ຂປລ
ເມື່ອບໍ່ດົນມານີ້ ຈີນ ໄດ້ເລີ່ມກໍ່ສ້າງ ໂຄງການ ສາຍສົ່ງໄຟຟ້າ UHVDC ທີເບດ-ກວາງຕຸ້ງ ຂອງຈີນ ມີຄວາມຍາວ 2.681 ກິໂລແມັດ
ຂປລ.ອີງຕາມຂ່າວ ເອເອຟພີ ລາຍງານວ່າ: ເມື່ອບໍ່ດົນມານີ້ ຈີນ ໄດ້ເລີ່ມກໍ່ສ້າງ ໂຄງການ ສາຍສົ່ງໄຟຟ້າ UHVDC ທີເບດ-ກວາງຕຸ້ງ ຂອງຈີນ ມີຄວາມຍາວ 2.681 ກິໂລແມັດ, ເລີ່ມຕົ້ນ ຈາກເຂດ ປົກຄອງຕົນເອງ ທິເບດ ທາງຕາເວັນຕົກສຽງໃຕ້ຂອງ ຈີນ ຜ່ານແຂວງຢູນນານ ແລະ ກວາງຊີ ແລະ ມີຈຸດສິ້ນສູດ ຢູ່ແຂວງກວາງຕຸ້ງ ທາງພາກໃຕ້ຂອງປະເທດ .
ຄຽງຄູ່ກັນນັ້ນ ໂຄງການ ສາຍສົ່ງໄຟຟ້ານິ້ ເປັນພະລັງງານ ສະອາດ 100% ແລະ ມີແຮງດັນສູງ ພິເສດ ແບບຢຶດຢູນ (Flexible UHVDC) ຂະໜາດໃຫຍ່ທີ່ສຸດ ແລະ ທັນສະໄໝທີ່ສຸດຂອງໂລກ ໂດຍມີ ມູນຄ່າການກໍ່ສ້າງ ສູງທີ່ສຸດໃນໂລກ ໃນປັດຈຸບັນ. ຄາດວ່າ ຈະສາມາດເປີດໃຊ້ງາານ ໄດ້ຢ່າງເຕັມຮູບແບບ ໃນປີ 2029 ແລະ ມີສັກກາຍະພາບ ໃນການ ສົ່ງໄຟຟ້າ ຫລາຍກວ່າ 43.000 ລ້ານກິໂລວັດ ຕໍ່ຊົ່ວໂມງຕໍ່ປີ ໄປຍັງ ເຂດເສດຖະກິດສຳຄັນ ເຊັ່ນ: ເຂດອ່າວ ກວາງຕຸ້ງ-ເຂດຮົງກົງ-ເຂດມາເກົາ./
KPL