ທ່ານ ຫລີສຽງ ສົ່ງສານຊົມເຊີຍເຖິງ ທ່ານ ເຊຟີ ກາຣິບ ນາຍົກລັດຖະມົນຕີ ອານເຊຣີ ຄົນໃໝ່

02/10/2025 16:42
Email Print 107
ຂປລ ທ່ານ ຫລີ ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້​ສົ່ງ​ສານ​​ໄປເຖິງ​ ທ່ານ ເຊ​ຟີ ກາ​ຣິບ ເພື່ອສະ​ແດງ​ ຄວາມ​ຊົມ​ເຊີຍ​ຕໍ່​ ທ່ານ​ ທີ່​ໄດ້​ຂຶ້ນ​ດຳ​ລົງ ​ຕຳ​ແໜ່ງ​ ເປັນນາ​ຍົກ​ລັດ​ຖະ​ມົ​ນ​ຕີ ອານ​ເຊ​ຣີ​ ຄົນ​ໃໝ່.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ຫລີ ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້​ສົ່ງ​ສານ​​ໄປເຖິງ​ ທ່ານ ເຊ​ຟີ ກາ​ຣິບ ເພື່ອສະ​ແດງ​ ຄວາມ​ຊົມ​ເຊີຍ​ຕໍ່​ ທ່ານ​ ທີ່​ໄດ້​ຂຶ້ນ​ດຳ​ລົງ ​ຕຳ​ແໜ່ງ​ເປັນ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ອານ​ເຊ​ຣີ​ ຄົນ​ໃໝ່. ເນື້ອ​ໃນ​ສານ​ຂອງ ທ່ານ ຫລີ ​ສຽງ ​ລະບຸວ່າ: ນັບ​ແຕ່ ສປ ​ຈີນ ​ແລະ​ ອານ​ເຊ​ຣີ​ ໄດ້​ສ້າງ​ສາຍ​ພົວ​ພັນ​ ທາງ​ການ​ທູດ​ ເປັນ​ເວ​ລາ 67 ປີ​ມາ​ນີ້, ການ​ພົວ​ພັນ​ ລະ​ຫວ່າງ ​ສອງ​ຝ່າຍ ​ໄດ້​ຮັບ​ການ​ພັດ​ທະ​ນາ​ ຢ່າງ​ປອດ​ໃສ​ ແລະ ​ໝັ້ນ​ທ່ຽງ, ສອງ​ປະ​ເທດ​ ໄດ້ຮ່ວມ​ແຮງ ​ຮ່ວມ​ໃຈ ​ຊ່ວຍ​ເຫລືອ ​ແລະ​ ສະ​ໜັບ​ສະ​ໜູນ ​ເຊິ່ງ​ກັນ​ ແລະ​ກັນ ​ຢ່າງ​ສະ​ເໝີ​ຕົ້ນ​ ສະ​ເໝີ​ປາຍ. ລັດ​ຖະ​ບານ​ຈີນ ​ເອົາ​ໃຈ​ໃສ່​ ໃນ​ລະ​ດັບ​ສູງ​ຕໍ່​ ການ​ຂະ​ຫຍາຍ​ ການ​ພົວ​ພັນ ລະ​ຫວ່າງ​ ສປ ຈີນ-ອານ​ເຊ​ຣີ. ຂ້າ​ພະ​ເຈົ້າ​ ຍິນ​ດີ​ຮ່ວມ​ກັບ​ ທ່ານ​ ນາ​ຍົກ​ລັດຖະມົນຕີ ທຳ​ຄວາມ​ພະ​ຍາ​ຍາມ​ ຮ່ວມ​ກັນ,ຈັດ​ຕັ້ງ​ປະ​ຕິ​ບັດ ​ຄວາມ​ຮັບ​ຮູ້ ​ທີ່​ເປັນ ​ເອ​ກະ​ພາບ​ກັນ ອັນ​ສຳ​ຄັນ​ ລະ​ຫວ່າງ​ ປະ​ມຸກ​ລັດ​​ ສອງ​ປະ​ເທດ​ໃຫ້​ດີ, ປັບ​ປຸງ​ ຄວາມ​ໄວ້​ເນື້ອ ​ເຊື່ອ​ໃຈ​ກັນ​ ທາງ​ດ້ານການ​ເມືອງ​ ລະ​ຫວ່າງ ສອງ​ປະ​ເທດ ​ໃຫ້​ດີ​ຂຶ້ນ, ລົງ​ເລິກ​ ການ​ຮ່ວມ​ມື​ ທີ່​ແທ້​ຈິງ, ຊຸກ​ຍູ້​ການ​ພົວ​ພັນ ​ຄູ່​ຮ່ວມ​ ຍຸດ​ທະ​ສາດ ​ຮອບ​ດ້ານ​ ລະ​ຫວ່າງ​ ສປ ຈີນ-ອານ​ເຊ​ຣີ​ ໃຫ້​ໄດ້​ຮັບ​ ການ​ພັດ​ທະ​ນາ ​ຢ່າງ​ໃຫຍ່​ຫລວງ ກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top