ຂປລ
ນັບແຕ່ ວັນທີ 3-6 ກັນຍານີ້, ເວທີປາໄສເສດຖະກິດ ຝ່າຍຕາເວັນອອກ 2025 (EEF 2025) ຈະຈັດຂຶ້ນຢູ່ນະຄອນ Vladivostok, ຂຶ້ນກັບ ເຂດຕາເວັນ ອອກໄກ ຣັດເຊຍ, ເປັນຂີດໝາຍ 10 ປີ ແຫ່ງການສ້າງຕັ້ງເວທີປາໄສນີ້ ຢ່າງເປັນ ທາງການ ແລະ ຈັດຂຶ້ນເປັນປະຈຳປີ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ນັບແຕ່ ວັນທີ 3-6 ກັນຍານີ້, ເວທີປາໄສເສດຖະກິດ ຝ່າຍຕາເວັນອອກ 2025 (EEF 2025) ຈະຈັດຂຶ້ນຢູ່ນະຄອນ Vladivostok, ຂຶ້ນກັບ ເຂດຕາເວັນ ອອກໄກ ຣັດເຊຍ, ເປັນຂີດໝາຍ 10 ປີ ແຫ່ງການສ້າງຕັ້ງເວທີປາໄສນີ້ ຢ່າງເປັນທາງການ ແລະ ຈັດຂຶ້ນເປັນປະຈຳປີ. ກອງທຶນ Roscongress, ຫົວໜ່ວຍຈັດຕັ້ງ EEF-2025, ໃຫ້ຮູ້ວ່າ: ຫົວເລື່ອງ ຂອງເວທີປາໄສ ປີນີ້ແມ່ນ “ຕາເວັນອອກໄກ: ການຮ່ວມມື ເພື່ອສັນຕິພາບ ແລະ ຄວາມວັດຖະນາຖາວອນ”. ຄາດວ່າ, ໃນຂອບເຂດເວທີປາໄສ, ຈະມີປະມານ 90 ວາລະປະຊຸມ ຫົວເລື່ອງ ສະເພາະ, ແບ່ງ ເປັນ 7 ກຸ່ມ ຫົວເລື່ອງ ສະເພາະ ຈະໄດ້ຍົກອອກມາປຶກສາຫາລື, ໃນນັ້ນ, ສຸມໃສ່ບັນດາບັນຫາພັດທະນາເສຖະກິດ-ສັງຄົມເຂດຕາເວັນອອກໄກ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ, ດຶງດູດ ການລົງທຶນ, ພັດທະນາ ເຕັກໂນໂລຊີ, ການຮ່ວມມືສາກົນ, ພັດທະນາ ບັນດາໂຄງການ ຂ້າມຊາຍແດນ ແລະ ເພີ່ມທະວີ ການພົວພັນ ຄູ່ຮ່ວມມືກັບ ບັນດາປະເທດ ອາຊີ-ປາຊີຟິກ. ນອກຈາກນັ້ນ, ບັນດາການໂອ້ລົມ ສົນທະນາ ກ່ຽວກັບ ການດຳເນີນ ທຸລະກິດ ລະຫວ່າງ ຣັດເຊຍ-ສປ ຈິນ, ຣັດເຊຍ-ອາຊຽນ, ຣັດເຊຍ-ໄທ ກໍ່ຈະຖືກຈັດຂຶ້ນ ໃນຂອບເຂດ ເວທີປາໄສປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL