັບບັນ ດາແຂວງ ແລະ ປະເທດໃກ້ຄຽງ. ສ້າງເມືອງ ແລະ ບາງຫົວໜ່ວຍວິ ຊາການໃຫ້ກຸ້ມຕົນເອງທາງດ້ານ ງົບປະມານ, ສູ້ຊົນສ້າງເມືອງເປັນ ຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ປະກາດເມືອງພົ້ນທຸກໃຫ້ໄດ້ຕາມ ແຜນວາງໄວ້. ພ້ອມນີ້, ສະຫາຍຮອງປະທານ ປະເທດ ຍັງເນັ້ນໃຫ້ສືບຕໍ່ປະຕິບັດ ຍຸດທະສາດດ້ານການສຶກສາ , ພັດທະນາຊັບພະຍາກອນມະນຸດ, ພັດທະນາສີມືແຮງງານ-ສ້າງ ວຽກເຮັດງານທໍາ ແລະ ຝຶກອົບ ຮົມວິຊາຊີບຕ່າງໆໃຫ້ຊາວຜູ້ອອກ ແຮງງານ; ເອົາໃຈໃສ່ຍົກສູງລະ ດັບການບໍລິການດ້ານສາທາລະນະ ສຸກ ໃຫ້ທົ່ວເຖິງ ແລະ ມີຄຸນນະ ພາບ, ຄວບຄຸມໃຫ້ໄດ້ການລະບາດ ພະຍາດຕ່າງໆແນໃສ່ເຮັດໃຫ້ພົນ ລະເມືອງມີສຸຂະພາບແຂງແຮງ; ອະນຸລັກຮັກສາ ແລະ ພັດທະນາ ວັດທະນະທຳອັນດີງາມຂອງຊາດ ຂອງທ້ອງຖິ່ນໃຫ້ຍືນຍົງ, ປົກປັກ ຮັກສາ ແລະ ສົ່ງເສີມຄຸນຄ່າມໍລະດົກ ທາງດ້ານວັດທະນະທຳ ແລະ ທໍາມະ ຊາດໃຫ້ຍືນຍົງ. ສຳລັບທິດທາງລວມໃນການ ນໍາພາ-ຊີ້ນໍາພັດທະນາແຂວງຮອດ ປີ 2030, ສະຫາຍຮອງປະທານ ປະເທດ ເນັ້ນໃຫ້ຍຶດໝັ້ນຍຸດທະສາດ ການພັດທະນາແຂວງຄຳມ່ວນ ເປັນ ຫົວໜ່ວຍຍຸດທະສາດທີ່ໜັກແໜ້ນ, ເປັນແຂວງຂະຫຍາຍຕົວທາງດ້ານ ການຜະລິດກະສິກຳ, ການບໍລິ ການ ແລະ ຫັນເປັນອຸດສາຫະກໍາ ທັນສະໄໝ ເທື່ອລະກ້າວຕາມທິດ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງໄປຄຽງຄູ່ກັບການປົກປັກ ຮັກສາສິ່ງແວດລ້ອມ ແລະ ລະບົບນິ ເວດໃຫ້ສົມບູນ ແລະ ຍືນຍົງ. ຂ່າວ: ທະນູທອງ ໄດ້ພົວພັນກັບຕ່າງປະເທດ ຈໍານວນ 151 ປະເທດ ມາເຖິງປັດຈຸບັນ, ມີ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ. ໃນນັ້ນ, ມີສະຖານທູດ 27 ແຫ່ງ, ພ້ອມທັງໄດ້ຍົກລະດັບ ການພົວພັນການທູດກັບບັນດາປະ ເທດທີ່ສໍາຄັນຈໍານວນໜຶ່ງ. ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ ໃນວັນທີ 27 ກັນຍາ 2025 ໂດຍມີບາງຕອນໃຫ້ຮູ້ວ່າ: 80 ປີຜ່ານມາ ວຽກງານການທູດ ລາວ ກໍຄື ການເຄື່ອນໄຫວວຽກງານ ການຕ່າງປະເທດ ໄດ້ຜ່ານຜ່າໄລຍະ ຕໍ່ສູ້ກູ້ຊາດ ເຊິ່ງພາຍຫລັງສະຖາ ປະນາ ສປປ ລາວ ກໍແມ່ນໄລຍະ ການທູດປ້ອງກັນເຫດ ເພື່ອບັນລຸ 2 ໜ້າທີ່ຍຸດທະສາດຂອງພັກ ກໍຄື ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຍ້ອນຜົນສໍາເລັດ ຂອງການທູດອັນສໍາຄັນແມ່ນການ ເຄື່ອນໄຫວດ້ານການທູດຂອງການ ນໍາຮຸ່ນກ່ອນ ຫລື ການທູດຂັ້ນສຸດ ຍອດທີ່ໄດ້ສ້າງສະພາບແວດລ້ອມ ໃຫ້ການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ໃນເມື່ອກ່ອນປະສົບຜົນສໍາເລັດ ແລະ ໄດ້ຮັບການສະໜັບສະໜູນຈາກ ປະເທດເພື່ອນມິດ ແລະ ຈາກບັນດາ ປະຊາຊົນທີ່ຮັກຫອມສັນຕິພາບໃນ ທົ່ວໂລກໃນເວລານັ້ນ. ໃນຕະຫລອດໄລຍະຜ່ານມາ, ອັນພົ້ນເດັ່ນກໍແມ່ນການເຄື່ອນໄຫວ ໃນຂອບອາຊຽນ ມີຄວາມຕັ້ງໜ້າ ໃນການເຄື່ອນໄຫວດ້ວຍຄວາມ ເປັນເຈົ້າການ. ໃນນັ້ນ, ສປປ ລາວ ເປັນປະເທດໜຶ່ງທີ່ບໍ່ມີຊາຍແດນຕິດ ກັບທະເລ, ແຕ່ໄດ້ມີຄວາມມຸ່ງໝັ້ນ ໃນການຫັນປະເທດໃຫ້ກາຍເປັນ ປະເທດເຊື່ອມຈອດ ແລະ ເຊື່ອມໂຍງ ໂດຍສອດຄ່ອງກັບຄໍາຂວັນຂອງອາ ຊຽນທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024 ຜ່ານມາ ຄື: “ເພີ່ມທະ ວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ເພື່ອຢາກໃຫ້ ສປປ ລາວ ເຊື່ອມຈອດກັບພາກພື້ນ, ອັນນີ້ ສະແດງເຖິງວ່າ ເປັນການປະຕິບັດ ວຽກງານການຕ່າງປະເທດ ໄດ້ຮັບ ຜົນສໍາເລັດແທ້, ເຊິ່ງ ສປປ ລາວ ສາມາດຍາດໄດ້ການສະໜັບສະໜູນ ຈາກຫລາຍປະເທດ. ອັນສໍາຄັນ ໜຶ່ງໃນໂອກາດວັນການທູດລາວ ນີ້, ຈະໄດ້ພ້ອມກັນພັດທະນາ ເພື່ອ ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ ໃນປີ 2026 ທີ່ຈະມາເຖິງ ນີ້. ສັງຮວມແລ້ວ, ຜົນສໍາເລັດຂອງ ການເຄື່ອນໄຫວການທູດໃນໄລຍະ 80 ປີຜ່ານມາ ແມ່ນຕິດພັນກັບການ ສ້າງສາພັດທະນາປະເທດ ແລະ ຕິດ ພັນກັບແຜນພັດທະນາເສດຖະກິດສັງຄົມຂອງພັກ-ລັດເຮົາ ທີ່ເປັນອັນ ໜຶ່ງອັນດຽວບໍ່ສາມາດຕັດແຍກ ອອກຈາກກັນໄດ້. ສຳລັບປີ 2025 ໄດ້ມີການ ກະກຽມບັນດາກິດຈະກໍາສໍາຄັນ ເພື່ອສະເຫລີມສະຫລອງວັນດັ່ງ ກ່າວ ໂດຍການເຜີຍແຜ່ບົດຄວາມ, ການສ້າງຮູບເງົາສາລະຄະດີ, ການ ວາງສະແດງຮູບພາບ ແລະ ອັນ ສໍາຄັນແມ່ນການຂຽນປຶ້ມການທູດ 80 ປີ ໂດຍຈະປະມວນຄືນການ ເຄື່ອນໄຫວການທູດຕະຫລອດ ໄລຍະ 80 ປີ ເຊິ່ງຄິດວ່າຈະເປັນ ບັນດາທູຕານຸທູດ, ຄູ່ຮ່ວມພັດທະນາ, ຜູ້ຕາງໜ້າພາກເອກະຊົນ ແລະ ຜູ້ ຕາງໜ້າອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ. ກອງປະຊຸມໄດ້, ທົບທວນການ ຈັດຕັ້ງປະຕິບັດກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການ ພັດທະນາ(ICPD), ນະໂຍບາຍ ແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາປີ 2019-2030 ແລະ ຜົນຂອງກອງປະຊຸມລະດັບ ຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ໃນປີ 2023 ເພື່ອສຸມໃສ່ການຈັດຕັ້ງປະຕິບັດ ທ້າຍສະໄໝຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX(2021-2025), ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ແລະ ແຜນດໍາເນີນງານ ການພັດທະນາປະຊາກອນສໍາລັບ ສປປ ລາວ (2025-2030). ໃນກອງປະຊຸມ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນວ່າ: ປະຊາກອນຂອງ ສປປ ລາວ ເກືອບ ເຄິ່ງໜຶ່ງ ມີອາຍຸຕໍ່າກວ່າ 25 ປີ ຊຶ່ງ ຖືວ່າເປັນທ່າແຮງທີ່ສໍາຄັນໃນການ ປ່ຽນແປງໂຄງສ້າງດ້ານອາຍຸຂອງ ປະຊາກອນທີ່ມີປະຊາກອນໜຸ່ມ ເຮັດວຽກໃຫ້ພວກເຮົາ. ສະນັ້ນ, ຖ້າຢາກໄດ້ຮັບຜົນປະໂຫຍດດ້ານ ປະຊາກອນພວກເຮົາຕ້ອງສືບຕໍ່ລົງ ທຶນໃນການພັດທະນາຊັບພະຍາ ກອນມະນຸດໃນໄລຍະສັ້ນ, ໄລຍະ ກາງ ແລະ ໄລຍະຍາວຢ່າງມີຈຸດສຸມ ລວມທັງ ຂະຫຍາຍການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ, ມີການ ຈ້າງງານທີ່ເໝາະສົມ, ສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການສ້າງ ຄວາມເຂັ້ມແຂງໃຫ້ເຂົາເຈົ້າ ເພື່ອ ໃຫ້ສາມາດປະກອບສ່ວນຍູ້ແຮງ ການເຕີບໂຕເສດຖະກິດ ແລະ ການ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສີຂຽວ ແລະ ຍືນຍົງ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ ເນັ້ນໜັກວ່າ: ໄວໜຸ່ມແມ່ນມີຄວາມ ສໍາຄັນ ແລະ ເປັນໃຈກາງໃນການ ພັດທະນາປະເທດຊາດ, ພວກເຮົາ ຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ ເຂົາເຈົ້າ ໂດຍຜ່ານການສຶກສາທີ່ ມີຄຸນນະພາບ, ມີວຽກເຮັດງານ ທໍາທີ່ດີ ແລະ ມີນະໂຍບາຍທີ່ຊ່ວຍ ສະໜັບສະໜູນເຂົາເຈົ້າ ເພື່ອໃຫ້ ສາມາດປະກອບສ່ວນຢ່າງເຕັມ ສ່ວນໃນການສ້າງສາພັດທະນາ ປະເທດຊາດ. ນອກນັ້ນ, ພາກເອກະ ຊົນ ແລະ ບັນດາຄູ່ຮ່ວມພັດທະນາ ກໍມີສ່ວນສໍາຄັນໃນການສະໜັບ ສະໜູນວຽກງານນີ້ໃຫ້ໄດ້ຮັບຜົນ ສໍາເລັດ. ບັນດາເອກອັກຄະລັດຖະທູດ, ບັນດາອົງການຈັດຕັ້ງສາກົນແລະ ຄູ່ ຮ່ວມພັດທະນາໄດ້ຢືນຢັນຄືນຄໍາໝັ້ນ ສັນຍາໃນການສະໜັບສະໜູນ ສປປ ລາວ ເພື່ອຊຸກຍູ້ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ການ ສ້າງຂີດຄວາມສາມາດໃຫ້ໄວໜຸ່ມ, ສົ່ງເສີມສຸຂະພາບທາງເພດ, ສິດທິ ທາງດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ຕ້ານການ ໃຊ້ຄວາມຮຸນແຮງທາງເພດ ແລະ ຂໍ້ ມູນສໍາລັບການພັດທະນາ. ທ່ານ ບາໂຄເດຍ ເບີຄະນ໋ອບ (Bakhodir Burkhanov) ຜູ້ ປະສານງານຂອງອົງການສະຫະ ປະຊາຊາດປະຈຳ ສປປ ລາວ ກ່າວວ່າ “ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການ ພັດທະນາ ຄັ້ງທີ II ເປັນເວທີອັນສໍາ ຄັນເພື່ອຢັ້ງຢືນພາລະກິດລວມຂອງ ພວກເຮົາ. ທີມງານອົງການສະຫະ ປະຊາຊາດ ແລະ ບັນດາຄູ່ຮ່ວມພັດ ທະນາພ້ອມທີ່ຈະສະໜັບສະໜູນ ລັດຖະບານໃນການຈັດຕັ້ງປະຕິບັດ ແຜນງານປັນຜົນທາງດ້ານປະຊາ ກອນສໍາລັບ ສປປ ລາວ (20252030). ພວກເຮົາສາມາດເຮັດ ໃຫ້ກາລະໂອກາດນີ້ ກ້າວໄປສູ່ການ ເຕີບໂຕ ແລະ ຄວາມຈະເລີນຮຸ່ງ ເຮືອງສໍາລັບທຸກຄົນດ້ວຍການປະ ສານສົມທົບ ແລະ ເຮັດວຽກຮ່ວມ ກັນຢ່າງໃກ້ຊິດ”. ກອງປະຊຸມລະດັບຊາດ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ ຄັ້ງທີ II ນີ້ ໄດ້ປຶກສາຫາລື ແລະ ເປັນເອກະພາບໃນເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດ 9 ຂົງເຂດບຸລິ ມະສິດ ແລະ 25 ວຽກງານຈຸດສຸມ ທີ່ພາກລັດຖະບານ, ທຸກພາກສ່ວນ ຂອງສັງຄົມລວມທັງບັນດາຄູ່ຮ່ວມ ພັດທະນາຕ້ອງໄດ້ຮ່ວມມືກັນໃນ ການຈັດຕັ້ງປະຕິບັດໃຫ້ປະກົດ ຜົນເປັນຈິງ ເພື່ອຮັບປະກັນໃຫ້ຊັບ ພະຍາກອນມະນຸດ ໂດຍສະເພາະ ໄວໜຸ່ມເປັນກໍາລັງແຮງໃນການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດໃນອະນາຄົດ. ເນື້ອໃນສຳຄັນ ດັ່ງກ່າວ ຈະໄດ້ຜັນຂະຫຍາຍເຂົ້າ ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ກອງປະຊຸມດັ່ງກ່າວ, ໄດ້ເປັນ ໂອກາດໃຫ້ລັດຖະບານ ແຫ່ງ ສປປ ລາວ ຢືນຢັນຄືນຄຳໝັ້ນສັນຍາ ໃນການເລັ່ງຈັດຕັ້ງປະຕິບັດແຜນ ດຳເນີນງານກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການ ພັດທະນາ (ICPD PoA), ຜົນ ກອງປະຊຸມລະດັບຊາດວ່າດ້ວຍ ປະຊາກອນ ແລະ ການພັດທະນາ ຄັ້ງທີ I ແລະ ຄັ້ງທີ II ໂດຍຜ່ານ ການຮຽກຮ້ອງຄວາມຮ່ວມມື ແລະ ສະໜັບສະໜູນຈາກທຸກພາກສ່ວນ ກ່ຽວຂ້ອງ. ສ້າງຄວາມເຂັ້ມແຂງໃຫ້ແກ່... ບັນດາຫົວໜ້າພະແນກ ແລະ ວິຊາ ການຈາກກະຊວງ ຕສ, ຜູ້ຕາງ ໜ້າຈາກບັນດາກະຊວງອ້ອມຂ້າງ, ພາກສ່ວນເອກະຊົນ ແລະ ສະຖາບັນ ການສຶກສາຊັ້ນສູງເຂົ້າຮ່ວມ. ທັງ ນີ້, ກໍເພື່ອເປັນເວທີແລກປ່ຽນຂໍ້ມູນ ແລະ ບົດຮຽນທາງດ້ານວິຊາການ ໃນວຽກງານຫັນຂໍ້ມູນເປັນດີຈິຕອນ ແລະ ການພັດທະນາຖານຂໍ້ມູນຂອງ ພາກລັດ ລະຫວ່າງ ບັນດາກະຊວງ ແລະ ພາກເອກະຊົນຮ່ວມກັບຜູ້ ເຂົ້າຮ່ວມທີ່ຕາງໜ້າຈາກພາກສ່ວນ ຕ່າງໆ ແລະ ຜູ້ຊ່ຽວຊານຕ່າງປະ ເທດ ໂດຍສະເພາະບົດຮຽນຈາກ ສສ ຫວຽດນາມ ໃນການຫັນເປັນ ດີຈິຕອນ, ການພັດທະນາຖານຂໍ້ມູນ ທີ່ສຳຄັນ ແລະ ການເຊື່ອມຕໍ່ຂໍ້ມູນ ຂອງພາກລັດ. ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ ມີຄໍາເຫັນວ່າ: ຂໍ້ມູນຖືເປັນຊັບພະ ຍາກອນອັນສໍາຄັນຂອງຊາດ ຊຶ່ງ ປັດຈຸບັນການຈັດເກັບຂໍ້ມູນດີຈິ ຕອນ ແລະ ສ້າງຖານຂໍ້ມູນມະຫາ ສານ (Big Data) ແມ່ນມີຄວາມ ຈໍາເປັນອັນເລັ່ງດ່ວນ ເພື່ອໃຫ້ເປັນ ພື້ນຖານໂຄງລ່າງສຳລັບການພັດ ທະນາ AI ແລະ ພ້ອມກັນສວຍ ໃຊ້ເຕັກໂນໂລຊີ AI ເຂົ້າໃນທຸກ ວຽກງານ, ທຸກຂົງເຂດຂອງການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ເພື່ອຮອງຮັບການພັດ ທະນາວຽກງານຫັນເປັນດີຈິຕອນ ຂອງລາວ, ກະຊວງເຕັກໂນໂລ ຊີ ແລະ ການສື່ສານ ຈຶ່ງໄດ້ກໍານົດ ເອົາປີ 2025 ເປັນປີສຸມໃສ່ໃນວຽກ ງານການພັດທະນາພື້ນຖານໂຄງ ລ່າງ ເພື່ອການພັດທະນາທີ່ປອດ ໄພ, ຍືນຍົງ ແລະ ການສ້າງສູນ ຂໍ້ມູນແຫ່ງຊາດ ແລະ ການເຊື່ອມ ໂຍງຂໍ້ມູນກໍເປັນພື້ນຖານໂຄງລ່າງ ທີ່ຈໍາເປັນເພື່ອການຈັດເກັບຂໍ້ມູນ ແລະ ແບ່ງປັນນໍາໃຊ້ຂໍ້ມູນຂອງ ຊາດ ເຊິ່ງການສຳມະນາຄັ້ງນີ້, ໄດ້ມີການນໍາສະເໜີແຜນພັດທະ ນາສູນຂໍ້ມູນແຫ່ງຊາດ ແລະ ນໍາ ສະເໜີການເຊື່ອມໂຍງ ແລະ ຂໍ້ມູນ ພາກລັດ. ພ້ອມກັນນັ້ນ, ທ່ານ ສອນເພັດ ວິນທະວົງ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ແລະ ຜູ້ອຳນວຍການ ໃຫຍ່ຂອງບໍລິສັດ ພູນຜົນນະຄອນ ຈຳກັດ ກໍໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈ (MOU) ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ໃນ ການລົງທຶນພັດທະນາສູນຂໍ້ມູນ ແຫ່ງຊາດ ແລະ ລະບົບແລກປ່ຽນ ຂໍ້ມູນພາກລັດ ທີ່ບໍລິສັດ ພູນຜົນ ນະຄອນ ໄດ້ເຊັນກັບກະຊວງເຕັກ ໂນໂລຊີ ແລະ ການສື່ສານ ແລະ ຍັງ ມີການນຳສະເໜີການຫັນເປັນດີຈິ ຕອນໃນ ສສ ຫວຽດນາມ, ຄວາມ ເຂົ້າໃຈກ່ຽວກັບສູນຂໍ້ມູນ ແລະ ແພລັດຟອມການແລກປ່ຽນຂໍ້ມູນ ກ່ຽວກັບປະຊາກອນຂອງ ສປປ ລາວ ຈາກຊ່ຽວຊານຂອງບໍລິສັດ VNPT ສສ ຫວຽດນາມ. ຂ່າວ: ຕສ ຫາລືແກ້ໄຂບັນຫາທີ່ສົ່ງຜົນ... ຂປລ. ກອງປະຊຸມວິສາມັນຂອງ ຄະນະກຳມະການອໍານວຍຄວາມ ສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ຈັດຂຶ້ນເມື່ອບໍ່ດົນ ມານີ້, ຢູ່ແຂວງສະຫວັນນະເຂດ ເພື່ອປຶກສາຫາລື ແລະ ທົບທວນ ຄືນການຈັດຕັ້ງຜັນຂະຫຍາຍທິດ ຊີ້ນໍາຜົນກອງປະຊຸມຂອງຄະນະ ກຳມະການອໍານວຍຄວາມສະ ດວກທາງດ້ານການຄ້າ ແລະ ການ ຂົນສົ່ງທົ່ວປະເທດ ຄັ້ງທີ III ກ່ຽວ ກັບການແກ້ໄຂບັນຫາຂອງພາກ ທຸລະກິດ ໂດຍສະເພາະຢູ່ແຂວງ ສະຫວັນນະເຂດ ເປັນຕົ້ນບັນຫາ ການເກັບຄ່າບູລະນະພື້ນຖານໂຄງ ລ່າງຢູ່ດ່ານສາກົນແດນສະຫວັນ, ບັນຫາການເກັບຄ່າບໍລິການຜ່ານ ທ່າບົກສະຫວັນນະເຂດ ແລະ ບັນ ຫາອື່ນໆທີ່ປິ່ນອ້ອມ ໂດຍການເປັນ ປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ຜູ້ຊີ້ນຳວຽກງານຂົງເຂດເສດ ຖະກິດ ແລະ ການພົວພັນຮ່ວມມືກັບ ຕ່າງປະເທດ, ຫົວໜ້າຄະນະກຳມະ ການອໍານວຍຄວາມສະດວກທາງ ດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນ ນະເຂດ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງຈາກກະຊວງ, ອົງການ, ພະ ແນກການອ້ອມຂ້າງແຂວງ ແລະ ພາກທຸລະກິດເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍ ງານຄວາມຄືບໜ້າໃນການແກ້ໄຂ ບັນດາບັນຫາທີ່ສົ່ງຜົນກະທົບຕໍ່ພາກ ທຸລະກິດທາງດ້ານການຄ້າ ແລະ ການຂົນສົ່ງຢູ່ແຂວງສະຫວັນນະ ເຂດ ຈາກກອງເລຂາຄະນະກຳ ມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນ ສົ່ງ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມ ກອງປະຊຸມກໍໄດ້ປະກອບຄຳເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງ ກົງໄປກົງມາ, ສ້າງສັນ ແລະ ພາວະ ວິໄສຕໍ່ບັນດາບັນຫາທີ່ເກີດຂຶ້ນໃນ ໄລຍະຜ່ານມາ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງ ປະຊຸມທີ່ໄດ້ປະກອບສ່ວນແລກ ປ່ຽນຄໍາຄິດເຫັນ ຊຶ່ງໄດ້ຍົກໃຫ້ເຫັນ ບັນຫາ ແລະ ສະເໜີທິດທາງວິທີ ການແກ້ໄຂ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງມີຄວາມສະດວກ, ຫລຸດຜ່ອນຕົ້ນທຶນຂອງພາກທຸລະ ກິດ, ສ້າງສະພາບແວດລ້ອມທີ່ດີ ເພື່ອເອື້ອອໍານວຍໃຫ້ແກ່ການລົງ ທຶນ ແລະ ການດໍາເນີນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ວຽກງານອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາ ຄັນຕໍ່ການພັດທະນາເສດຖະກິດສັງຄົມ ຊຶ່ງເປັນໜຶ່ງໃນວຽກຈຸດ ສຸມໃນການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໃນປັດຈຸບັນໂດຍສະເພາະ ຄວາມພະຍາຍາມໃນການຫລຸດ ຜ່ອນເວລາ ແລະ ຕົ້ນທຶນທາງດ້ານ ການຄ້າ ແລະ ການຂົນສົ່ງ, ໄລຍະ ຜ່ານມາ ສປປ ລາວ ໄດ້ເລີ່ມພັດທະ ນາການບໍລິການໂລຈິສຕິກ ແລະ ຂົນສົ່ງສິນຄ້າຫລາຍຮູບແບບ ເພື່ອ ສະໜັບສະໜູນການຫັນຈາກປະເທດ ບໍ່ມີທາງອອກສູ່ທະເລເປັນປະເທດ ເຊື່ອມໂຍງດ້ວຍການພັດທະນາດ່ານ ສາກົນ, ທ່າບົກ, ລົດໄຟ ລາວ-ຈີນ ເພື່ອອໍານວຍຄວາມສະດວກໃຫ້ ການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນໃຫ້ມີຕົ້ນທຶນທີ່ຕໍ່າ ກາຍເປັນຈຸດດຶງດູດການຄ້າ ແລະ ການລົງທຶນພາຍໃນ, ພາກພື້ນ ແລະ ສາກົນ. ພ້ອມນີ້, ທ່ານຮອງນາຍົກລັດ ຖະມົນຕີ ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ ບາງຈຸດເປັນຕົ້ນໃຫ້ປັບປຸງພື້ນ ຖານໂຄງລ່າງດ່ານສາກົນແດນສະ ຫວັນ, ປັບປຸງບູລະນະ ແລະ ຂະ ຫຍາຍດ່ານສະຫວັນນະເຂດ-ລາວ ບາວ ໃຫ້ກວ້າງກວ່າເກົ່າ; ມອບໃຫ້ ພາກສ່ວນກ່ຽວຂ້ອງປຶກສາຫາລື ກັນ ເພື່ອຊອກຫາບໍລິສັດທີ່ມີທ່າ ແຮງມາບູລະນະເສັ້ນທາງເລກ 9 ໃຫ້ຮັບປະກັນຜົນສຳເລັດໂດຍໄວ; ກ່ຽວກັບຄ່າບໍລິການທ່າບົກສະ ຫວັນນະເຂດ ມອບໃຫ້ພາກສ່ວນ ກ່ຽວຂ້ອງກວດກາຢ່າງລະອຽດ ແລະ ແກ້ໄຂຢ່າງຮີບດ່ວນ; ໃຫ້ສືບ ຕໍ່ພັດທະນາພື້ນຖານໂຄງລ່າງຂອງ ແຂວງໃຫ້ເຊື່ອມຈອດ, ສະດວກ ສະບາຍໃນການຂົນສົ່ງລະຫວ່າງ ປະເທດ; ດ້ານວຽກງານກະສິກຳ ສະເໜີໃຫ້ແຂວງສະຫວັນນະເຂດ ສົມທົບກັນຄົ້ນຄວ້າເພີ່ມຄວາມສາ ມາດໃນການສະໜອງວັດຖຸດິບ ໃຫ້ບັນດາໂຮງງານໄດ້ຫລາຍຂຶ້ນ ເຮັດໃຫ້ບັນດາໂຮງງານຫລຸດຜ່ອນ ການນຳເຂົ້າວັດຖຸດິບຈາກຕ່າງ ປະເທດ, ທັງເປັນການສ້າງລາຍ ຮັບ ແລະ ຈຳກັດການນຳໃຊ້ເງິນຕາ ອອກນອກປະເທດ, ເຮັດໃຫ້ເສດຖະ ກິດຂອງແຂວງຂະຫຍາຍຕົວຢ່າງ ວ່ອງໄວ. ໃນໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມ ດ້ວຍຄະນະຍັງໄດ້ເຄື່ອນໄຫວຕິດ ຕາມ-ຊຸກຍູ້ບັນດາພື້ນຖານໂຄງ ລ່າງເສດຖະກິດທີ່ສຳຄັນຢູ່ພາຍໃນ ແຂວງ ເປັນຕົ້ນຢູ່ດ່ານສາກົນສະ ຫວັນ-ລາວບາວ; ເຂດເສດຖະກິດ ພິເສດສະຫວັນ-ເຊໂນ ແລະ ໂຮງ ງານຜະລິດເຈ້ຍ ຊັນເປເປີ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຂໍ້ມູນພື້ນຖານສໍາຄັນໃຫ້ແກ່ພະນັກ ງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວທຸກທົ່ວໜ້າໄດ້ຮັບຮູ້ ວ່າການເຄື່ອນໄຫວການທູດມີຜົນ ສໍາເລັດຄືແນວໃດສຳລັບໃນວັນທີ 12 ຕຸລາ 2025 ຈະຈັດພິທີໂຮມ ຊຸມນຸມໃຫຍ່ ເພື່ອລະນຶກເຖິງ 80 ປີວັນການທູດລາວ, ພ້ອມທັງມີຈະ ຈັດຂະບວນການປິ່ນອ້ອມຕ່າງໆ ເຊັ່ນ: ການຢ້ຽມຢາມສະຖານທີ່ປະ ຫວັດສາດ ແລະ ຫໍພິພິທະພັນຂອງ ຜູ້ນໍາຕ່າງໆ.
xtgmf]k; 3 02/10/2025 0j k; c]t gsfdko ໂດຍ ເກີດຂັວນªຈ ມາລີຈັນສີ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮຽບຮຽງໂດຍ ກົມການຂ່າວ ກະຊວງການຕ່າງປະເທດ ,tsk;y mtpkw];y mtpklkf c]t g8a d3o3]-u xa ddy j ' gxu f'koc]dxj Po;a fmtotmelkdq o 7A 'mu 17 7;k,gxa o,k0v';a odkom6 f]k; ຂປລ. ນັກສຶກສາລາວຢູ່ນະຄອນ ຫລວງປັກກິ່ງ ນໍາເອົາອາຫານ, ສຽງແຄນ ແລະ ສິລະປະ-ວັດທະ ນະທໍາລາວ ມາສະແດງຜ່ານສາຍ ຕາຜູ້ຊົມຫລາຍຮ້ອຍຄົນ ໄດ້ສ້າງ ຄວາມສົນໃຈຢ່າງຫລວງຫລາຍ ໃນງານແລກປ່ຽນວັດທະນະທໍາ ນາໆຊາດເມື່ອບໍ່ດົນມານີ້ ທີ່ມະຫາ ວິທະຍາໄລວິທະຍາສາດ ແລະ ເຕັກ ໂນໂລຊີປັກກິ່ງ (UnivFrTitZ oG 4DiFnDF and TFDhnoMogZ BFiKing). ມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຊີປັກກິ່ງ (UnivFrTitZ oG 4DiFnDF and TFDhnoMogZ BFiKing) ແມ່ນໜຶ່ງໃນຫລາຍມະຫາ ວິທະຍາໄລທີ່ມີຊື່ສຽງ ໃນຈີນໄດ້ ຈັດງານແລກປ່ຽນວັດທະນະທຳ ສາກົນ ຄັ້ງທີ 17 ຢູ່ນະຄອນຫລວງ ປັກກິ່ງ, ສປ ຈີນ ໂດຍມີນັກສຶກສາ ຈາກ ສປປ ລາວ, ບັນດາຊາດອາ ຊຽນ, ເຂດຢູຣາເຊຍ, ອາຟຣິກກາ, ເອີຣົບ ແລະ ຊາດອື່ນໆ ເຂົ້າຮ່ວມ ຢ່າງຫລວງຫລາຍ. ງານແລກປ່ຽນ ວັດທະນະທຳນາໆຊາດຄັ້ງນີ້ມີຈຸດ ປະສົງ ເພື່ອເປີດໂອກາດໃຫ້ນັກສຶກ ສາຕ່າງປະເທດ ໄດ້ເຜີຍແຜ່ວັດທະ ນະທໍາອັນດີງາມທີ່ເປັນເອກະລັກ ພາຍໃນປະເທດຂອງຕົນອອກສູ່ ສາຍຕາສາກົນໄດ້ຮັບຮູ້ ແລະ ເຂົ້າ ໃຈໂດຍຜ່ານກິດຈະກໍາຕ່າງໆເຊັ່ນ: ງານວາງສະແດງອາຫານ-ເຄື່ອງ ດື່ມ, ການສະແດງສິລະປະວັດທະ ນະທໍາ, ວິທີປຸງແຕ່ງອາຫານທີ່ເປັນ ເອກະລັກຂອງແຕ່ລະຊາດ ແລະ ອື່ນໆ. ນອກນັ້ນ, ບັນດານັກສຶກສາ ຍັງໄດ້ໃຊ້ເວລາໃກ້ຊິດຕິດແທດກັນ ຫລາຍຂຶ້ນເພື່ອຄວາມສາມັກຄີຮັກ ແພງເຊິ່ງກັນ ແລະ ກັນຕື່ມອີກ. ສໍາລັບນັກສຶກສາລາວແມ່ນໄດ້ ນໍາເອົາອາຫານລາວແບບດັ້ງເດີມທີ່ ເປັນເອກະລັກ ຂອງຊາດເຊັ່ນ: ເຂົ້າ ໜຽວ, ລາບ, ຕໍາໝາກຫຸ່ງ ລວມ ທັງເຄື່ອງດື່ມປະເພດກາເຟລາວ, ເບຍລາວ ແລະ ອື່ນໆ ມາວາງສະ ແດງ ແລະ ເປີດໂອກາດໃຫ້ນັກທ່ອງ ທ່ຽວຊີມລົດຊາດອາຫານລາວ ແບບບໍ່ເສຍເງິນ (ຟຣີ), ຄຽງຄູ່ກັບ ບັນຍາກາດການດື່ມ-ກິນອາຫານທີ່ ແຕກຕ່າງຈາກຫລາຍຊາດນັ້ນນັກ ສຶກສາລາວຍັງໄດ້ຂຶ້ນເວທີສະແດງ ສິລະປະເປົ່າແຄນ, ຟ້ອນ ແລະ ຮ້ອງ ເພງລາວກັບການນຸ່ງຖືຊຸດປະຈຳ ຊາດລາວ ທີ່ໜ້າອອນຊອນ ເຊິ່ງສາ ມາດດຶງດູດສາຍຕານັກສຶກສານາໆ ຊາດ ແລະ ນັກທ່ອງທ່ຽວເປັນພິເສດ. ທ່ານ ລັດດາພອນ ທໍາມະວົງ, ນັກສຶກສາປີ 3, ປະລິນຍາໂທສາຂາ ບໍລິຫານທຸລະກິດທີ່ມະຫາວິທະຍາ ໄລວິທະຍາສາດ ແລະ ເຕັກໂນໂລ ຊີປັກກິ່ງ ໃຫ້ຮູ້ວ່າ: ກິດຈະກໍາແລກ ປ່ຽນວັດທະນະທໍາຂອງນັກສຶກສາ ຕ່າງປະເທດໃນປັກກິ່ງນີ້ແມ່ນຈັດ ຂຶ້ນທຸກໆປີ ໃນນັ້ນແຕ່ລະປະເທດ ຈະນຸ່ງຖືຊຸດປະຈໍາຊາດ, ນໍາເອົາ ອາຫານປະເພດຕ່າງໆທີ່ເປັນເອກະ ລັກຂອງໃຜມັນ ແລະ ສະແດງສິລະ ປະ-ວັດທະນະທໍາ ຜ່ານການຮ້ອງ ຂປລ. ເນື່ອງໃນໂອກາດວັນການ ທູດລາວ ວັນທີ 12 ຕຸລາ 1945 ແມ່ນ ເປັນວັນດຽວກັບວັນປະກາດເອກະ ລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມ ໂລກ ຮັບຮູ້ເຖິງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງປະເທດລາວ; ເປັນວັນແຫ່ງ ຄວາມພາກພູມໃຈຂອງປະຊາຊົນລາວ ບັນດາເຜົ່າ ກໍຄື ວັນປະກາດເອກະລາດ ຄັ້ງທໍາອິດຂອງປະເທດລາວ ເຊິ່ງເປັນ ການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ສາ ກົນຮັບຮູ້ຄວາມເປັນເອກະລາດຂອງ ລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນມາ ເປັນເວລາຫລາຍຮ້ອຍປີ, ເນື່ອງຈາກ ໄດ້ຕົກເປັນຫົວເມືອງຂຶ້ນຂອງພວກ ຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາ ລັງປະກອບອາວຸດບວກກັບການຕໍ່ສູ້ ທາງການເມືອງ, ຄວາມສາມັກຄີຕໍ່ສູ້ ສັດຕູໂຕດຽວກັນຂອງສາມຊາດອິນດູ ຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກໃນ ປະຫວັດສາດການພົວພັນສາກົນຂອງ ໂລກ. ເຫດການວັນທີ 12 ຕຸລາ ມັນໄດ້ ສ່ອງແສງເຖິງຄວາມສະຫລາດສ່ອງ ໃສ ໃນການນໍາພາການຕໍ່ສູ້ ຂອງການ ນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກ ຊາດ ຮັກຄວາມເປັນເອກະລາດ ຕໍ່ສູ້ ເພື່ອປົດປ່ອຍປະເທດຊາດອອກຈາກ ແອກປົກຄອງຂອງພວກຮຸກຮານຕ່າງ ຊາດ ເຊິ່ງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນແກນ ນໍາລາວຮຸ່ນບຸກເບີກໃຫ້ແກ່ວຽກງານ ການທູດລາວເຮົາ. ພາຍຫລັງປະກາດເອກະລາດໂຮມ ລາວ ໃນວັນທີ 12 ຕຸລາ 1945, ລັດຖະ ບານລາວອິດສະຫລະ ໄດ້ປະກາດນະ ໂຍບາຍ12ຂໍ້ ເຊິ່ງໃນນັ້ນຂໍ້ທີ10ແມ່ນ ເວົ້າເຖິງວຽກງານການຕ່າງປະເທດ ທີ່ກໍານົດເອົານະໂຍບາຍການຕ່າງປະ ເທດ ອັນທໍາອິດຂອງລັດຖະບານລາວ ອິດສະຫລະ ຄື: “ຜູກມິດກັບທຸກປະເທດ (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ 12 ຕຸລາ 1945 -12 ຕຸລາ 2025) ທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນ ພື້ນຖານຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບແຕ່ນັ້ນມາ, ວຽກງານການຕ່າງປະ ເທດ ກໍເປັນຂະແໜງການໜຶ່ງທີ່ມີບົດ ບາດສໍາຄັນ ທີ່ຕິດພັນກັບຂະບວນການ ຕໍ່ສູ້ກູ້ຊາດກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະ ນັ້ນ,ໃນປີ2013,ລັດຖະບານຈຶ່ງໄດ້ຕົກ ລົງເຫັນດີກໍານົດເອົາວັນທີ12ຕຸລາເປັນ ວັນການທູດລາວ ຢ່າງເປັນທາງການ. ນັບຕັ້ງແຕ່ອະດີດເຖິງປັດຈຸບັນ, ນະ ໂຍບາຍການຕ່າງປະເທດຂອງລາວ ເຮົາ ແມ່ນຖືກກໍານົດອອກຢ່າງຖືກຕ້ອງ ແລະສອດຄ່ອງ ໃນແຕ່ລະຍຸກແຕ່ລະສະ ໄໝ ເພື່ອຮັບໃຊ້ການເຄື່ອນໄຫວການ ທູດແບບພາວະວິໄສ ກໍຄື ຖືກກັບສະ ພາບພາຍໃນປະເທດ, ພາກພື້ນແລະສາ ກົນ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງ ສູດມາໃຫ້ປະເທດຊາດ. ໃນໄລຍະຕໍ່ສູ້ ກູ້ຊາດ, ວຽກງານການທູດ ແມ່ນຕິດ ພັນກັບປະຊາຊົນ ຫລື ເອີ້ນວ່າ ການທູດ ປະຊາຊົນ ເຊິ່ງການນໍາຮຸ່ນກ່ອນໄດ້ນໍາ ໃຊ້ ເພື່ອຂົນຂວາຍ ແລະ ປຸກລະດົມນໍ້າ ໃຈຮັກຊາດຂອງປະຊາຊົນລາວບັນດາ ເຜົ່າ ບົນພື້ນຖານການຕິດພັນກັບປະຊາ ຊົນຢ່າງແທ້ຈິງຈົນເຮັດໃຫ້ສາມາດເຕົ້າ ໂຮມປະຊາຊົນ ເພື່ອລຸກຮືຂຶ້ນຕໍ່ສູ້ຕ້ານ ຈັກກະພັດຜູ້ຮຸກຮານ ແລະ ຈົນໃນທີ່ສຸດ ກໍສາມາດສະຖາປະນາ ເປັນປະເທດສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975 ຢ່າງ ເປັນທາງການ ແລະ ເຮັດໃຫ້ທົ່ວໂລກ ໄດ້ຮັບຮູ້ ສປປ ລາວ ມາເຖິງປັດຈຸບັນ. ການປະຕິບັດນະໂຍບາຍການຕ່າງປະ ເທດ ໄດ້ແບ່ງອອກເປັນແຕ່ລະໄລຍະ ສໍາຄັນ ຄື: ໄລຍະປີ 1945-1955: ພາຍຫລັງ ໄດ້ມີການປະກາດເອກະລາດໂຮມ ລາວ ຄັ້ງທໍາອິດ, ລັດຖະບານລາວອິດ ສະຫລະ ໄດ້ສືບຕໍ່ນໍາໃຊ້ຮູບການຕໍ່ສູ້ ທາງດ້ານການເມືອງເປັນເຄື່ອງມືອັນ ສໍາຄັນ ແລະ ແຫລມຄົມ ເພື່ອເຮັດໜ້າທີ່ ຍູ້ໜູນໃຫ້ການຕໍ່ສູ້ດ້ວຍກໍາລັງປະກອບ ອາວຸດ ໄດ້ຮັບໄຊຊະນະເປັນກ້າວໆມາ, ການທູດໃນການຕໍ່ສູ້ຕ້ານພວກລ່າ ເມືອງຂຶ້ນຝຣັ່ງອີກຄັ້ງໃໝ່ ໄດ້ດໍາເນີນ ໄປຢ່າງດຸເດືອດ, ຝ່າຍແນວລາວອິດສະ ຫລະໄດ້ຮ່ວມສໍາພັນຢ່າງແໜ້ນແຟ້ນ ກັບປະຊາຊົນຫວຽດນາມ ແລະ ກໍາປູ ເຈຍ ສ້າງຕັ້ງ “ແນວພັນທະພາບ ລາວ- ຫວຽດນາມ-ກໍາປູເຈຍ” ໃນປີ 1951 ເພື່ອຮ່ວມກັນປຶກສາຫາລືຮອບດ້ານ ໃນການປະຕິວັດຊາດ ແລະ ເປັນສ່ວນ ໜຶ່ງຂອງຂະບວນສັນຕິພາບໂລກ ບົນ ຫລັກການ “ສະໝັກໃຈ, ສະເໝີພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເຄົາ ລົບອະທິປະໄຕຂອງກັນ”. ສິ່ງນີ້ຖືເປັນ ການດໍາເນີນນະໂຍບາຍການທູດຂອງ ລາວຢ່າງຖືກຕ້ອງ ໂດຍສົມທົບກັບປະ ເທດອ້າຍນ້ອງອິນດູຈີນ ໃນການຕໍ່ສູ້ ຕ້ານຈັກກະພັດໂຕດຽວກັນພ້ອມທັງໄດ້ ເຄື່ອນໄຫວໂຄສະນາຂົນຂວາຍຍາດ ແຍ່ງເອົາຄວາມເຫັນໃຈຈາກຊາວໂລກ ເພື່ອກົດດັນ ແລະ ຕໍ່ຕ້ານອິດທິກໍາລັງ ຈັກກະພັດລ່າເມືອງຂຶ້ນຜູ້ຮຸກຮານບວກ ກັບການຮ່ວມສໍາພັນສູ້ຮົບຂອງ 3 ຊາດ ໃນອິນດູຈີນ ຈົນເຮັດໃຫ້ຝຣັ່ງຍອມເຊັນ ສັນຍາເຊີແນວ ໃນປີ 1954 ໂດຍໄດ້ ຮັບຮູ້ຄວາມເປັນເອກະລາດ, ອະທິປະ ໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ປະເທດລາວ, ຫວຽດນາມ ແລະ ກໍາປູ ເຈຍ, ພ້ອມທັງໄດ້ນໍາໄປສູ່ການສ້າງຕັ້ງ ພັກປະຊາຊົນລາວ ໃນປີ 1955. ໄລຍະປີ 1955-1975: ສະຖານະ ການທາງການເມືອງຢູ່ລາວ ໄດ້ຜັນ ປ່ຽນໄປໃນເງື່ອນໄຂໃໝ່ ສະພາບການ ຫົວລ້ຽວຫົວຕໍ່ນີ້ ຈາກການຕໍ່ສູ້ດ້ວຍ ກໍາລັງອາວຸດໄປສູ່ການເຈລະຈາທາງ ການເມືອງ ແລະ ການທູດ. ໃນໄລຍະນີ້ ລັດຖະບານລາວອິດສະຫລະ ຫລື ແນວ ລາວອິດສະຫລະ ໄດ້ຈັດຕັ້ງກອງປະຊຸມ ໃຫຍ່ຜູ້ແທນລາວຕໍ່ຕ້ານທົ່ວປະເທດ ໃນ ວັນທີ 13 ສິງຫາ 1950 ແລະ ໄດ້ປະ ກາດໂຄງການການເມືອງ 12 ຂໍ້ ເຊິ່ງ ໃນນັ້ນ ໄດ້ກໍານົດແນວທາງການຕ່າງ ປະເທດ ອັນທໍາອິດຂອງລັດຖະບານ ລາວອິດສະຫລະຄື: “ຜູກມິດກັບທຸກປະ ເທດ ທີ່ເຄົາລົບເອກະລາດ, ອະທິປະ ໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລາວ ບົນພື້ນຖານຫລັກການສະເໝີ ພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ”. ຈຸດປະສົງແມ່ນເພື່ອຍາດແຍ່ງ ການສະໜັບສະໜູນຊ່ວຍເຫລືອທາງ ດ້ານວັດຖຸ ແລະ ຈິດໃຈ ຈາກບັນດາປະ ເທດສັງຄົມນິຍົມ ແລະ ຂະບວນການ ກ້າວໜ້າໃນໂລກ ເພື່ອສົ່ງເສີມຂະບວນ ການຕໍ່ສູ້ເພື່ອສັນຕິພາບ, ເອກະລາດ ແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມ ກ້າວໜ້າທາງສັງຄົມ ຈົນກ້າວໄປສູ່ ການລຸກຮືຂຶ້ນຢຶດອໍານາດແບບ “ບົວບໍ່ ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ” ດ້ວຍ 3 ບາດຄ້ອນ ຍຸດທະສາດໂຄ່ນລົ້ມລະບອບລາຊາ ທິປະໄຕ ແລ້ວສະຖາປະນາປະເທດ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນ ທີ 2 ທັນວາ 1975, ເປີດສັງກາດໃໝ່ ແຫ່ງຄວາມເປັນເອກະລາດແຫ່ງຊາດ ເປັນເຈົ້າຕົນເອງຂອງປະຊາຊົນບັນດາ ເຜົ່າ ພາຍໃຕ້ການນໍາພາຂອງພັກປະ ຊາຊົນປະຕິວັດລາວ. ໄລຍະປີ 1975-1985: ພາຍຫລັັງ ປະເທດຊາດໄດ້ຮັບການປົດປ່ອຍ, ພັກ ແລະ ລັດຖະບານເຮົາ ໄດ້ສືບຕໍ່ນໍາພາ ປະຊາຊົນຮໍາບາດແຜສົງຄາມ, ສ້າງ ບັນດາປະຖົມປັດໄຈພື້ນຖານໃຫ້ແກ່ ການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໂດຍໄດ້ກໍານົດແນວ ທາງການຕ່າງປະເທດ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ບໍ່ຮ່ວມ ກຸ່ມ” ແນໃສ່ປົກປັກຮັກສາ ແລະ ສ້າງ ສາປະເທດຊາດ, ຍາດເອົາການສະໜັບ ສະໜູນ ແລະ ຊ່ວຍເຫລືອຈາກປະເທດ ເພື່ອນມິດທີ່ຮັກຫອມສັນຕິພາບ ເພື່ອ ສ້າງປະຖົມປັດໄຈໃຫ້ແກ່ການສ້າງສາ ແລະ ພັດທະນາປະເທດຊາດຕາມເສັ້ນ ທາງສັງຄົມນິຍົມ. ມາຮອດປີ 1982 ສະພາບການຂອງໂລກມີການຜັນແປ, ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ຈຶ່ງ ໄດ້ກໍານົດແນວທາງການຕ່າງປະເທດ ໃໝ່ຄື: “ສັນຕິພາບ, ເອກະລາດ, ມິດຕະ ພາບແລະ ສັງຄົມນິຍົມ” ເພື່ອເພີ່ມທະວີ ການຮ່ວມມືກັບປະເທດວົງຄະນາຍາດ ສັງຄົມນິຍົມ, ບັນດາປະເທດບໍ່ຮ່ວມກຸ່ມ, ປະເທດເພື່ອນມິດອື່ນໆ ລວມທັງບັນດາ ອົງການຈັດຕັ້ງສາກົນຕ່າງໆ ແລະ ເພື່ອ ຍາດແຍ່ງເອົາການສະໜັບສະໜູນຈາກ ບັນດາຂະບວນການປະຕິວັດ ແລະ ປະ ຊາຊົນທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທໍາໃນໂລກ ເພື່ອເອກະລາດ ແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມ ກ້າວໜ້າທາງສັງຄົມຢູ່ໃນໂລກ. ໄລຍະປີ 1986-2015: ສະພາບ ການຂອງໂລກໄດ້ມີການຜັນແປຢ່າງ ສັບສົນ ແລະ ໄວວາ ສົ່ງຜົນໃຫ້ຂະບວນ ການເຄື່ອນໄຫວການທູດຂອງ ສປປ ລາວ ຕ້ອງຍິ່ງເພີ່ມທະວີການເປີດ ກວ້າງການພົວພັນແລະຮ່ວມມືກັບຕ່າງ ປະເທດ ພ້ອມທັງເປັນເຈົ້າການ ແລະ ລິເລີ່ມການປະຕິບັດແນວທາງການ ປ່ຽນແປງໃໝ່ ຫລື ຈິນຕະນາການໃໝ່ ຂອງພັກເຮົາ ເຊິ່ງກອງປະຊຸມໃຫຍ່ ຄັ້ງ ທີ IV ຂອງພັກ ໃນປີ 1986 ຈຶ່ງໄດ້ກໍາ ນົດແນວທາງການຕ່າງປະເທດຢ່າງ ຈະແຈ້ງຄື:“ສັນຕິພາບ,ເອກະລາດ,ມິດ ຕະພາບ ແລະ ການຮ່ວມມື”, ໂດຍຖືສໍາ ຄັນ ແລະ ເພີ່ມທະວີບໍ່ຢຸດຢັ້ງ ໃນການຮັດ ແໜ້ນຄວາມສາມັກຄີ ແລະ ການພົວ ພັນຮ່ວມມືຮອບດ້ານກັບປະເທດເພື່ອນ ມິດຍຸດທະສາດ ພ້ອມທັງສືບຕໍ່ເປີດ ກວ້າງ ແລະ ຂະຫຍາຍການພົວພັນກັບ ທຸກໆປະເທດໃນໂລກ ບົນພື້ນຖານ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ ແລະ ແນໃສ່ສ້າງສະພາບແວດລ້ອມພາຍ ນອກ ທີ່ເອື້ອອໍານວຍໃຫ້ແກ່ການປະຕິ ບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ. ຄຽງຄູ່ກັບການເປີດກວ້າງການ ພົວພັນສອງຝ່າຍກັບນາໆປະເທດແລ້ວ, ສປປ ລາວ ຍັງໄດ້ເຄື່ອນໄຫວຢ່າງຫ້າວ ຫັນໃນວຽກງານການທູດຫລາຍຝ່າຍ. ອັນພົ້ນເດັ່ນແມ່ນການເຂົ້າເປັນສະມາ ຊິກອາຊຽນຂອງ ສປປ ລາວ ໃນວັນທີ 23 ກໍລະກົດ 1997 ເຊິ່ງໄດ້ກາຍເປັນ ຂີດໝາຍໃໝ່ ໃນການພົວພັນຮ່ວມມື ດ້ວຍຄຸນນະພາບໃໝ່ແລະ ການເຂົ້າໄປ ມີບົດບາດໃນອົງການຈັດຕັ້ງພາກພື້ນ ພ້ອມທັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການສ້າງປະຊາຄົມ ອາຊຽນ. ນອກຈາກນັ້ນ, ສປປ ລາວ ຍັງໄດ້ເຂົ້າເປັນສະມາຊິກອົງການການ ຄ້າໂລກ ໃນວັນທີ 2 ກຸມພາ 2013. ໄລຍະ 2015-ປັດຈຸບັນ: ສະພາບ ການຂອງໂລກໄດ້ມີການຜັນແປຢ່າງ ໄວວາ, ສະຫລັບສັບຊ້ອນ, ມີຄວາມເລິກ ແລບກວ່າເກົ່າແລະຄາດຄະເນໄດ້ຍາກ, ສປປລາວ ເປັນປະເທດນ້ອຍແຕ່ກໍໄດ້ມີ ການເຄື່ອນໄຫວການທູດຢ່າງຕັ້ງໜ້າ, ມີພິບໄຫວ ແລະ ມີຍຸດທະສາດ ໂດຍສືບ ຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືແບບສະເໝີຕົ້ນສະ ເໝີປາຍ” ຕາມທິດນໍາ ເພີ່ມມິດຫລຸດ ຜ່ອນສັດຕູ ໂດຍນໍາໃຊ້ “ການທູດປ້ອງ ກັນເຫດ ແລະ ບຸກທະລຸ” ເປີດກວ້າງ ການຮ່ວມມືແບບຫລາຍທິດ, ຫລາຍ ຝ່າຍ, ຫລາຍລະດັບ, ຫລາຍຮູບແບບ ແລະຫລາຍສີສັນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເຊິ່ງສາມາດຍາດ ໄດ້ຜົນສໍາເລັດໃນການເຄື່ອນໄຫວທາງ ການທູດຢ່າງເປັນຮູບປະທໍາຫລາຍ ດ້ານ. ອັນພົ້ນເດັ່ນແມ່ນ ສປປ ລາວ ສາມາດຮັກສາບັນຍາກາດການພົວພັນ ອັນດີກັບປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດໃກ້ຄຽງ, ບັນດາປະ ເທດໃຫຍ່ ແລະ ປະເທດຄູ່ຮ່ວມພັດທະ ນາອື່ນໆ ໃນລະດັບປົກກະຕິແບບຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສາ ມາດຂົນຂວາຍແລະຍາດແຍ່ງການສະ ໜັບສະໜູນ, ການຮ່ວມມື ແລະ ການ ຊ່ວຍເຫລືອຈາກສາກົນ ເຊິ່ງກາຍເປັນ ກໍາລັງແຮງສະໜັບສະໜູນ ໃຫ້ແກ່ການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມທັງເປັນການປະກອບສ່ວນ ເຂົ້າໃນການສ້າງສະພາບແວດລ້ອມ ພາຍນອກທີ່ເອື້ອອໍານວຍໃຫ້ແກ່ການ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ. ມາຮອດປັດຈຸບັນ ສປປ ລາວ ໄດ້ມີ ການພົວພັນການທູດກັບ 151 ປະເທດ ໃນໂລກ; ມີສາຍພົວພັນກັບ 145 ພັກ ການເມືອງ ຈາກ 82 ປະເທດ, ຮ່ວມມື ກັບ3ອົງການຈັດຕັ້ງສາກົນແລະ ພາກ ພື້ນຂອງພັກການເມືອງໃນໂລກ, ມີ 20 ສະມາຄົມມິດຕະພາບກັບຕ່າງປະ ເທດ ແລະ 1 ຄະນະສັນຕິພາບ ແລະ ສາ ມັກຄີລາວກັບຕ່າງປະເທດ; ມີສໍານັກ ງານຜູ້ຕາງໜ້າ ແຫ່ງສປປລາວປະຈໍາ ຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ, ໃນ ນັ້ນ ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງ ໜ້າຖາວອນຈໍານວນ 3 ແຫ່ງ, ສະຖານ ກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນຈໍານວນ1ແຫ່ງແລະ ມີສໍານັກງານຜູ້ຕາງໜ້າຂອງຕ່າງປະ ເທດ ປະຈໍາຢູ່ ສປປ ລາວ ຈໍານວນ 33 ແຫ່ງ, ໃນນັ້ນ ມີສະຖານເອກອັກຄະລັດ ຖະທູດ ຈໍານວນ 27 ແຫ່ງ ແລະ ກົງສຸນ ໃຫຍ່ ຈໍານວນ 6 ແຫ່ງ; ມີກົງສຸນກິດຕິ ມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ, ກົງສຸນກິດຕິມະສັກຂອງຕ່າງປະເທດ ຢູ່ ສປປ ລາວ ຈໍານວນ 18 ແຫ່ງ; ມີ ດ່ານສາກົນ ຈໍານວນ 34 ແຫ່ງ ແລະ ມີການພົວພັນດ້ານການຄ້າກັບຫລາຍ ກວ່າ 60 ປະເທດໃນໂລກ. ເພງ, ຟ້ອນ ແລະ ອື່ນໆ. ທ່ານ ລັດດາພອນ ຍັງເວົ້າຕື່ມ ວ່າ: ການມາຮຽນຢູ່ຈີນ ເພື່ອຢາກ ຍົກລະດັບຄວາມຮູ້ຄວາມສາມາດ ຂອງຕົນເອງ, ເພີ່ມຄວາມຮູ້ທາງ ດ້ານພາສາຈີນ ເພື່ອນຳໃຊ້ໃນໜ້າ ທີ່ວຽກງານ; ການຮຽນການສອນ ຂອງຈີນແມ່ນເນັ້ນໃສ່ນັກສຶກສາ ເປັນສູນກາງໂດຍໃຫ້ນັກສືກສາມີ ສ່ວນຮ່ວມໃນການຄົ້ນຄວ້າ, ແລກ ປ່ຽນຄວາມຄິດເຫັນ; ອາຈານແມ່ນ ມີຄວາມເອົາໃຈໃສ່ນັກສຶກສາລາວ ເປັນຢ່າງດີ ໃຫ້ຄຳປືກສາ ແລະ ຊ່ວຍ ເຫລືອໃນດ້ານການຮຽນ, ການໃຊ້ ຊີວິດ; ສຳລັບຂ້າພະເຈົ້າແມ່ນມີ ຄວາມສະດວກສະບາຍຫລາຍບໍ່ວ່າ ຈະເປັນການເດີນທາງ, ບ່ອນພັກ ເຊົາ ແລະ ອາຫານ ບໍ່ຄ່ອຍມີບັນຫາ ຫຍັງໂດຍລວມແມ່ນດີ; ຈີນ ເປັນ ປະເທດທີ່ມີການພັດທະນາຢ່າງ ກ້າວກະໂດດ ແລະ ເຕີບໂຕໄວ, ຫລັກ ສູດການຮຽນແມ່ນນຳໃຊ້ກົນລະ ຍຸດຈາກສະພາບແວດລ້ອມໂຕຈິງ ຂອງປະເທດ ມາໃຊ້ໃນການຄົ້ນ ຄວ້າ; ດ້ານຄົມມະນາຄົມ ແມ່ນມີ ຄວາມສະດວກສະບາຍຫລາຍ ແລະ ປະເທດຈີນ ເປັນປະເທດໜຶ່ງທີ່ມີ ຄວາມປອດໄພທີ່ສຸດ.
RkJQdWJsaXNoZXIy MTc3MTYxMQ==