ທ່ານ ສີ ຈິ້ນຜິງ ພົບປະກັບ ສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດ ກຳປູເຈຍ

26/08/2025 16:36
Email Print 133
ຂປລ ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ ປະ​ເທດ​ຈີນ ​ພ້ອມ​​ດ້ວຍ ​ພັນ​ລະ​ຍາ ຄື: ທ່ານ​ ນາງ ​ເຜີງ​ລີ້ຢວນ ໄດ້​ພົບ​ປະ​ກັບ ​ສົມ​ເດັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ​ວິດ​ ກຳ​ປູ​ເຈຍ ​ພ້ອມ​ດ້ວຍ​ ພະ​ລາ​ຊີ​ນີ ໂນ​ໂຣ​ດົມ ໂມ​ນີ​​ນຽດ ຢູ່​​ທຳ​ນຽບ ຈົ່ງ​ນານ​ໄຫ​ ນະ​ຄອນຫລວງ​ປັກ​ກິ່ງ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ​ວັນ​ທີ 26 ສິງ​ຫາ​ນີ້, ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ ປະ​ເທດ​ຈີນ ​ພ້ອມ​​ດ້ວຍ ​ພັນ​ລະ​ຍາ ຄື: ທ່ານ​ ນາງ ​ເຜີງ​ລີ້ຢວນ ໄດ້​ພົບ​ປະ​ກັບ ​ສົມ​ເດັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ​ວິດ​ ກຳ​ປູ​ເຈຍ ​ພ້ອມ​ດ້ວຍ​ ພະ​ລາ​ຊີ​ນີ ໂນ​ໂຣ​ດົມ ໂມ​ນີ​​ນຽດ ຢູ່​​ທຳ​ນຽບ ຈົ່ງ​ນານ​ໄຫ​ ນະ​ຄອນຫລວງ​ປັກ​ກິ່ງ. ໃນໂອກາດນີ້ ທ່ານ ​ສີ ​ຈິ້ນ​ຜິງ​ ກ່າວ​ວ່າ, ສາຍ​ພົວ​ພັນ​ລະ​ຫວ່າງ ສປ ​ຈີນ-ກຳ​ປູ​ເຈຍ​ ໄດ້​ຜ່ານ​ກາ​ນ​ທົດ​ສອບ ​ຈາກ​ການ​ປ່ຽນ​ແປງ​​ ຢ່າງ​ສັບ​ສົນ ຂອງ​ສະ​ພາບ​ການ​ສາ​ກົນ, ໄດ້​ສ້າງ​ມິດ​ຕະ​ພາບ ອັນແຂງ​ແກ່ນ ​ທີ່​ຮ່ວມ​ທຸກ​ ຮ່ວມ​ສຸກ, ກາຍ​ເປັນ​ ຊັບ​ສົມ​ບັດ ​ທີ່​ລ້ຳ​ຄ່າ ​ຂອງ​ປະ​ຊາ​ຊົນ ​ສອງ​ຊາດ, ​ແລະ ​ສົມ​ຄວນ​ໄດ້​ຮັບ ​ການ​ທະ​ນຸ​ຖະ​ໜອມຈາກ ​ສອງ​ຝ່າຍ ​ເປັນ​ພິ​ເສດ. ເມື່ອ​ຜະ​ເຊີນ​ໜ້າ​ກັບ ​ສະ​ພາບ​ການ​ສາ​ກົນ​ ທີ່​ມີ​ຄວາມ​ສັບ​ສົນ​ວຸ້ນ​ວາຍ, ໂດຍສອງ​ປະ​ເທດ ຈີນ-ກຳ​ປູ​ເຈຍ​ ຕ້ອງ​ຢືນ​ຄຽງ​ບ່າ​ຄຽງ​ໄຫລ່ ​ຢູ່​ຮ່ວມ​ກັນ ​ຢ່າງ​ເດັດ​ດ່ຽວ ກວ່າ​ເກົ່າ, ສືບ​ທອດ​ມິດ​ຕະ​ພາບ ​ອັນ​ເປັນ​ມູນ​ເຊື້ອ, ເພີ່ມ​ທະ​ວີ ​ຄວາມ​ສາ​ມັກ​ຄີ ແລະ ການ​ປະ​ສານ​ງານ, ເລັ່ງ​ລັດ​ສ້າງ​ຄູ່​ຮ່ວມ ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ ​ທີ່​ມີ​ອະ​ນາ​ຄົດ ​ຮ່ວມ​ກັນ ໃນ​ຍຸກ​ໃໝ່, ສ້າງ​ຜົນ​ປະ​ໂຫຍດ ​ໃຫ້​ແກ່​ ປະ​ຊາ​ຊົນ​ສອງ​ຊາດ ​ໄດ້ຫລາຍກວ່າ​ເກົ່າ. ສປ ຈີນ​ ເດັດ​ດ່ຽວ​ສະ​ໜັບ ​ສະ​ໜູນ ​ປະ​ຊາ​ຊົນ​ ກຳ​ປູ​ເຈຍ ​ເດີນ​ຕາມ​ເສັ້ນ​ທາງ​ ການ​ພັດ​ທະ​ນາ ​ທີ່​ສອດ​ຄ່ອງ​ກັບ ​ສະ​ພາບ​ຕົວ​ຈິງ ຂອງ​ປະ​ເທດ​ຕົນ, ບັນ​ລຸ​ ຄວາມ​ສຸກ​ຊຸ່ມ ​ກຸ່ມ​ເຢັນ​ ຍາວ​ນານ ​ຂອງ​ກຳ​ປູ​ເຈຍ.ຈາກນັ້ນ ສົມ​ເດັດໂນ​ໂຣ​ດົມ ສີ​ຫາ​​ໂມ​ນີ ແລະ ​ພະ​ລາ​ຊີ​ນີໂນ​ໂຣ​ດົມ ໂມ​ນີ​ນຽດ ກ່າວ​ວ່າ ກຳ​ປູ​ເຈຍ​ ປະ​ຕິ​ບັດ​ຕໍ່​ສາຍ​ພົວ​ພັນ​ ກຳ​ປູ​ເຈຍ-ສປ ຈີນ ​​ຈາກ​ລະ​ດັບ​ສູງ​ດ້ານ​ຍຸ​ດ​ທະ​ສາດ, ຍິນ​ດີ​ເສີມ​ຂະ​ຫຍາຍ ​ສາຍ​ພົວ​ພັນ​ ມິ​ດ​ຕະ​ພາບ ​ອັນເປັນ​ມູນ​ເຊື້ອ​ ລ​ະ​ຫວ່າງ ​ກຳ​ປູ​ເຈ​ຍ-ສປ ຈີນ ໃຫ້​ດີ ແລະ ຮ່ວມ​ກັນ ​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ ​ຈີນ-ກຳ​ປູ​ເຈຍ​ ທີ່​ມີ​ອະ​ນາ​ຄົດ​ຮ່ວມ​ກັນ ​ໃນ​ຍຸກ​ໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top