ບໍລິຄຳໄຊ ເລັ່ງຜະລິດເປັນສິນຄ້າສົ່ງອອກໃຫ້ນັບມື້ຫລາຍຂຶ້ນ ບົດລຶບລ້າງ

08/09/2025 14:18
Email Print 633
ຂປລ ຂປລ. ແຂວງບໍລິຄຳໄຊ ກໍແມ່ນອີກແຂວງໜຶ່ງທີ່ມີທ່າແຮງ ທາງດ້ານການຜະລິດກະສິກຳ, ອຸດສາຫະກຳ ເພື່ອສະໜອງພາຍໃນ ແລະ ສົ່ງອອກ. ຂະນະທີ່ພາຍຫລັງການກໍ່ສ້າງ-ປັບປຸງ ຂົວຂ້າມນ້ຳຂອງແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີນີ້, ກໍຈະປະກອບສ່ວນອັນສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ, ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ

ຂປລ. ແຂວງບໍລິຄຳໄຊ ກໍແມ່ນອີກແຂວງໜຶ່ງທີ່ມີທ່າແຮງ ທາງດ້ານການຜະລິດກະສິກຳ, ອຸດສາຫະກຳເພື່ອສະໜອງພາຍໃນ ແລະ ສົ່ງອອກ. ຂະນະທີ່ພາຍຫລັງການກໍ່ສ້າງ-ປັບປຸງ ຂົວຂ້າມນ້ຳຂອງແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີນີ້, ກໍຈະປະກອບສ່ວນອັນສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ, ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງສະດວກສະບາຍຕິດພັນກັບ ການອຳນວຍຄວາມສະດວກຕໍ່ການທ່ອງທ່ຽວ, ການຄ້າ-ຂາຍ-ການລົງທຶນ, ໄປມາຫາສູ່ກັນລະຫວ່າງສອງປະເທດອີກຕື່ມ. ດ້ວຍເງື່ອນໄຂສະດວກ ແລະ ທ່າແຮງດ້ານການຜະລິດເປັນສິນຄ້າດັ່ງກ່າວ ການນຳແຂວງທຸກຂັ້ນ ກໍໄດ້ເອົາໃຈໃສ່ສົ່ງເສີມການຜະລິດຂອງປະຊາຊົນ, ສົ່ງເສີມການລົງທຶນພາຍໃນແຂວງ ເຮັດໃຫ້ວຽກງານກະສິກຳມີການຂະຫຍາຍຕົວ. ອັນພົ້ນເດັ່ນ ແລະ ມີໜໍ່ແໜງ ເກີດຂຶ້ນໃໝ່ແມ່ນເນື້ອທີ່ການປູກໝາກມ່ວງ, ຖົ່ວລຽນ, ໝາກມີ້, ໝາກກ້ຽງໃຫຍ່ (ໝາກພຸກ) ກໍມີເນື້ອທີ່ຂະຫຍາຍຕົວເກືອບ 1.570 ເຮັກຕາ.  

ຕາມການໃຫ້ຮູ້ຂອງ ສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກ ແຂວງບໍລິຄຳໄຊ ຄັ້ງທີ VIII ວ່າ: ສຳລັບການຜະລິດສະບຽງອາຫານ ໂດຍສະເພາະ ແມ່ນການຜະລິດເຂົ້າເປືອກສາມາດປະຕິບັດໄດ້ 118.842 ໂຕນ, ການສະ
ໜອງເພື່ອບໍລິໂພກຊີ້ນ
, ໄຂ່ ແລະ ປາ ບັນລຸໄດ້ 9,2%. ນອກຈາກນີ້, ການຜະລິດກະສິກໍາເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກພາຍໃນແຂວງ ປີ 2024 ຜ່ານມາກໍມີການຂະຫຍາຍຕົວ. ໃນນັ້ນ, ຜະລິດເຂົ້າເປັນສິນຄ້າໄດ້ 38.730 ໂຕນ, ສາລີແຂງໄດ້ 6.299 ໂຕນ; ກ້ວຍໄດ້ 36.979 ໂຕນ; ຢາງພາລາໄດ້ 63 ພັນກວ່າໂຕນ/ປີ. ຂະນະທີ່ມີໜໍ່ແໜງໃໝ່ເກີດຂຶ້ນເຊັ່ນ: ເນື້ອທີ່ປູກໝາກມ່ວງ, ຖົ່ວລຽນ, ໝາກມີ້, ໝາກ​ກ້ຽງໃຫຍ່ ມີເນື້ອທີ່ 1.569 ເຮັກຕາ. ສ່ວນການລ້ຽງສັດ ກໍ່ໄດ້ຫັນມາລ້ຽງເປັນຟາມຫລາຍຂຶ້ນ ໂດຍທົ່ວແຂວງມີ 75 ຟາມ; ສົ່ງອອກສິນຄ້າໄດ້ 825 ລ້ານໂດລາ ເທົ່າກັບ 224%, ສິນຄ້ານໍາເຂົ້າ 1.704 ລ້ານໂດລາ ເທົ່າກັບ 78% ແລະ ສິນຄ້າຜ່ານແດນໄດ້ 687 ລ້ານໂດລາ ເທົ່າກັບ 458%, ຂາດດຸນການຄ້າ 879 ລ້ານໂດລາ. ການຄ້າຂາຍຍ່ອຍບໍລິການ ແລະ ເຕັກໂນໂລຊີ, ບໍລິການຂາຍຍົກໄດ້ 7.787 ຕື້ກີບ ເພີ່ມຂຶ້ນ 16%/ປີ, ຂາຍຍ່ອຍ ໄດ້ 6.673 ຕື້ກີບ ເພີ່ມຂຶ້ນສະເລ່ຍ 20%/ປີ; ຂະຫຍາຍສັນຍານເຄືອຂ່າຍໂທລະສັບ 4G ໄດ້ 297 ສະຖານີ.

ນອກຈາກນີ້, ວຽກງານການທ່ອງທ່ຽວ, ການບໍລິການ ໂດຍທົ່ວແຂວງມີສະຖານທີ່ທ່ອງທ່ຽວ 30 ແຫ່ງ, ຮ້ານອາຫານ 205 ແຫ່ງ, ໂຮງແຮມ-ເຮືອນພັກ-ຣີສອດ 159 ຫົວໜ່ວຍ, ທຸລະກິດນໍາທ່ຽວ 7 ຫົວໜ່ວຍ ສາມາດດຶງດູດນັກທ່ອງທ່ຽວໄດ້ 1 ລ້ານກວ່າເທື່ອຄົນ; ບໍລິມາດຂົນສົ່ງສິນຄ້າ 3 ລ້ານກວ່າໂຕນ, ຂົນສົ່ງໂດຍສານ 5 ແສນກວ່າເທື່ອຄົນ. ແນວໃດກໍດີ ການເອົາໃຈໃສ່ຊຸກຍູ້ຂອງທຸກຂະແໜງການ ບວກໃສ່ການເປັນເຈົ້າຕົນເອງ ຂອງປະຊາຊົນໃນການຈັດຕັ້ງປະຕິບັດວຽກງານ ພັດທະນາເສດຖະກິດຄອບຄົວ ກໍຄືເສດຖະກິດຂອງແຂວງ ໄດ້ເຮັດໃຫ້ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ເສດຖະກິດມີການຂະຫຍາຍຕົວເທື່ອລະກ້າວ. ສະຫາຍ ຄຳແຫວນ ປັນຍານຸວົງ ກ່າວ.

ແນວໃດກໍຕາມນອກຈາກທີ່ກ່າວມານັ້ນແລ້ວ, ແຂວງບໍລິຄຳໄຊ ຍັງໄດ້ວາງຄາດໝາຍໃນຕໍ່ໜ້າຫລາຍດ້ານ ໂດຍສະເພາະແມ່ນ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມມະຕິ 04 ຂອງກົມການເມືອງສູນກາງພັກ ດ້ວຍການນຳໃຊ້ທ່າແຮງ ແລະ ຊັບພະຍາກອນທີ່ມີ ເພື່ອເຮັດໃຫ້ເສດຖະກິດມີ ສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ, ຊັບພະຍາກອນມະນຸດມີຄຸນນະພາບ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ສັງຄົມທີ່ໜ້າຢູ່ ແລະ ສີວິໄລ, ການຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ແລະ ສາມາດຮັບມືກັບການປ່ຽນແປງສະພາບອາກາດ ແລະ ໄພພິບັດຕ່າງໆ, ການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ ແລະ ສັງຄົມໄດ້ຮັບການປົກປ້ອງຕາມທິດລັດແຫ່ງກົດໝາຍຢ່າງມີຄວາມສັກສິດ, ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ.

KPL

ຂ່າວອື່ນໆ

ads
ads

Top