ຂປລ
ໃນໄລຍະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ, ຍອດມູນຄ່າ ການຈໍລະຈອນສິນຄ້າ ໃນສັງຄົມຈີນ ໄດ້ຮັກສາການພັດທະນາ ຢ່າງໝັ້ນທ່ຽງ. ປີ 2025, ຍອດມູນຄ່າ ການຈໍລະຈອນສິນຄ້າ ໃນທົ່ວສັງຄົມຈີນ ຈະບັນລຸເຖິງ 380.000 ຕື້ຢວນ, ໄດ້ເພີ່ມຂຶ້ນ ປະມານ 80.000 ຕື້ຢວນ ໃນຮອບ 5 ປີ.

ຂປລ. ອີງຕາມຂ່າວຈາກ ສະມາຄົມການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນ ໃຫ້ຮູ້ວ່າ: ໃນໄລຍະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ, ຍອດມູນຄ່າ ການຈໍລະຈອນສິນຄ້າ ໃນສັງຄົມຈີນ ໄດ້ຮັກສາການພັດທະນາ ຢ່າງໝັ້ນທ່ຽງ. ປີ 2025, ຍອດມູນຄ່າ ການຈໍລະຈອນສິນຄ້າ ໃນທົ່ວສັງຄົມຈີນ ຈະບັນລຸເຖິງ 380.000 ຕື້ຢວນ, ໄດ້ເພີ່ມຂຶ້ນ ປະມານ 80.000 ຕື້ຢວນ ໃນຮອບ 5 ປີ. ຂະໜາດ ລາຍຮັບລວມ ຈາກອຸດສາຫະກຳ ຈໍລະຈອນສິນຄ້າ ຂອງ ສປ ຈີນ ໄດ້ຂະຫຍາຍ ກວ້າງອອກ ຢ່າງຕໍ່ເນື່ອງ, ໄດ້ເພີ່ມຂຶ້ນ ປະມານ 4.000 ຕື້ຢວນ ໃນຮອບ 5 ປີ ແລະ ຄາດວ່າຈະມີຫລາຍກວ່າ 14.000 ຕື້ຢວນໃນປີ 2025, ຂະໜາດຕະຫລາດ ອາດຈະສາມາດ ຄອງອັນດັບໜຶ່ງຂອງໂລກເປັນປີທີ 10 ຕິດຕໍ່ກັນ. ອຸດສາຫະກຳ ຈໍລະຈອນສິນຄ້າສາກົນ ມີຄວາມຕ້ອງການນັບມື້ ນັບຫລາຍຂຶ້ນ ແລະ ເຄືອຂ່າຍການຈໍລະຈອນ ສິນຄ້າສາກົນ ນັບມື້ນັບຖີ່ຖ້ວນ. ຂະບວນລົດໄຟຈີນ-ເອີຣົບ ໄດ້ເດີນທາງໄປເຖິງ 229 ຕົວເມືອງໃນເອີຣົບ ແລະ 100 ກວ່າຕົວເມືອງ ໃນອາຊີ. ສ່ວນແບ່ງຕະຫລາດ ຂົນສົ່ງ ສິນຄ້າສາກົນ ຂອງວິສາຫະກິດ ການບິນ ໄດ້ບັນລຸເຖິງ 44%, “ເສັ້ນທາງ ສາຍໄໝ ທາງອາກາດ” ໄດ້ປົກຄຸມ 213 ຕົວເມືອງໃນ 83 ປະເທດ. ຂະໜາດ ຂະບວນກຳປັ່ນຂົນສົ່ງຂອງ ສປ ຈີນ ເປັນອັນດັບໜຶ່ງ ຂອງໂລກ ແລະ ໄດ້ເປີດເສັ້ນທາງ ເດີນກຳປັ່ນກັບ 100 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ. ການຂົນສົ່ງສິນຄ້າ ທາງທະເລຂອງ ສປ ຈີນ ເປັນອັນດັບໜຶ່ງ ຂອງໂລກຫລາຍປີ ຕິດຕໍ່ກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL