ຂປລ
ອຸດສາຫະກຳ ປັນຍາປະດິດຂອງ ສປ ຈີນ ໄດ້ເຂົ້າສູ່ ໄລຍະການພັດທະນາ ທີ່ມີຄວາມໄວສູງ. ປັດຈຸບັນ ວິສາຫະກິດ ປັນຍາປະດິດ ມີຫລາຍກວ່າ 5 ພັນແຫ່ງ
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນຊຸມປີມໍ່ໆມານີ້, ອຸດສາຫະກຳ ປັນຍາປະດິດຂອງ ສປ ຈີນ ໄດ້ເຂົ້າສູ່ ໄລຍະການພັດທະນາ ທີ່ມີຄວາມໄວສູງ. ປັດຈຸບັນ ວິສາຫະກິດ ປັນຍາປະດິດ ມີຫລາຍກວ່າ 5 ພັນແຫ່ງ,ໄດ້ສ້າງສຳເລັດ ເຂດນຳໜ້າ ໃນການນຳໃຊ້ ການປະດິດສ້າງໃໝ່ ປັນຍາປະດິດ ແຫ່ງຊາດ 11 ແຫ່ງ ແລະ ເຂດສາທິດ ທົດລອງ ລົດຍົນ ເຊື່ອມຕໍ່ ລະບົບ ອັດສະລິຍະ ລະດັບຊາດ 17 ແຫ່ງ ເຊິ່ງໄດ້ສະແດງ ໃຫ້ເຫັນເຖິງ ພະລັງຊີວິດ ແຫ່ງການປະດິດສ້າງໃໝ່ ແລະ ຄວາມສາມາດ ບົ່ມຊ້ອນ ຂອງຕະຫລາດ ທີ່ເຂັ້ມແຂງ.ນີ້ແມ່ນຂໍ້ມູນ ທີ່ນັກຂ່າວ ໄດ້ຊາບ ຈາກງານວາງສະແດງ ອຸດສາຫະກຳ ອັດສະລິຍະໂລກປີ 2025 ທີ່ພວມຈັດຂຶ້ນ ຢູ່ນະຄອນຈຸ່ງກິ່ງ ຂອງ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL